ຫລັງຈາກເປີດໂຕແບບບໍ່ມີລາຍລະອຽດຫຍັງໃນງານ Galaxy Unpacked 2020 ໃນວັນທີ 6 ສິງຫາ ທີ່ຜ່ານມາ ຫລ້າສຸດທາງ Samsung ກໍໄດ້ປະກາດເຜີຍສະເປັກ ແລະລາຄາຢ່າງເປັນທາງການຂອງ Galaxy Z Fold 2 ຢ່າງເປັນທາງການ ຂໍບອກເລີຍວ່າຄັ້ງນີ້ສະເປັກຈັດເຕັມ.

Galaxy Z Fold 2 ມີຮູບຮ່າງຫນ້າຕາໂດຍລວມຄ້າຍຄືກັບຮຸ່ນທຳອິດ ແຕ່ມີການປັບປຸງລາຍລະອຽດເລັກນ້ອຍເຊັ່ນ: ຫນ້າຈໍດ້ານນອກໃຫຍ່ຂຶ້ນເປັນ 6.2 ນິ້ວ ແລະມາພ້ອມກ້ອງເຊລຟີ່ແບບເຈາະຮູ Infinity-O ເຮັດໃຫ້ບໍ່ມີຮອຍບາກຮອຍແຫວ່ງໃຫ້ຂີນຕາ. ສ່ວນທາງດ້ານຫນ້າຈໍພາຍໃນ ເມື່ອເປີດອອກມາຈະມີຂະຫນາດ 7.6 ນິ້ວ ຄວາມລະອຽດ 2208 x 1768 ພິກເຊລ ແລະມີຄ່າ Refresh rate 120Hz ແລະທີ່ສຳຄັນ ມີການປັບປຸງບານພັບໃຫມ່ ທີ່ແຂງແຮງກວ່າເກົ່າ ແລະສາມາດລັອກລະດັບໄດ້ສາມລະດັບ ເຊິ່ງເປັນເລື່ອງທີ່ດີຫລາຍ ເຮັດໃຫ້ເກີດການໃຊ້ງານທີ່ຫລາກຫລາຍຂຶ້ນ.

ຈຸດຕໍ່ມາແມ່ນເລື່ອງກ້ອງຖ່າຍຮູບ ເທື່ອນີ້ໃຊ້ເຊັນເຊີທີ່ໃຫຍ່ຂຶ້ນຕາມຮອຍໂທລະສັບໃນຕະກຸນ S ແລະ Note ໂດຍກ້ອງຫລັງໃຫ້ມາສາມໂຕ ແລະກ້ອງຫນ້າກໍໃຫ້ມາເຖິງສອງໂຕ ຖືໄດ້ວ່າສະເປັກຈັດເຕັມ. ທັງຫມົດທີ່ວ່າມານີ້ ລາຄາວາງຈຳຫນ່າຍຢ່າງເປັນທາງການໃນລາວແມ່ນ 19,990,000 ກີບ ຈ່າຍຊາວລ້ານມີທອນ.

ສະເປັກ GALAXY Z FOLD 2

  • ຫນ້າຈໍ :
    • ຫນ້າຈໍຫລັກ Dynamic AMOLED 2X, ຂະຫນາດ 7.6 ນິ້ວ, ຄວາມລະອຽດ 2208 x 1768
       ອັດຕາສ່ວນ 5:4, Refresh rate 120Hz, ຮອງຮັບ HDR10+
    • ຫນ້າຈໍດ້ານນອກ Super AMOLED, ຂະຫນາດ 6.2 ນິ້ວ, ຄວາມລະອຽດ 2260 x 816,
       ອັດຕາສ່ວນ 25:9
  • CPU : Snapdragon 865+
  • RAM : (LPDDR5) 12GB
  • ຄວາມຈຳ : (UFS 3.1) 256GB / 512GB ບໍ່ຮອງຮັບ  microSD card
  • ກ້ອງຫລັງ :
    • Wide 12MP (f/1.8), OIS, Super Speed Dual Pixel AF, Pixel size 1.8μm, FOV 83º
    • Ultra wide 12MP (f/2.2), Pixel Size 1.12μm, FOV 123º
    • Telephoto 12MP (f/2.4), PDAF, Dual OIS, ซูม Optical 2x, Digital 10x, Tracking AF, Pixel Size 1.0μm, FOV 45º
  • ກ້ອງຫນ້າ :
    • ກ້ອງໃນຫນ້າຈໍຫລັກ 10MP (f/2.2), Pixel size 1.22μm, FOV 80º
    • ກ້ອງໃນຫນ້າຈໍດ້ານນອກ 10MP (f/2.2)
  • ຮອງຮັບການເຊື່ອມຕໍ່ : 5G: SA, NSA, mmWave, USB-C
  • ເຊັນເຊີສະແກນລາຍນິ້ວມື : ຢູ່ດ້ານຂ້າງເຄື່ອງເປັນປຸ່ມດຽວກັບກັບປຸ່ມ Power
  • ຮອງຮັບລະບົບສຽງ : Dolby Atmos, ລຳໂພງແບບສະເຕີຣີໂອຄູ່
  • ແບັດເຕີຣີ : 4,500 mAh ຮອງຮັບການສາກໄວ 25W
  • ລະບົບປະຕິບັດການ : Android 10 ຄອບທັບດ້ວຍ One UI ຂອງທາງ Samsung