ECOTHON LAO ການແຂ່ງຂັນແບບແຜນທຸລະກິດສຳລັບຜູ້ປະກອບການ


ອີໂຄທອນ(ECOTHON) ແມ່ນຊື່ທີ່ຫຍໍ້ມາຈາກຄຳວ່າ Eco-Entrepreneurs Marathon ເຊິ່ງສາມາດແປຊື່ງານເປັນພາສາລາວໄດ້ວ່າ ການແຂ່ງຂັນແບບແຜນທຸລະກິດສຳລັບຜູ້ປະກອບການທາງດ້ານອຸປະໂພກ, ບໍລິໂພກ ແລະ ການຜະລິດແບບຍືນຍົງ. ງານດັ່ງກ່າວແມ່ນການແຂ່ງຂັນຮູບແບບທຸລະກິດສຳລັບຜູ້ປະກອບການທີ່ຮັກສາສິ່ງແວດລ້ອມ ແລະ ມີແນວຄິດທາງດ້ານນະວັດຕະກຳທີ່ກ່ຽວຂ້ອງກັບ ແຜນພັດທະນາແບບຍືນຍົງ ຂໍ້ທີ 12(SDG 12) ນັ້ນກໍຄື ການບໍລິໂພກ, ອຸປະໂພກ ແລະ ການຜະລິດແບບຍືນຍົງ.

ອີໂຄທອນ ລາວ 2021 ແມ່ນຖືກຈັດຂຶ້ນໂດຍການຮ່ວມມືລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະມາຄົມການຄ້າ ໄອຊີທີລາວ, ກະຊວງວິສາຫະກິດຂະໜາດນ້ອຍ ແລະ ສະຕາດອັບ ຂອງສາທາລະນະລັດເກົາຫຼີ, ມູນນິທິຮັນໄຊເດັນ, ອົງການ ຢຸເສດ(USAID) ແລະ ສູນ ທຸລະກິດ ແລະ ນະວັດຕະກຳ ແບບຍືນຍົງ ອາເຊັມ (ASEM SMEs ECO Innovation)  ເຊິ່ງງານແມ່ນເລີ່ມຕົ້ນຈັດຂຶ້ນໃນວັນທີ 11 ສິງຫາ 2021 ທີ່ຜ່ານມາ ໃນໂຮງແຮມຄຣາວພຣາຊາ ວຽງຈັນ. ແຕ່ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ຈຶ່ງຕ້ອງໄດ້ຈັດຜ່ານລະບົບອອນລາຍ ຄວບຄູ່ກັນ.

ສຳລັບການແຂ່ງຂັນຮອບທຳອິດແມ່ນຈະເລີ່ມດ້ວຍ 10ທີມ. ແຕ່ພິເສດ ສຳລັບອີໂຄທອນ 2021 ແມ່ນມີພຽງທີມ 9 ທີມທີ່ໄດ້ສະເໜີ ໄອເດຍຂອງຕົນ. ແຕ່ກ່ອນຈະເຂົ້າສູ່ການແຂ່ງຂັນ, ແຕ່ລະທີມກໍຈະໄດ້ຮັບໂອກາດປຶກສາຫາລື ກັບ ຄູຝຶກ ຜູ້ທີ່ເປັນຜູ້ປະກອບການທີ່ປະສົບຜົນສຳເລັດ ແລະ ຊ່ຽວຊານຈາກສາກົນ ທີ່ທາງງານຈັດໃຫ້ ເພື່ອຮຽນຮູ້ ແລະ ພັດທະນາແນວຄິດທຸລະກິດຂອງຕົນ ກ່ອນຈະລົງແຂ່ງຂັນຂຶ້ນຕື່ມອີກ.

ທ້າຍທີ່ສຸດ, ທັງ 9ທີມກໍໄດ້ມາແຂ່ງກັນອີກເປັນຮອບທີ່ສອງ ເພື່ອຈະເຂົ້າຮອບຊະນະເລີດເພື່ອຄັດເອົາ ສາມທີມສຸດທ້າຍ ເຊິ່ງໃນວັນທີ 13 ສິງຫາ 2021 ກໍໄດ້ປະກາດລາຍຊື່ຜູ້ຊະນະເປັນທີ່ຮຽບຮ້ອຍແລ້ວ ໄດ້ແກ່ທີມ ກັບຄືນສູ່ທຳມະຊາດ ທີ່ເຮັດກ່ຽວກັບການນຳໃຊ້ຂອງເສຍຈາກມະນຸດ ມາເປັນປຸຍ ແລະ ພະລັງງານທົດແທນ ເປັນອັນດັບໜຶ່ງ, ທີມ ໂລກມືສອງ ເຮັດກ່ຽວກັບການ ຊື້-ຂາຍ ແລະ ບໍລິຈາກເຄື່ອງມືສອງ ໄດ້ອັນດັບສອງ ແລະ ທີມ ຕະຫຼາດມົດໄວ ທີ່ເຮັດກ່ຽວກັບ ຜະລິດຕະພັນປອດສານພິດ ເປັນອັນດັບສາມ.

ອີໂຄທອນ ແມ່ນງານການແຂ່ງຂັນທີ່ຈັດຂຶ້ນທຸກປີໃນຂົງເຂດປະເທດອາຊີຕາເວັນອອກສຽງໃຕ້ ໂດຍສະເພາະແມ່ນ ສປປລາວ,​ ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ ແລະ ຟິລິບປິນ. ສຳລັບຜູ້ສົນໃຈແຂ່ງຂັນໃນປີຕໍ່ໄປແມ່ນສາມາດຕິດຕາມເວັບໄຊຂອງງານໄດ້ໂດຍກົງທີ່: https://ecothon.net/

ທີ່ມາ:​ https://ecothon.net/

ພາບ: Ecothon in Lao PDR

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/