ສາຍການບິນຍັກໃຫຍ່ Emirates ຫລັງຈາກທີ່ໄດ້ຮັບຜົນກະທົບຈາກ Covid-19 ເຮັດໃຫ້ສະຖານະການຂອງບໍລິສັດ ເຂົ້າສູ່ຈຸດວິກິດ ເຊິ່ງຕ້ອງຂໍເງິນຊ່ອຍເຫລືອຈາກລັດຖະບານ.

ໂດຍຫລ້າສຸດທາງລັດຖະບານດູໄບ ໄດ້ໃຫ້ເງິນຊ່ອຍເຫລືອສາຍການບິນດັ່ງກ່າວເປັນມູນຄ່າ 2,000 ລ້ານໂດລາສະຫະລັດ ແຕ່ເຖິງຈະໄດ້ເງິນຊ່ອຍເຫລືອເຂົ້າມາຫລາຍຂະຫນາດນັ້ນ ແຕ່ດ້ວຍສະຖານະການປັດຈຸບັນທີ່ຫລາຍປະເທດ ຍັງປິດການເດີນທາງ ແລະການທ່ອງທ່ຽວທີ່ຢຸດສະຫງັກ ເຮັດໃຫ້ທາງສາຍການບິນຍັງຕ້ອງໄດ້ມີແຜນລົດຄ່າໃຊ້ຈ່າຍດ້ານອື່ນໆອີກຫລາຍຢ່າງ ນັບຕັ້ງແຕ່ ລົດຕົ້ນທຶນທີ່ບໍ່ຈຳເປັນ, ລົດເງິນເດືອນ ແລະຫລ້າສຸດມີຂ່າວລືອອກມາວ່າ ສາຍການບິນ Emirates ອາດມີການຢຸດຈ້າງພະນັກງານສູງເຖິງ 30,000 ຄົນ ແລະຖ້າຫາກຂ່າວລືນີ້ເປັນຄວາມຈິງ ນີ້ຈະເປັນການປົດພະນັກງານອອກ ຈາກສາຍການບິນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດອຸດສະຫະກຳການບິນເລີຍ.