Elon Musk

Elon Musk

ບໍລິສັດ Neuralink ເປັນອີກນຶ່ງບໍລິສັດຂອງ Elon Musk ເຈົ້າພໍ່ວົງການເທັກໂນໂລຍີຜູ່ກໍ່ຕັ້ງບໍລິສັດລົດໄຟຟ້າຊື່ດັງ Tesla ໄດ້ຖະແຫລ່ງຂ່າວຜົນວິໃຈ ກ່ຽວກັບການເຊື່ອມຕໍ່ສະຫມອງເຂົ້າກັບຄອມພິວເຕີ ໂດຍຈຸດປະສົງເພື່ອປະໂຫຍດທາງການແພດ.

ການຖະແຫລ່ງຂ່າວໃນຄັ້ງນີ້ມີການເປີດເຜີຍອຸປະກອນໂຕໃຫມ່ທີ່ຖືກພັດທະນາຂຶ້ນມາ ໂດຍຈະມີຂະຫນາດນ້ອຍ ສາມາດເອົາໄປຝັງຢູ່ໃນກະໂຫລກ ແລະຈະເຊື່ອມສາຍສື່ປະສາດເຂົ້າກັບສະຫມອງ ແລະທີ່ສຳຄັນຊິບດັ່ງກ່າວ ເຮັດວຽກແບບໄຮ້ສາຍ ໂດຍສົ່ງສັນຍານບລູທູດ ແລະມີແບັດເຕີຣີຢູ່ໄດ້ 1 ມື້.

ໃນການຖະແຫລ່ງຂ່າວທາງ Neuralink ໄດ້ນຳຫມູ 3 ໂຕມາສະແດງ ໂດຍໂຕທຳອິດເປັນຫມູປົກກະຕິບໍ່ຖືກໃສ່ຊິບໃດໆ, ໂຕທີສອງທີ່ເປັນຫມູທີ່ເຄີຍຖືກຕິດຕັ້ງຊິບມາກ່ອນແຕ່ເອົາອອກແລ້ວ (ເພື່ອສະແດງໃຫ້ເຫັນວ່າໃສ່ແລ້ວເອົາອອກໄດ້ໂດຍບໍ່ມີບັນຫາ) ແລະໂຕທີສາມເປັນຫມູ່ທີ່ຖືກຝັງຊິບໃນສະຫມອງມາເປັນໄລຍະເວລາກວ່າສອງເດືອນແລ້ວ ເຊິ່ງມັນເບິ່ງປົກກະຕິບໍ່ຕ່າງກັບຫມູໂຕອື່ນໆເລີຍ.

ໂດຍຫມູທີ່ຖືກຕິດຕັ້ງຊິບໃນສະຫມອງ ລະບົບຈະເຊື່ອມສັນຍານມາສະແດງຜົນ ເມື່ອຫມູເອົາດັງໄປດົມຫລືສຳຜັດສິ່ງຕ່າງໆ ລະບົບຈະຮັບຮູ້ການເຮັດວຽກຂອງສະຫມອງ ແລະສົ່ງສັນຍານກຣາຟການເຄື່ອມໄຫວມາໃຫ້ຮູ້ທັນທີ.

Elon Musk

ເປົ້າຫມາຍທຳອິດຂອງ Neuralink ແມ່ນຊິບດັ່ງກ່າວຈະຊ່ອຍໃນການເສີມການເຮັດວຽກຂອງສານສື່ປະສາດໃນສະຫມອງ ເຊິ່ງຈະຊ່ອຍຜູ່ປ່ວຍຄວາມຈຳເສື່ອມ, ບຳບັດການຕິດຢາ, ຊ່ອຍຜູ່ທີ່ເປັນອຳມະພຶກອຳມະພາດໄດ້ບາງສ່ວນ, ແຈ້ງເຕືອນອາການຫົວໃຈວາຍ. ໂດຍການຕິດຕັ້ງຊິບນີ້ໃຊ້ເວລາຕິດຕັ້ງບໍ່ຮອດ 1 ຊົ່ວໂມງ ແລະບໍ່ຕ້ອງວາງຢາສະຫລົບ ຕິດຕັ້ງແລ້ວອອກໂຮງຫມໍກັບເຮືອນໄດ້ເລີຍ.

Elon Musk ປະກາດວ່າຈະເລີ່ມມີການທົດສອບໃນມະນຸດໄວໆນີ້ ເຊິ່ງເປັນເລື່ອງທີ່ຫນ້າຕື່ນເຕັ້ນຫລາຍ ເຮົາຕ້ອງມາຖ້າຕິດຕາມກັນຕໍ່ໄປວ່າ ຄວາມຄືບຫນ້າຈະເປັນແນວໃດ ແລະຈະໄດ້ຜົນທີ່ຊ່ອຍຄົນປ່ວຍໄດ້ແທ້ບໍ່.

Elon Musk
Elon Musk