ເຊິ່ງທາງການຈີນໃຊ້ມາດຕະການຕອບໂຕ້ສະຫະລັດອາເມຣິກາ ດ້ວຍວິທີການບໍ່ຕໍ່ ວີຊ່າ ໃຫ້ກັບຜູ້ສື່ຂ່າວຕ່າງຊາດທີ່ເຮັດວຽກໃຫ້ກັບສຳນັກຂ່າວຂອງສະຫະລັດອາເມຣິກາ ໃນປະເທດຈີນ ຖືວ່າເປັນຄວາມຂັດແຍ້ງລ່າສຸດລະຫວ່າງ ມະຫາອຳນາດທັງສອງປະເທດ ບໍ່ວ່າຈະໃນດ້ານເສດຖະກິດ ຫຼື ທາງການທູດກໍຕາມ.

ໂດຍຜູ້ສື່ຂ່າວທີ່ສະໝັກລົງທະບຽນສື່ມວນຊົນ ໂດຍປົກກະຕິຈະມີອາຍຸໜຶ່ງປີເຕັມ, ຈະໄດ້ຮັບບັດຊົ່ວຄາວແທນພ້ອມກັບ ວີຊ່າໃຫມ່ ທີ່ມີອາຍຸພຽງແຕ່ສອງເດືອນເທົ່ານັ້ນ.

ສຳນັກຂ່າວ CNN ໄດ້ຢືນຢັນວ່າ “ ໜຶ່ງໃນສື່ຂອງ CNN ທີ່ປະຈຳຢູ່ໃນປະເທດຈີນ ເດວິດ ຄັລເວີ ຄືໜຶ່ງໃນນັກຂ່າວທີ່ໄດ້ຮັບຜົນກະທົບຈາກມາດຕະການໃໝ່ນີ້, ໃນຂະນະທີ່ສື່ຂອງ New York Times ໄດ້ລາຍງານວ່າ ຜູ້ສື່ຂ່າວຂອງ The Wall Street ແລະ Getty Images ຕ່າງໄດ້ຮັບຜົນຫະທົບຄືກັນ.

New York Times ລາຍງານວ່າ ເຈົ້າໜ້າທີ່ຈີນ ໄດ້ກ່າວກັບນັກຂ່າວວ່າ ນະໂຍບາຍໃໝ່ນີ້ມີຂຶ້ນມາເພື່ອຕອບໂຕ້ລັດຖະບານປະທານນາທິບໍດີ ທັມ ທີ່ນຳກົດເກນໃໝ່ດ້ານ ວີຊ່າ ມາໃຊ້ກັບຜູ້ສື່ຂ່າວຈີນໃນສະຫະລັດອາເມຣິກາ, ເມື່ອເດືອນ ພຶດສະພາ ທີ່ຜ່ານມາ.

ໂຄສົກປະຈຳກະຊວງການຕ່າງປະເທດຂອງສະຫະລັດອາເມຣິກາ  ມໍແກນ ອອຣ໌ຕາກັສ ໄດ້ຖະແຫຼງການວ່າ ສະຫະລັດອາເມຣິກາ ມີຄວາມກັງວົນວ່າມາດຕະການໃໝ່ຂອງລັດຖະບານຈີນນີ້ຈະຍິ່ງເຮັດໃຫ້ບັນຍາກາດໃນການລາຍງານຂ່າວຈາກປະເທດຈີນ ສົ່ງຜົນກະທົບຮ້າຍແຮງໄປກວ່າເກົ່າ.

ຮຽບຮຽງໂດຍ: ກະຕຸກ.IQ2%
ທີ່ມາ: https://www.sanook.com/news/8247466/