ໃນວັນທີ 31 ສິງຫາ 2020 ຢູ່ທີ່ ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພິທີເປີດນໍາໃຊ້ ລະບົບ 5G ຢ່າງເປັນທາງການ ເຊິ່ງເປັນເຄື່ອຂ່າຍທໍາອິດໃນ ສປປ ລາວ. ກ່າວເປີດພິທີໃນຄັ້ງນີ້ໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ທ່ານ ປອ ທັນສະໄໝ ກົມມະສິດ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍຄະນະນໍາ ກະຊວງ ປທສ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ອ້ອມຂ້າງກະຊວງ ປທສ , ຄະນະອໍານວຍການ, ຜູ້ບໍລິຫານ ລາວ ໂທລະຄົມ ແລະ ບັນດາສື່ມວນຊົນກໍ່ໄດ້ເຂົ້າຮ່ວມໃນງານຄັ້ງນີ້ດ້ວຍ.

ເພື່ອຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ກໍຄືວຽກງານ ຂອງ ກະຊວງ ປທສ ໃນການຫັນການບໍລິການໂທລະຄົມເປັນທັນສະໄໝ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໄດ້ ໂດຍສະເພາະໃນຍຸກເສດຖະກິດ ດີຈີຕອນ 4.0 (Digital Economy Era). ດັ່ງທີ່ພວກເຮົາໄດ້ຮັບຊາບກັນແລ້ວໃນຍຸກປະຈຸບັນການນຳໃຊ້ເຄື່ອງມືສື່ສານ ແລະ ການບໍລິການຂອງໂທລະຄົມ ແມ່ນໄດ້ກາຍເປັນປັດໄຈທີ່ສຳຄັນໃນການດຳລົງຊີວິດຂອງມະນຸດເຮົາ ເວົ້າລວມ ເວົ້່າໂດຍສະເພາະກໍແມ່ນຂອງສັງຄົມຢູ່ໃນ ສປປລາວ ເຮົາ. ໃນປະຈຸບັນໄດ້ມີຫລາຍປະເທດໃນທົ່ວໂລກ ແລະ ຂົງເຂດອາຊີບ ແມ່ນໄດ້ທົດລອງນຳໃຊ້ ເທັກໂນໂລຊີ 5G ເຂົ້າຮັບໃຊ້ສັງຄົມຢູ່ໃນຫລາຍຂົງເຂດວຽກງານເຊັ່ນ: ທາງດ້ານທຸລະກິດ ອອນລາຍ E-commerce, ນໍາໃຊ້ປັນຍາປະດິດ ຫຼື Ai, IoT, Robotic ເຂົ້າຢູ່ໃນຂົງເຂດ ອຸດສາຫະກຳ, ກະສິກຳ ແລະ ການແພດເປັນຕົ້ນ ຊື່ງລ້ວນແລ້ວແຕ່ເປັນການສ້າງເງື່ອນໄຂໃຫ້ສັງຄົມຫລືຜູ້ຊົມໃຊ້ມີວິຖີຊີວິດນັບມື້ນັບສະດວກ ແລະ ວ່ອງໄວ ມີຄວາມປອດໄພສູງ.

ກ່ອນໜ້ານີ້ ໃນວັນທີ 8/10/2019 ທີ່ຜ່ານມາ ລາວ ໂທລະຄົມ ໄດ້ມີພິທີເປີດທົດລອງນໍາໃຊ້ລະບົບ 5G ມາແລ້ວຄັ້ງໜຶ່ງເພື່ອເປັນການກຽມຄວາມພ້ອມດ້ານຕ່າງໆກ່ອນການເປີດໃຫ້ບໍລິການຢ່າງເປັນທາງການ ແລະປັດຈຸບັນມີພື້ນທີ່ໃຫ້ການບໍລິການລະບົບ 5G ໃນເບື້ອງຕົ້ນ ຢູ່ໃນບາງພື້ນທີ່ຂອງ ນະຄອນຫລວງວຽງຈັນ ເຊັ່ນ: ເຂດສີຫອມ, ຕະຫລາດກາງຄືນແຄມຂອງ, ເຂດສາຍລົມ ແລະ ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ). ຫລັງຈາກນັ້ນ ໄລຍະສອງຈື່ງຈະຂະຫຍາຍໄປສູ່ບັນດາແຂວງໃຫຍ່ໆໃນປະເທດ.

ລະບົບ 5G ມີຄຸນສົມບັດພິເສດຫຼັກໆຢູ່ 3 ຢ່າງທີ່ແຕກຕ່າງກັບລະບົບ 4G ຄື: ຄວາມໄວ, ຄວາມສາມາດຮອງຮັບການເຊື່ອມຕໍ່ກັບອຸປະກອນ ແລະ ເວລາໃນການຕອບສະໜອງ ເຊິ່ງສາມຈຸດເດັ່ນທີ່ວ່າມານີ້ຈະເປັນການ ເປີດກວ້າງໃຫ້ແກ່ບໍລິການໃຫມ່ໆທີ່ຈະຕາມມາໃນອະນາຄົດເຊັ່ນ: ການເບິ່ງຫນັງ Streaming ຄວາມລະອຽດສູງ, ການຫລິ້ນເກມ, ການເຊື່ອມຕໍ່ບໍລິການອຸປະກອນ IoT, ລົດຂັບຂີ່ອັດຕະໂນມັດ, ບໍລິການ Smart ຮູບແບບຕ່າງໆ ທີ່ຕ້ອງການຄວາມໄວແລະເວລາໃນການຕອບສະຫນອງທີ່ສູງ ດ້ວຍສິ່ງທີ່ກ່າວມານີ້ ເທັກໂນໂລຍີ 5G ເປັນເປັນໂຕຂັບເຄື່ອນ ແລະເຮັດໃຫ້ເກີດບໍລິການເຫລົ່ານີ້ໄດ້ຢ່າງມີປະສິດຕິພາບ

ທີ່ມາຂອງຂ່າວ: ລາວໂທລະຄົມ www.laotel.la