ປະທານນາທິບໍດີ ໂດນັລດ໌ ທັຣມ ແຫ່ງສະຫະລັດອາເມລິກາ ໄດ້ກ່າວໃນລະຫວ່າງການຖະແຫຼງຂ່າວທີ່ທຳນຽບຂາວວ່າ “ ສະຫະລັດອາເມລິກາອາດຈະອະນຸມັດວັກຊີນຕ້ານໄວຣັດໂຄວິດ-19 ໃນເດືອນ ຕຸລາ ທີ່ຈະມາເຖິງ ກ່ອນການເລືອກຕັ້ງປະທານນາທິບໍດີໃນເດືອນ ພິຈິກ ນີ້ ”ແທນທີຈະຕ້ອງໃຊ້ເວລາດົນເຖິງ 2 ຫຼື 3 ປີ ເຮົາຄວນໃຊ້ເວລາສັ້ນໆ ໃນການອະນຸມັດວັກຊີນຕ້ານໂຄວິດ-19 ແລະ ການອະນຸມັດຄວນຈະເກິດຂຶ້ນໃນຊ່ວງເດືອນ ຕຸລາ ນີ້ ”  ປະທານນາທິບໍດີ ທັຣມ ໄດ້ກ່າວກັບຜູ້ສື່ຂ່າວໃນວັນຈັນຕາມເວລາສະຫະລັດອາເມຣິກາ.

ໃນລະຫວ່າງການຖະແຫຼງຂ່າວຄັ້ງນີ້ ປະທານນາທິບໍດີ ທັຣມ ໄດ້ກ່າວໂຈມຕີ ໂຈ ໄບເດນ ຄູ່ຊິງຕຳແໜ່ງ ປະທານນາທິບໍດີ ຈາກພັກ ເດໂມແຄຣດ ທີ່ວິພາກວິຈານວ່າ ສຳນັກງານອາຫານ ແລະ ການຢາ ຂອງສະຫະລັດ ( FDA ) ກຳລັງຜະເຊີນແຮງກົດດັນທາງດ້ານເມືອງ ໂດຍປະທານນາທິບໍດີ ທັມ ກ່າວວ່າ ຄວາມຂ້ອງໃຈຂອງນາຍໂຈ ໄບເດນ ອາດນຳໄປສູ່ການເວົ້າຕົວະເພື່ອຫວັງຜົນປະໂຫຍດທາງການເມືອງ.

ທັງນີ້ ເຈົ້າໜ້າທີ່ດ້ານສາທາລະນະສຸກ ແລະ ນັກວິທະຍາສາດຫຼາຍຄົນໄດ້ສະແດງຄວາມກັງວົນວ່າ ( FDA ) ກຳລັງປະເຊີນແຮງກົດດັນຈາກທຳນຽບຂາວ ໃຫ້ເຮັດການອະນຸມັດວັກຊີນກ່ອນການເລືອກຕັ້ງປະທານນາທິບໍດີຂອງສະຫະລັດໃນວັນທີ 3 ພິຈິກ ທີ່ຈະມາເຖິງນີ້. ໃນຂະນະດຽວກັນຊາວອາເມລິກາກໍ່ອາດຈະບໍ່ເຕັມໃຈທີ່ຈະສີດວັກຊີນຫາກເຊື່ອວ່າ ວັກຊີນ ຖືກເລັ່ງເຂົ້າສູ່ຕະຫຼາດຈາກການລະດົມໃນການຫາສຽງເລືອກຕັ້ງ.

 ເຖິງຢ່າງໃດກໍຕາມ ປະທານນາທິບໍດີ ທັຣມ ຢືນຢັນກັບຜູ້ສື່ຂ່າວໃນວັນຈັນວ່າ  “ ວັກຊີນຈະມີຄວາມປອດໄພ ແລະ ມີປະສິດທິພາບຢ່າງສູງ ແລ້ວຈະສາມາດມີການວາງຈຳໜ່າຍໃນໄວໆນີ້ ພວກທ່ານຈະປະຫຼາດໃຈເປັນຢ່າງສູງກັບສິ່ງທີ່ກຳລັງຈະເກີດຂຶ້ນ ”.

ສ່ວນທາງດ້ານໂຈ ໄບເດນ ໄດ້ອອກມາຮຽກຮ້ອງໃຫ້ລັດຖະບານດຳເນີນການຢ່າງໂປ່ງໃສໃນການສຶກສາກ່ຽວກັບວັກຊີນຕ້ານໂລກໂຄວິດ-19.    ຕາມການລາຍງານໄດ້ລະບຸວ່າ ກ່ອນທີ່ປະທານນາທິບໍດີ ທັຣມ ຈະຖະແຫຼງຂ່າວທີ່ທຳນຽບຂາວນັ້ນ ໂຈ ໄບເດນ ໄດ້ກ່າວກັບຜູ້ສື່ຂ່າວນອກຮອບການລະດົມຫາສຽງທີ່ເມືອງແລນສ໌ເຕີ ລັດເພນຊິວວາເນຍ ວ່າ ເຂົາຈະປະຕິບັດຕາມຄຳແນະນຳຈາກບັນດານັກວິທະຍາສາດວ່າຄວນຈະສີດວັກຊີນຕ້ານໂຄວິດ-19 ຫຼືບໍ່, ຫາກມີວັກຊີນດັ່ງກ່າວອອກສູ່ຕະຫຼາດກ່ອນການເລືອກຕັ້ງ ປະທານນາທິບໍດີ ໃນເດືອນ ພິຈິກ ນີ້.

ຮຽບຮຽງໂດຍ: katouk
ທີ່ມາ: https://www.sanook.com/news/8247534/?fbclid=IwAR0gy6Eyj_BI6uJyLoDEjPvu5dKK5TFNh6ZiqWuHugnHHw0bfHXEG6Rx8_4