NEW YORK, USA - JULY 3, 2013: People walk past 7-Eleven convenience store in New York. 7-Eleven is world's largest operator, franchisor and licensor of convenience stores, with more than 46,000 shops.


ຫລັງຈາກທີ່ບໍລິສັດ CP All ຜູ່ຖືສິດໃນເຟຣນຊາຍຂອງ 7-Eleven ລາຍໃຫຍ່ໃນອາຊຽນ ໄດ້ຕົກລົງກັບ 7-Eleven, Inc. ເຊິ່ງເປັນບໍລິສັດແມ່ຂອງຮ້ານສະດວກຊື້ຊື່ດັງ ໂດຍໃນສັນຍາແມ່ນທາງ CP All ຈະໄດ້ສິດໃນການເປີດຮ້ານຄ້າ 7-Eleven ໃນປະເທດລາວ ໂດຍມີໄລຍະເວລາສັນຍາ 30 ປີ ແລະສາມາດຕໍ່ສັນຍາໄດ້ອີກ 2 ຄັ້ງ ຄັ້ງລະ 20 ປີ ລວມໆແລ້ວ CP All ຈະໄດ້ສິດໃນລາວເຖິງ 70 ປີ.

ຈາກການສຳພາດຜູ່ບໍລິຫານຂອງ ບໍລິສັດ CP All ຄາດການກັນວ່າຮ້ານສະດວກຊື້ 7-Eleven ສາຂາທຳອິດໃນລາວ ຈະເປີດໃຫ້ບໍລິການທີ່ນະຄອນຫລວງວຽງຈັນພາຍໃນປີ 2022 ແລະຈະບໍລິການທີ່ຫລາກຫລາຍບໍ່ຕ່າງຫຍັງກັບສາຂາຢູ່ປະເທດໄທ. ເຊິ່ງປະທານຂອງບໍລິສັດ 7-Eleven, Inc. ກໍໄດ້ໃຫ້ສຳພາດກັບສື່ວ່າ ດ້ວຍຄວາມສຳເລັດຂອງ 7-Eleven ໃນປະເທດໄທທີ່ມີຫລາຍເຖິງ 12,000 ສາຂາ ແລະບໍລິສັດທີ່ເຮັດໃຫ້ສຳເລັດກໍຄື CP All ດັ່ງນັ້ນການຂະຫຍາຍໄປປະເທດອື່ນໆໃນພູມມິພາກນີ້ ຄົງບໍ່ມີໃຜເຫມາະສົມໄປກວ່າ CP All ອີກ.

ນັກວິເຄາະຈາກທະນາຄານກະສິກອນໄທ ໄດ້ປະເມີນໄວ້ວ່າ ປະເທດລາວຍັງມີໂອກາດເຕີບໂຕທີ່ໃຫຍ່ສຳລັບທຸລະກິດຮ້ານຄ້າຍ່ອຍ ເພາະໃນປັດຈຸບັນທົ່ວປະເທດລາວ ມີຮ້ານຄ້າຍ່ອຍທັງຫມົດ 64,264 ແຫ່ງທົ່ວປະເທດ ໃນນັ້ນມີພຽງ 53 ຮ້ານເທົ່ານັ້ນທີ່ຖືວ່າເປັນຮ້ານແບບທັນສະໄຫມ ສະນັ້ນການທີ່ CP All ຈະນຳ 7-Eleven ເຂົ້າມາ ຈຶ່ງຍັງມີຊ່ອງຫວ່າງທາງຕະຫລາດ ໃຫ້ສາມາດເຂົ້າມາເຮັດກຳໄລໄດ້. ຂໍ້ມູນເພີ່ມຕື່ມ CP All ຈົດທະບຽນທຸລະກິດໃນປະເທດລາວດ້ວຍມູນຄ່າ 2,2 ລ້ານໂດລາສະຫະລັດ ແລະປັດຈຸບັນ CP All ຖືສິດເຟຣນຊາຍຂອງ 7-Eleven ຢູ່ 3 ປະເທດຄື ໄທ, ກຳປູເຈຍ ແລະລາວ.