ເອົາໃຈຄົນຮັກແມວ! Neko to Kutsurogu ໂຕະທີ່ມີຮູໃຫ້ແມວເອົາຫົວຂຶ້ນມາເບິ່ງເຮົາ


ສຳລັບຄົນທີ່ຮັກ ຫຼື ລ້ຽງແມວເປັນປົກກະຕິຢູ່ແລ້ວກໍອາດຈະຢາກຢູ່ກັບແມວ ຫຼື ແນມເຫັນນ້ອງຕະຫຼອດເວລາ ບໍ່ວ່າຈະເປັນຕອນກິນເຂົ້າກໍຕາມ. ດັ່ງນັ້ນ ທາງເວັບໄຊຂາຍເຄື່ອງອອນໄລນ໌ Dinos ຈາກປະເທດຍີ່ປຸ່ນ ຈຶ່ງໄດ້ຂາຍໂຕະໜ້າຮັກໆ ທີ່ມີບ່ອນໃຫ້ນ້ອງແມວສາມາດເອົາຫົວຂຶ້ນມາເບິ່ງເຈົ້າຂອງເວລາກິນເຂົ້າໄດ້.

Neko to Kutsurogu ເປັນໂຕະທີ່ເບິ່ງແລ້ວກໍຄືກັບໂຕະປົກກະຕິ ແຕ່ວ່າຈຸດພິເສດກໍແມ່ນມີຮູທາງກາງສຳລັບນ້ອງແມວ ເພື່ອໃຫ້ທັງເຈົ້າຂອງ ແລະນ້ອງແມວສາມາດແນມເຫັນກັນໄດ້ ໂດຍຈະມີບ່ອນວາງນ້ອງໆຢູ່ທາງກ້ອງ ເພື່ອໃຫ້ໄດ້ລະດັບຄວາມສູງທີ່ເໝາະສົມ ເຊິ່ງສາມາດໃຊ້ເປັນບ່ອນວາງເຄື່ອງໄດ້ ກໍລະນີທີ່ນ້ອງແມວບໍ່ຢາກຢືນຢູ່.

ຕົວໂຕະເອງເຮັດມາຈາກໄມ້ໂອ໊ກ ມີຄວາມຍາວ 130ຊມ, ກວ້າງ 85ຊມ ແລະ ຮູທາງກາງມີເສັ້ນຜ່າໃຈກາງ 16ຊມ ເຊິ່ງກໍເປັນຂະໜາດທີ່ກວ້າງກວ່າຫົວແມວ. ໂຕະ Neko to Kusturogu ມີໃຫ້ເລືອກດ້ວຍກັນ 2 ສີຄື: ສີນ້ຳຕານອ່ອນ ແລະ ສີນ້ຳຕານເຂັ້ມ ໂດຍລາຄາຂາຍຢູ່ໜ້າເວັບໄຊມີລາຄາຢູ່ທີ່ 159,500ເຢນ ຫຼື ປະມານ 1452ໂດລາ!!!

ຂໍຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/