ນ້ອງໝານ້ຳອາຍຸຍືນ ແຖມຍັງງອກອະໄວຍະວະອອກມາໃໝ່ໄດ້ນຳ!


ໝານ້ຳ ຫຼື Axolotl ເປັນສັດເຄິ່ງບົກເຄິ່ງນ້ຳຕະກຸນດຽວກັບຊາລາແມນເດີ້ ຂະໜາດໃຫຍ່ສຸດແມ່ນ 30 ຊັງຕີແມັດ. ມີຖິ່ນກຳເນີດຢູ່ທີ່ທະເລສາບໃກ້ກັບແມັກຊີໂກຊິຕີ້. ດ້ວຍໜ້າຕາທີ່ເບິ່ງເດັກນ້ອຍ ແລະບໍ່ມີທາງແກ່, ຄົນຈຶ່ງຫັນມາລ້ຽງນ້ອງຈົນເລີ່ມເປັນທີ່ນິຍົມ.

ນອກຈາກໜ້າຕາທີ່ໜ້າຮັກຂອງນ້ອງແລ້ວ ຍັງມີຄວາມສາມາດໃນການງອກອະໄວຍະວະສ່ວນໃດກໍໄດ້ຂອງຮ່າງກາຍອອກມາໃໝ່ ແຕ່ກໍບໍ່ໄດ້ໝາຍຄວາມວ່າຈະເປັນອຳມະຕະ. ນ້ອງມີອາຍຸທີ່ຍືນຍາວເຖິງ 15 ປີ ເມື່ອປຽບທຽບກັບຂະໜາດສັດນ້ອຍເທົ່າກັນແລ້ວ ໝານ້ຳຖືວ່າອາຍຸຍືນຫຼາຍ.​ ແລະດ້ວຍຄວາມສາມາດງອກອະໄວຍະວະທີ່ໂຫດກວ່າສັດອື່ນໆ ເຊັ່ນ: ຈີ່ຈ້ຽມ ທີ່ເມື່ອຫາງຂາດກໍຈະງອກໄດ້ໃໝ່, ແຕ່ນ້ອງໝານ້ຳສາມາດງອກໃໝ່ໄດ້ທຸກສ່ວນຈົນຮອດຫົວໃຈ ນັກວິທະຍາສາດຈຶ່ງໃຫ້ຄວາມສົນໃຈກັບຢີນຂອງນ້ອງຫຼາຍ ເພາະຖ້າສຶກສາຈົນສຳເລັດ ກໍຈະສາມາດນຳມາປັບແຕ່ງໃຫ້ແກ່ມະນຸດເຮົາໄດ້ງອກອະໄວຍະວະທີ່ຂາດໄປກັບຄືນມາໄດ້.

ທີ່ມາ: https://bit.ly/3z8aMK2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/