ກາເຟກຳລັງຈະໝົດຈາກໂລກໄປ


ປະຕິເສດບໍ່ໄດ້ເລີຍວ່າກາເຟເປັນໜຶ່ງໃນເຄື່ອງດື່ມທີ່ຄົນທົ່ວໂລກບໍລິໂພກຫຼາຍທີ່ສຸດ. ໃນອຸດສາຫະກຳຂອງກາເຟນັ້ນ, ນອກຈາກຈະເປັນເຄື່ອງດື່ມທີ່ຊ່ວຍໃຫ້ເຮົາຕື່ນ ແລະມີພະລັງງານເຮັດວຽກຕໍ່ໄປແລ້ວ ມັນຍັງມາໃນຮູບແບບຂອງສິລະປະ ເຊັ່ນ: ການພັດທະນາໃຫ້ຣົດຊາດຂອງກາເຟໃກ້ຄຽງກັບໝາກໄມ້ຕ່າງໆ ເພື່ອສ້າງຄວາມຫຼາກຫຼາຍແຖມຍັງໂດດເດັ່ນໃນການຕີຕະຫຼາດເພື່ອຍາດກັນເອີ້ນລູກຄ້າ. ຮ້ານກາເຟໃນໂລກປັດຈຸບັນນັບມື້ນັບເພີ່ມຫຼາຍຂຶ້ນ, ມັນໄດ້ກາຍເປັນສູນກາງນັດພົບ, ບ່ອນເຮັດວຽກ ແລະ ບ່ອນທີ່ເຕົ້າໂຮມເອົາສັງຄົມປັດຈຸບັນ. ແຕ່ວ່າ ກິດຈະກຳເຫຼົ່ານີ້ກຳລັງຈະໝົດໄປ ເມື່ອກາເຟກຳລັງຈະສູນພັນໃນເວລາອັນໃກ້ນີ້.

ທາງສະຖາບັນສະພາບອາກາດ (The Climate Institute) ໄດ້ລາຍງານວ່າກາເຟອາດຈະສູນພັນພາຍໃນປີ 2050. ໂດຍພື້ນທີ່ທີ່ສາມາດໃຊ້ປູກກາເຟຈະໜ້ອຍລົງໄປອີກເຄິ່ງໜຶ່ງ ເນື່ອງຈາກອຸນຫະພູມ ແລະ ສັດຕູພືດທີ່ເພີ່ມຂຶ້ນ ກາເຟປ່າຈະໝົດກ້ຽງພາຍໃນປີ 2080.

ໃນການຈັດການປະເມີນຄວາມສ່ຽງຕໍ່ການຖືກຮຸກຮານຂອງກາເຟປ່າ 124 ສາຍພັນໃນປີ 2019 ທີ່ຜ່ານມານີ້, ນັກວິທະຍາສາດໄດ້ຄົ້ນພົບວ່າ 60 ເປີເຊັນຂອງສາຍພັນກາເຟກຳລັງຢູ່ໃນກຸ່ມສ່ຽງທີ່ຈະສູນພັນ ເນື່ອງຈາກການປ່ຽນແປງຂອງສະພາບອາກາດ, ການລະລາຍຂອງນ້ຳກ້ອນ, ສັດຕູພືດ ແລະ ເຊື້ອໂຣກຕ່າງໆ.

ສາຍພັນກາເຟທີ່ຄົນສ່ວນໃຫຍ່ບໍລິໂພກແມ່ນອາຣາບິກ້າ (Coffea  Arabica) ແລະ ໂຣບັສຕ້າ (Coffea canephora) ເຖິງແມ່ນວ່າການສຳຫຼວດຈະບໍ່ໄດ້ແນໃສ່ການຖືກຮຸກຮານຂອງສອງສາຍພັນນີ້ເປັນຫຼັກ ແຕ່ຄວາມເປັນໄປໄດ້ທີ່ການປ່ຽນແປງຂອງສະພາບແວດລ້ອມໃນກາເຟປ່າ ຈະມີຜົນກະທົບຕໍ່ອຸດສາຫະກຳກາເຟເຫຼົ່ານີ້ເຊັ່ນກັນ. ຜູ້ທີ່ປູກກາເຟສ່ວນໃຫຍ່ຈະຕ້ອງນຳໃຊ້ກາເຟປ່າ ເພື່ອຂ້າມສາຍພັນກັບສອງສາຍພັນດັ່ງກ່າວ ເພື່ອທີ່ຈະໄດ້ສ້າງຄວາມຫຼາກຫຼາຍໃໝ່ໆ ແລະ ເປັນການປ້ອງກັນແມງໄມ້, ເຊື້ອໂຣກພ້ອມທັງການປ່ຽນແປງຂອງສະພາບອາກາດ. ຖ້າເຮົາບໍ່ມີຄວາມແຕກຕ່າງທາງສາຍພັນໃນປ່າ, ຜູ້ປູກກາເຟທັງສອງສາຍພັນກໍບໍ່ສາມາດປົກປ້ອງພືດຈາກການຮຸກຮານຂອງສັດຕູພືດໃໝ່ໆໄດ້.

ກາເຟກໍຄືກັບພືດຈາກເຂດພື້ນທີ່ຮ້ອນຊຸ່ມ, ມັນບໍ່ສາມາດຖືກຈັດເກັບໃນຂັ້ນຕອນການແຊ່ແຂງເພື່ອເກັບໄວ້ໃນທະນາຄານພືດພັນໄດ້. ທາງນັກວິທະຍາສາດຈະຕ້ອງໄດ້ມີອຸປະກອນທີ່ພັດທະນາກວ່ານີ້ເພື່ອຈັດເກັບດີເອັນເອ (DNA) ຂອງກາເຟປ່າກ່ອນທີ່ມັນຈະສູນພັນໄປທັງໝົດ.

ຖ້າວ່າສະພາວະໂລກຮ້ອນຍັງຄົງດຳເນີນຕໍ່ໄປ, ຜູ້ຄົນຍັງບໍ່ຄຳນຶງເຖິງຜົນກະທົບວົງກວ້າງ. ອາດບໍ່ແມ່ນມີແຕ່ກາເຟ ທີ່ໂລກເຮົາຈະສູນເສຍໃນທ້າຍຂອງສະຕະວັດນີ້ກໍເປັນໄດ້.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/