ຂ່າວດີວົງການ K-POP! Joy ແລະ Crush ກຳລັງສຶກສາເບິ່ງໃຈກັນ ແລະ ກັນ ໃນຖານະຄູ່ຮັກ


ເປັນອີກຂ່າວດີຂອງວົງການ K-Pop ເລີຍກໍວ່າໄດ້ ເຊິ່ງທາງ SM ແລະ P-NATION ໄດ້ຄອນເຟີມແລ້ວວ່າ Joy ແລະ Crush ທັງສອງໄດ້ຄົບຫາເບິ່ງໃຈກັນ ແລະ ກັນ ພ້ອມກັບເລື່ອນສະຖານະມາເປັນແຟນເປັນທີ່ຮຽບຮ້ອຍແລ້ວ.

ຂ່າວນີ້ກໍເຮັດໃຫ້ແຟນໆຕ່າງກໍດີໃຈໄປຕາມໆກັນ ເພາະທັງສອງນັບໄດ້ວ່າເປັນຄູ່ທີ່ເໝາະສົມກັນ ບໍ່ວ່າຈະເປັນຄວາມຮູ້ຄວາມສາມາດໃນການຮ້ອງເພງ ແລະ ເຕັ້ນ.

ໃນວັນທີ 23 ສິງຫາ 2021 ທາງສຳນັກຂ່າວ Sports Chosun ໄດ້ອອກມາລາຍງານວ່າ Joy ນັກຮ້ອງວົງ Red Velvet ແລະ ນັກຮ້ອງໜຸ່ມ Crush ກຳລັງຄົບຫາເບິ່ງໃຈກັນ ແລະ ກັນ.

ທັງສອງເຄີຍໄດ້ຮ່ວມງານກັນໃນເພງ Mayday ໃນກາງປີ 2020, ຈາກນັ້ນທັງສອງ ກໍໄດ້ຕິດຕໍ່ຫາກັນຢູ່ເປັນປະຈຳ ແລະ ມີຄວາມສຳພັນທີ່ດີໃຫ້ກັນມາໂດຍຕະຫຼອດ ຕັ້ງແຕ່ໄດ້ຮ່ວມງານກັນເປັນຄັ້ງທຳອິດ ຈົນມາຮອດປັດຈຸບັນ ກໍໄດ້ເລື່ອນສະຖານະຈາກເພື່ອນຮ່ວມງານ ມາເປັນຄູ່ຮັກ.

ຫຼ້າສຸດທາງ SM Entertainment ຕົ້ນສັງກັດຂອງນັກຮ້ອງ Joy ແລະ P-NATION ຕົ້ນສັງກັດຂອງນັກຮ້ອງໜຸ່ມ Crush ຕ່າງກໍໄດ້ອອກມາສະແດງຄວາມຍິນດີ ແລະ ປະກາດຢ່າງເປັນທາງການວ່າທັງສອງກຳລັງສຶກສາເບິ່ງໃຈຂອງກັນ ແລະ ກັນຢູ່.

ຂອບໃຈຂໍ້ມູນຈາກ:

https://bit.ly/3B5m4z4

https://bit.ly/3kaXdDg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/