ຍີ່ປຸ່ນສືບຕໍ່ເປັນເຈົ້າພາບ ງານມະຫະກຳກິລາ Paralympic Games (ກິລາສຳລັບຄົນພິການ)


Paralympic Games ເປັນການແຂ່ງຂັນກິລາຫຼາຍປະເພດຈາກທົ່ວໂລກ ເປັນໂອກາດດີໆທີ່ໄດ້ເລີ່ມຈັດມາດົນນານຫຼາຍປີ ແລະ ປີນີ້ຍີ່ປຸ່ນກໍໄດ້ເປັນເຈົ້າພາບ ເຊິ່ງເປັນ Paralympic ຄັ້ງທີ 16 ຈະຈັດຂຶ້ນໃນລະຫວ່າງວັນທີ 24 ສິງຫາ 2021 ຈົນຮອດ ວັນທີ 5 ກັນຍາ 2021.

ນັກກິລາແຕ່ລະປະເທດຕ່າງກໍໄດ້ຝຶກຊ້ອມກັນຢ່າງເຕັມທີ່ ແຕ່ໃນການແຂ່ງຂັນປີນີ້ ທົ່ວໂລກຍັງຄົງໃຊ້ຊີວິດບໍ່ປົກກະຕິ ແລະ ບາງປະເທດກໍຍັງປະສົບກັບບັນຫາການລະບາດຂອງພະຍາດໂຄວິດ-19, ດັ່ງນັ້ນທາງຄະນະກຳມະການ Paralympic ສາກົນ ພ້ອມດ້ວຍຝ່າຍຈັດການແຂ່ງຂັນ ໄດ້ອອກຖະແຫຼງຮ່ວມກັນວ່າ ໃນແຂ່ງຂັນຄັ້ງນີ້ ຈະແຂ່ງຂັນໂດຍບໍ່ໃຫ້ມີຜູ້ຄົນເຂົ້າມາຮັບຊົມ ເນື່ອງຈາກສະຖານະການຍັງບໍ່ປົກກະຕິ.

ມະຫະກຳກິລາ  Paralympic Games ຄົນພິການ ຄັ້ງທີ 16 ທີ່ເລື່ອນມາຈັດໃນປີ 2021 ຄາດວ່າຈະມີນັກກິລາເຂົ້າຮ່ວມປະມານ 4,400 ກວ່າຄົນຈາກທົ່ວໂລກ ຊິງ 540 ຫຼຽນຄຳ ໃນ 22 ປະເພດກິລາ, ນອກຈາກນີ້ຈະມີ 2​ ປະເພດກິລາທີ່ໄດ້ບັນຈຸເຂົ້າໃນການແຂ່ງຂັນຄື: ກິລາຕີດອກປີກໄກ່ ແລະ ເທຄວັນໂດ້.

ສ່ວນນັກກິລາລາວເຮົາທີ່ຈະໄດ້ຮ່ວມການແຂ່ງຂັນແມ່ນມີ 1 ຄົນຄື:​ ທ້າວແກ່ນ ເທບທິດາ ປະເພດແລ່ນ 100 ແມັດ ເຊິ່ງເປັນຄັ້ງປະຫວັດສາດຂອງນັກກິລາແລ່ນ-ລານ ຄົນພິການລາວ ທີ່ຈະໄດ້ລົງແຂ່ງຂັນ ເຊິ່ງຈະໄດ້ລົງແຂ່ງໃນວັນທີ 29 ສິງຫາ 2021.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/