ຈ່ອນນີ້-ບອສ ຄູ່ຈິ້ນຟິນເວີ້ທີ່ກຳລັງເປັນກະແສ! ຄວາມສາມາດໄດ້ທັງຮ້ອງເພງ, ເຕັ້ນ, ເດີນແບບ ແລະ ການສະແດງ


ເປັນອີກຄູ່ຈິ້ນຄູ່ໜຶ່ງທີ່ກຳລັງມາແຮງ ແລະ ທັງສອງກໍຈະໄດ້ຮ່ວມງານກັນໃນໄວໆນີ້ ກັບບົດບາດການສະແດງທີ່ຫຼາຍຄົນຕ້ອງຟິນກັນຢ່າງແນ່ນອນ, ໃນຊີວິດປະຈຳວັນກໍມີໃຫ້ຟິນຢູ່ແລ້ວ ມີໂມເມັ້ນໜ້າຮັກໆໃຫ້ໄດ້ເຫັນຢູ່ສະເໝີ ພິເສດໄປກວ່ານັ້ນສອງນັກສະແດງຍັງເປັນກັນເອງກັບແຟນໆອີກດ້ວຍ.

ຜົນງານກໍມີໃຫ້ເຫັນຢູ່ສະເໝີ ທັງຮ້ອງເພງ, ເຕັ້ນ, ເດີນແບບ, ຖ່າຍແບບ, ສະແດງຊີຣີ່… ເວົ້າໄດ້ວ່າໜ້າສົນໃຈເປັນພິເສດ.

ຈ່ອນນີ້ ສ້ອຍວຽງວົງ ເປັນນາຍແບບ ນັກສະແດງຈາກຄ້າຍ Black Modeling ອາຍຸ 22 ປີ ເປັນຄົນໜ້າຮັກ, ມັກມ່ວນ, ເຮຮາ, ຍິ້ມເກັ່ງ ແລະ ທີ່ສຳຄັນຍັງມີຄວາມສາມາດດ້ານການເດີນແບບ ຮ້ອງເພງ ເຕັ້ນກໍໄດ້ ສະແດງກໍດີ.

ຜົນງານທີ່ຜ່ານມາກໍມີຫຼາກຫຼາຍ ບໍ່ວ່າຈະເປັນການເດີນແບບເທິງເວທີ Wow Fashion Week, ຖ່າຍແບບ 15 ໜຸ່ມຂອງວາລະສານ Wow ແລະ ຍັງມີຖ່າຍໂຄສະນາຕ່າງໆ. ພິເສດ ໂຄສະນາໃຫຍ່ກໍຄືເຄື່ອງດື່ມ Coke ແລະ Heineken,​ ພ້ອມກັນນີ້ກໍຍັງມີໂອກາດຖ່າຍ Series ຂອງໂຕໂຍຕ້າ V-Series EP6 ແລະ ເດັກໃໝ່ New Student ແລະ ຫຼ້າສຸດ! ກໍໄດ້ຮ່ວມຖ່າຍ Series ກັບທີມງານໄຕບ້ານ ກັບ ຊີຣີ່ ສະບາຍດີຊຳເໜືອ2 ແລະ ຜົນງານໃນອະນາຄົດຈະມີການຖ່າຍ ຊີຣີ່ ຂອງ Black Modeling ໃນໄວໆນີ້. ພ້ອມກັນນີ້ ກໍຈະມີຜົນງານຖ່າຍແບບ ເດີນແບບ ແລະ ການສະແດງຕາມມາຢ່າງແນ່ນອນ.

ສ່ວນນ້ອງ ບອສ ຫຼື ສິຣິພົງ ຍັງນຸວົງ ກໍເປັນນັກສະແດງເຊັ່ນດຽວກັນ, ອາຍຸພຽງ 19 ປີ ແຕ່ຄວາມສາມາດນັ້ນເກີນຄາດເລີຍກໍວ່າໄດ້, ສັງເກດເບິ່ງແລ້ວວ່ານ້ອງເປັນຄົນທີ່ສົດໃສ, ເຂົ້າກັບຄົນໄດ້ງ່າຍ, ມັກມ່ວນຊື່ນເຮຮາ, ມີຄວາມດື້ປະສົມເລັກໜ້ອຍ ຈົນເຮັດໃຫ້ແຟນໆຕົກຂຸມຮັກໃນເວລາດຽວກັນ.

 ໃນເລື່ອງຄວາມສາມາດນັ້ນກໍໂດດເດັ່ນເຊັ່ນກັນ ບໍ່ວ່າຈະຮ້ອງ, ເຕັ້ນ, ເດີນແບບ, ຖ່າຍແບບ ລວມໄປເຖິງການສະແດງ ທີ່ມີດີກວ່າທີ່ຄິດ.

ຜົນງານທີ່ຜ່ານມາຫຼັກໆເລີຍຈະແມ່ນການສະແດງ One Love The Series ທີ່ໄດ້ຮັບບົດເປັນໂຈ້ ໃນເວລານັ້ນເຮັດໃຫ້ຫຼາຍຄົນໄດ້ຮູ້ຈັກຜົນງານຂອງນ້ອງຫຼາຍຍິ່ງຂຶ້ນ ທັງບົດບາດການສະແດງທີ່ເປັນທຳມະຊາດ ປະກອບກັບຊີຣີ່ເລື່ອງນີ້ກໍມີຊື່ສຽງພໍສົມຄວນໃນເວລານັ້ນ. ໃນອະນາຄົດກໍຍັງຈະມີຜົນງານໃຫ້ແຟນໆໄດ້ຮັບຊົມອີກດ້ວຍ ເຊິ່ງຈະມີການເດີນແບບ, ຮ້ອງເພງ ແລະ ກໍຈະໄດ້ສະແດງຊີຣີ່ເລື່ອງໃໝ່ໃນໄວໆນີ້ ແນ່ນອນຕ້ອງຄູ່ກັບຈ່ອນນີ້ຢ່າງແນ່ນອນ.

ໃຫ້ສຳພາດໂດຍ: ຈ່ອນນີ້ ແລະ ບອສ ເຟສບຸກ: Boss Yungnuvong ແລະ Johnny Soiyviengvong

ຮຽບຮຽງ: ທີມຂ່າວ LaoX

ຂອບໃຈຮູບພາບປະກອບໂດຍ: ສາວວາຍ https://bit.ly/3D7NaYl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/