ເນື່ອງຈາກການລະບາດຂອງ Covid-19 ທີ່ກະທົບໄປທົ່ວໂລກ ໂດຍສະເພາະດ້ານການເດີນທາງ ເຮັດໃຫ້ສາຍການບິນ Japan Airlines ພັດທະນາແລະປັດຈຸບັນເລີ່ມທົດສອບຕູ້ເຊັກອິນແບບໃຫມ່ ທີ່ຈະຕິດຕັ້ງຢູ່ເດີ່ນບິນຮາເນດະ ເຊິ່ງເອີ້ນວ່າເປັນຕູ້ກົດແບບຫນ້າຈໍໄຮ້ສຳຜັດ (Touchless) ເຊິ່ງພັດທະນາໂດຍ Mitsubishi Electric ແລະ Oki Electric Industry ເພື່ອຫລຸດຜ່ອນການລະບາດຂອງພະຍາດ Covid-19

ຈໍດັ່ງກ່າວນີ້ມີເຊັນເຊີອິນຟາເຣດ ທີ່ສາມາດກວດໄລຍະຫ່າງຂອງນິ້ວມື ເຮັດໃຫ້ເຮົາບໍ່ຈຳເປັນຕ້ອງເອົານິ້ວມືຈິ້ມລົງໄປຖືກຈໍ ແຕ່ສາມາດຢູ່ຫ່າງຈາກຈໍໄລຍະ 3 ຊັງຕີແມັດ ກໍກົດໄດ້ ເພື່ອຫລີກລ່ຽງການສຳຜັດ ທີ່ອາດເຮັດໃຫ້ເກີດການລະບາດຂອງພະຍາດໄດ້.

ການທົດສອບຈະເຮັດຈົນຮອດກາງເດືອນກັນຍາ ແລ້ວຈະມີການປະເມີນຜົນວ່າໄດ້ຜົນຫລາຍຫນ້ອຍປານໃດ ກ່ອນຈະຕັດສິນໃຈນຳໃຊ້ຈິງຕໍ່ໄປ