ວັນທີ 1 ກັນຍາ 2020 ທີ່ຜ່ານມາ ທາງ NVIDIA ໄດ້ຈັດງານ Live ເປີດໂຕກາດຈໍ GeForce RTX ໃຫມ່ ໃນສະຖາປັດຕະຍະກຳ Ampere ໂດຍເປີດໂຕຊຸດທຳອິດອອກມາ 3 ຮຸ່ນໄດ້ແກ່ RTX 3090, RTX 3080 ແລະ RTX 3070 ໂດຍເນັ້ນເພີ່ມປະສິດຕິພາບການເຣັນເດີ້ Real-Time Ray Tracing ທີ່ໃນກາດຈໍຮຸ່ນກ່ອນເຮັດໄດ້ບໍ່ດີປານໃດ ເຊິ່ງມາເທື່ອນີ້ເວົ້າໄດ້ວ່າ NVIDIA ແກ້ໂຕມາດີ ເພາະ RTX 3000 Series ແຮງທະລຸທະລວງທຸກການຫລິ້ນເກມ.

ຊິບເຊັດຊຸດໃຫມ່ນີ້ໃນກາດຈໍຂອງ NVIDIA ແມ່ນມີຄວາມແຮງເພີ່ມຂຶ້ນຈາກຮຸ່ນກ່ອນຫນ້ານີ້ເຖິງ 2 ເທົ່າໂຕ ແລະມີເທັກໂນໂລຍີ NVIDIA RTX IO ທີ່ຊ່ອຍໃນເລື່ອງການບີບແລະຂະຫຍາຍຂໍ້ມູນ ເຮັດໃຫ້ຫລຸດເວລາໃນການໂຫລດເກມລົງໄດ້ ແລະທີ່ສຳຄັນມາພ້ອມກັບ RAM ແບບໃຫມ່ GDDR6X ທີ່ສາມາດສົ່ງຂໍ້ມູນໄດ້ໄວເຖິງ 1TB/s

ໃນງານ NVIDIA ເປີດໂຕອອກມາກ່ອນ 3 ຮຸ່ນ ເຊິ່ງມີຄວາມຫນ້າສົນໃຈຫລາຍ ແລະເຊື່ອວ່ານີ້ຈະກາຍເປັນກາດຈໍ ທີ່ນັກຫລິ້ນເກມຕ້ອງມີໃນຄອບຄອງ ເພາະນອກຈາກຄວາມແຮງທີ່ແຮງເກີນຄຳບັນຍາຍແລ້ວ ລາຄາຍັງດີງາມນຳອີກ ມາເບິ່ງນຳກັນເລີຍວ່າມີຫຍັງແນ່:

  • GeForce RTX 3090 ອ້າຍໃຫຍ່ສຸດຂອງຮຸ່ນ ຕ້ອງບອກວ່າໃຫຍ່ອີ່ຫລີ ເພາະກິນພື້ນທີເມນບອດເຖິງສາມສະລັອດ ໂດຍທາງ NVIDIA ເອີ້ນວ່າ BFGPU (Big Ferocious GPU) ໂດຍໃຫ້ແຣມ GDDR6X ມາເຖິງ 24GB ເຊິ່ງອອກແບບມາເພື່ອໃຫ້ຮອງຮັບການຫລິ້ນເກມພ້ອມເປີດນຳໃຊ້ Ray Tracing ເທິງຄວາມລະອຽດພາບລະດັບ 8K ແລະຍັງໄດ້ເຟຣມເຣດລະດັບ 60 FPS ລາຄາວາງຈຳຫນ່າຍເປັນທາງການແມ່ນ $1.499
  • GeForce RTX 3080 ເປັນຮຸ່ນທີ່ຈະມາແທນທີ່ RTX 2080 ເພາະເປີດມາຂາຍລາຄາຊ່ຳກັນທີ່ $699 ແຕ່ຈຸດເດັ່ນແມ່ນ NVIDIA ເຄລມວ່າ RTX 3080 ແຮງກວ່າ RTX 2080 ສອງເທົ່າ ຮອງຮັບການຫລິ້ນເກມພ້ອມເປີດນຳໃຊ້ Ray Tracing ທີ່ຄວາມລະອຽດ 4K ແລະໄດ້ເຟຣມເຣດ 60 FPS
  • GeForce RTX 3070 ຮຸ່ນກາງທີ່ຕ້ອງບອກວ່າຈະກາຍເປັນກາດຈໍທີ່ຄຸ້ມຄ່າຄຸ້ມລາຄາສຸດໆ ເພາະເປີດໂຕມາດ້ວຍລາຄາ $499 ແຕ່ທາງ NVIDIA ບອກວ່າ RTX 3070 ແຮງກວ່າ RTX 2080Ti ທີ່ລາຄາແພງກວ່າຫລາຍທົບ.

ໃຜທີ່ຍັງລັງເລ ບໍ່ຫມັ້ນໃຈໃນປະສິດຕິພາບຂອງ Ray Tracing ຫລືຍັງນຳໃຊ້ກາດຈໍ GTX ຢູ່ ການມາຂອງ RTX 3000 ນີ້ລະຄືເວລາທີ່ປ່ຽນກາດຈໍໃຫມ່ ເພື່ອກຽມພ້ອມເກມເຈນໃຫມ່ ທີ່ຈະທະຍອຍອອກມາໃນປີຫນ້ານີ້ຢ່າງແນ່ນອນ.