“ Blackpink ” ເປັນທີ່ຮູ້ຈັກກັນວ່າເປັນວົງ Idol ຈາກເກົາຫຼີໃຕ້ທີ່ມີອິດທິພົນຕໍ່ກັບວົງການເພງ K-pop ຫຼາຍ ແລະ ໃນປັດຈຸບັນ, ວົງ Blackpink ກໍໄດ້ອອກເພງ “Ice cream” ເຊິ່ງມີຍອດວິວຫຼາຍກວ່າ 200 ຮ້ອຍລ້ານວິວໃນ Youtube ເວລາ 2:06AM (KST) ຫຼັງປ່ອຍເພງໄດ້ພຽງແຕ່ 10 ມື້ກັບ 13 ຊົ່ວໂມງ ແລະ ຍັງຕິດອັນດັບ 1 ໃນຫຼາຍໆ ລາຍການເພງອີກດ້ວຍ.

ເພງ “ Ice Cream ” ເປັນເພງທີ່ທັງ 4 ສາວໄດ້ມີໂອກາດຮ່ວມງານກັບດາລາ ແລະ ນັກຮ້ອງຊື່ດັງລະດັບໂລກແບບ Selena Gomez ເຊິ່ງມາໃນ Concept ເພງທີ່ສົດໃສ ພ້ອມທັງມີ Music Video ທີ່ເບິ່ງແລ້ວສົດຊື່ນເຂົ້າກັບລະດູຮ້ອນ ຈົນຄິດຢາກໃຫ້ລາວເຮົາຮອດຍາມຮ້ອນໄວໆເດ…, ຕາມການລາຍງານຂອງຄ້າຍ YG Entertainment ຫຼື ຄ້າຍຕົ້ນສັງກັດຂອງ Blackpink ໄດ້ເປີດເຜີຍວ່າ ໃນເດືອນຕຸລາ ປີ 2020 ນີ້ ຈະມີການປ່ອຍອະລະບໍ້າເຕັມທີ່ມີຊື່ວ່າ “ The Album ” ເຊິ່ງມີການຈອງມາແລ້ວຫຼາຍກວ່າ 800,000 ອະລະບໍ້າພາຍໃນອາທິດດຽວ. ກ່ອນໜ້ານີ້ເອງ ທັງ 4 ສາວກໍໄດ້ມີໂອກາດຮ່ວມຮ້ອງເພງກັບ Lady Gaga ເຊິ່ງກໍເປັນນັກຮ້ອງທີ່ມີຊື່ສຽງລະດັບໂລກເຊັ່ນດຽວກັນໃນເພງ “Sour Candy”.

ຍັງບໍ່ໝົດພຽງແຕ່ເທົ່ານັ້ນ, ເພາະວ່າເພງທີ່ປ່ອຍອອກກ່ອນໜ້ານີ້ທີ່ມີຊື່ວ່າ “ How You Like That ” ກໍສາມາດຍາດໄດ້ 500 ຮ້ອຍລ້ານວິວໃນມື້ດຽວກັນ ພາຍຫຼັງທີ່ປ່ອຍມາໄດ້ພຽງແຕ່ 73 ມື້ເທົ່ານັ້ນ. ເວົ້າໄດ້ວ່າເປັນວົງທີ່ສາມາດສ້າງຊື່ສຽງໃຫ້ກັບວົງການ K-pop ຫຼາຍ ເພາະນອກຈາກ PSY ແລ້ວກໍແມ່ນວົງ Blackpink ທີ່ສາມາດຍາດໄດ້ 1.000 ລ້ານວິວໃນ Youtube ຫຼັງຈາກທີ່ PSY ໄດ້ສ້າງຊື່ສຽງ ກັບເພງ Gangnam Style ແລະ Gentleman ມາກ່ອນໜ້ານີ້.

ປັດຈຸບັນເພງຂອງ Blackpink ທີ່ມີຍອດວິວສູງສຸດແມ່ນມີ:
#1 ເພງ DDU-DU DDU-DU ມີຍອດວິວ 1,304,258,108 ວິວ
#2 ເພງ Kill This Love  ມີຍອດວິວ 1,001,641,115 ວິວ
#3 ເພງ BOOMBAYAH ມີຍອດວິວ 962,686,431 ວິວ

ຂຽນຂ່າວໂດຍ: Duck_Jipjip
ຂໍ້ມູນອ້າງອິງ: https://www.allkpop.com/article/2020/09/yg-entertainment-announce-that-blackpinks-the-album-has-exceeded-over-800000-pre-orders