ລັດຖະບານ ພິຈາລະນາປັບປຸງຄ່າແຮງງານຂັ້ນຕ່ຳ ຈາກ 1.200.000 ກີບ ເປັນ 1.300.000 ກີບ


ວັນທີ 26 ເມສາ 2023 ນີ້, ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງຜົນສຳເລັດ ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ເມສາ 2023 ວ່າ: ກອງປະຊຸມ ໄດ້ໄຂຂຶ້ນໃນວັນທີ 25 ແລະ ອັດລົງໃນວັນທີ 26 ເມສາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ, ຜູ້ຕາງໜ້າບັນດາກະຊວງ, ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2023.

ກອງປະຊຸມລັດຖະບານຄັ້ງນີ້, ໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນ ດັ່ງນີ້: ວາລະທີ 1. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ບົດສະຫຼຸບວຽກງານ ປະຈໍາ ເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2023 ຂອງລັດຖະບານ ກໍຄື ວຽກງານເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ສະພາບໄຟໄໝ້ປ່າ ແລະ ບັນຫາ ມົນລະພິດທາງອາກາດ: ກອງປະຊຸມ ໄດ້ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງນໍາເອົາບົດສະຫຼຸບວຽກງານ ແລະ ທິດທາງແຜນການດັ່ງກ່າວ ໄປປັບປຸງຕື່ມ ຕາມການປະກອບຄຳ ເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນລະອຽດ, ຄົບຖ້ວນສົມບູນ.

ພ້ອມກັນນີ້, ກອງປະຊຸມໄດ້ຊີ້ນໍາໃຫ້ ບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມ ປະຈຳເດືອນພຶດສະພາ 2023 ໂດຍສະເພາະ ການເກັບລາຍຮັບເຂົ້າງົບປະມານ ແລະ ແກ້ໄຂບັນຫາເງິນເຟີ້; ການລົງກໍ່ສ້າງຮາກຖານ ແລະ ຮັກສາຄວາມສະຫງົບປອດໄພ ຢູ່ຕາມຈຸດທີ່ມີຄວາມລໍ່ແຫຼມ; ການກະກຽມສະຫຼຸບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ; ການຕິດຕາມ ແລະ ວິເຄາະວິໄຈ ຂໍ້ມູນກ່ຽວກັບສະພາບພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ; ການຕິດຕາມ, ປະເມີນ ແລະ ແກ້ໄຂບັນຫາໄຟໄໝ້ລາມປ່າ ໂດຍໃຫ້ມີມາດຕະການແກ້ໄຂສະເພາະ ໃນໄລຍະສັ້ນ ແລະ ໄລຍະຍາວ, ທັງໃຫ້ມີການຖອດຖອນບົດຮຽນການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ, ຄຽງຄູ່ກັບການເອົາໃຈໃສ່ສຶກສາອົບຮົມໃຫ້ປະຊາຊົນ, ສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ຜົນຮ້າຍຈາກການບຸກລຸກປ່າ, ການຖາງປ່າ ແລະ ຈູດປ່າເພື່ອທຳການຜະລິດ.

ວາລະທີ 2. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາ ບົດສະຫຼຸບຕີລາຄາການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 3 ເດືອນຕົ້ນປີ 2023 ແລະ ບົດລາຍງານສະພາບການແກ້ໄຂບັນຫາຮີບດ່ວນ ຄື: ບັນຫາເງິນເຟີ້, ລາຄາສິນຄ້າ ແລະ ອັດຕາແລກປ່ຽນ: ກອງປະຊຸມ ໄດ້ຊີ້ນຳກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ປັບປຸງຕື່ມ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະຕົວເລກຕ່າງໆຂອງຂະແໜງການ ເພື່ອໃຫ້ມີເນື້ອ ໃນຊັດເຈນ, ຄົບຖ້ວນສົມບູນ. ພ້ອມນີ້ ໃຫ້ກະຊວງການເງິນ ສືບຕໍ່ສົມທົບກັບຂະແໜງການ ແລະ ທ້ອງຖິ່ນ ເອົາໃຈໃສ່ຈັດເກັບລາຍຮັບທີ່ຍັງຄ້າງ, ທີ່ຍັງບໍ່ທັນຄົບຖ້ວນ ໃຫ້ສໍາເລັດ ແລະ ປະຕິບັດລາຍຈ່າຍງົບປະມານ ຕາມແຜນການ, ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ສຳລັບທິດທາງແຜນການ 9 ເດືອນທ້າຍປີ ໃຫ້ບັນດາຂະແໜງການ ສືບຕໍ່ຈັດຕັ້ງດຳລັດວ່າດ້ວຍການກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈຳປີ 2023 ແລະ ແຜນການແກ້ໄຂຜົນການກວດສອບ.

ຕໍ່ບັນຫາເງິນເຟີ້, ລາຄາສິນຄ້າ ແລະ ອັດຕາແລກປ່ຽນ: ກອງປະຊຸມໄດ້ຊີ້ນໍາຄະນະສະເພາະກິດ ເພື່ອລົງ ເລິກຄົ້ນຄວ້າບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ, ວາງມາດຕະການແກ້ໄຂບັນຫາຕົວຈິງ ໃຫ້ລະອຽດຢ່າງມີວິທະຍາສາດ ໂດຍມີມາດຕະການສະເພາະໜ້າ ແລະ ມາດຕະການໄລຍະຍາວ ແລ້ວລາຍງານລັດຖະບານ ເພື່ອພິຈາລະນາ; ວາລະທີ 3. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດ ວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ: ກອງປະຊຸມ ໄດ້ຊີ້ນຳກະຊວງການເງິນ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ເນື້ອໃນຂອງຮ່າງດໍາລັດ ຕ້ອງໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວ ກໍຄື ສະພາບຄວາມເປັນຈິງໃນປັດຈຸບັນ; ການກຳນົດເພດານງົບປະມານປະຈຳໄຕມາດ, ປະຈຳປີ ແລະ ກົນໄກການຈັດຕັ້ງ ປະຕິບັດໃຫ້ລະອຽດ, ຈະແຈ້ງ ແລະ ຮັດກຸມ, ທັງສອດຄ່ອງກັບວິໄສທັດການພັດທະນາຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ມີຄວາມເປັນເອກະພາບ, ວ່ອງໄວ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ. ພາຍຫຼັງປັບປຸງແລ້ວ ໃຫ້ນຳສະເໜີຜ່ານທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ເພື່ອນຳສະເໜີລັດຖະບານ ພິຈາລະນາໃນຂັ້ນຕໍ່ໄປ.

ວາລະທີ 4. ກອງປະຊຸມ ໄດ້ພິຈາລະນາຮ່າງດໍາລັດ ວ່າດ້ວຍກອງທຶນຄວາມປອດໄພທາງລົດໄຟ ແລະ ໄດ້ຊີ້ນຳກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ສົມ ທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍລົງເລິກປັບປຸງເນື້ອ ໃນໃຫ້ລະອຽດ, ຈະແຈ້ງ ແລະ ຮັດກຸມ ໂດຍສະເພາະເນື້ອໃນກ່ຽວກັບ ຂອບເຂດການນຳໃຊ້, ແຫຼ່ງລາຍຮັບ ແລະ ການນຳໃຊ້ກອງທຶນ, ການຄຸ້ມຄອງບໍລິຫານກອງທຶນ ແລະ ບັນຫາອື່ນໆ ທີ່ຍັງບໍ່ທັນເປັນເອກະພາບ ແລະ ບໍ່ທັນຄົບຖ້ວນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ. ພາຍຫຼັງປັບປຸງສໍາເລັດແລ້ວ ໃຫ້ນໍາສະເໜີລັດຖະບານ ມີທິດຊີ້ນຳ ໃນຂັ້ນຕໍ່ໄປ.

ວາລະທີ 5. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດຳລັດ ວ່າດ້ວຍນາມມະຍົດນັກຂ່າວ: ກອງປະຊຸມໄດ້ຊີ້ນຳ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຈະແຈ້ງ, ຮັດກຸມ, ຄົບຖ້ວນສົມບູນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ, ລວມທັງ ການຖອດຖອນບົດຮຽນນໍາບັນດາປະເທດເພື່ອນມິດ ກ່ຽວກັບຊື່ນາມມະຍົດ. ພາຍຫຼັງປັບປຸງສໍາເລັດແລ້ວ ໃຫ້ສະເໜີຜ່ານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອສະເໜີລັດຖະບານ ພິຈາລະນາປະກາດໃຊ້

ວາລະທີ 6. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ເນື້ອໃນຄຳຂວັນ ສຳລັບ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024; ການກະກຽມເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ ການເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຂອງການນຳລາວ ໃນເດືອນພຶດສະພາ 2023: ກອງປະຊຸມ ໄດ້ຊີ້ນໍາກະຊວງການຕ່າງປະເທດ ສືບຕໍ່ປັບປຸງເນື້ອໃນຄໍາຂວັນຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນ ກະທັດຮັດ, ສອດຄ່ອງກັບບູລິມະສິດ ຂອງ ສປປ ລາວ ແລະ ຂອງອາຊຽນ ໃນໄລຍະປັດຈຸບັນ, ສາມາດກວມລວມ ເອົາບັນດາເນື້ອໃນຫົວຂໍ້ບູລິມະສິດຂອງການຮ່ວມມືບົນພື້ນຖານເນື້ອໃນ 3 ເສົາຄໍ້າປະຊາຄົມອາຊຽນ. ພ້ອມກັນນີ້, ໄດ້ຊີ້ນຳໃຫ້ສືບຕໍ່ກະກຽມເນື້ອໃນ ແລະ ຄວາມພ້ອມຮອບດ້ານ ໃຫ້ແກ່ຄະນະຜູ້ແທນລາວ ທີ່ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ປະເທດອິນໂດເນເຊຍ, ການພົວພັນຮ່ວມມື ໃນຂອບສອງຝ່າຍ ກັບບັນດາປະເທດອາຊຽນ ກໍຄື ກັບບັນດາຜູ້ນຳປະເທດຕ່າງໆໃຫ້ດີ ໂດຍສະເພາະ ການສະເໜີທັດສະນະຕໍ່ບັນຫາຕ່າງໆ. ຄຽງຄູ່ກັນນັ້ນ, ກໍໃຫ້ສືບຕໍ່ກະກຽມໃຫ້ແກ່ການໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດຂອງການນຳຂັ້ນສູງ, ການຕ້ອນຮັບການນໍາຂັ້ນສູງ ຈາກຕ່າງປະເທດ ໃຫ້ມີຄວາມພ້ອມຮອບດ້ານ.

ວາລະທີ 7. ກອງປະຊຸມ ໄດ້ພິຈາລະນາ ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ປີ 2023 ໂດຍໄດ້ເຫັນດີໃຫ້ເພີ່ມຄ່າແຮງງານຂັ້ນຕ່ຳ ເປັນ 1.300.000 ກີບ ຕາມທີ່ລັດຖະບານໄດ້ຕົກລົງແລ້ວ ແລະ ໄດ້ລະບຸໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 829/ຫສນຍ, ລົງວັນທີ 13 ມິຖຸນາ 2022 ໂດຍເລີ່ມປະຕິບັດໃນວັນທີ 1 ພຶດສະພາ 2023 ເປັນຕົ້ນໄປ. ສຳລັບການສະເໜີເພີ່ມເປັນອັດຕາໃໝ່ ທີ່ສູງກວ່າອັດຕາທີ່ໄດ້ກ່າວມານັ້ນ, ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສືບຕໍ່ເປັນໃຈກາງສົມທົບກັບ ກະຊວງການເງິນ, ກະຊວງ ແຜນການ ແລະ ການລົງທຶນ, ສູນກາງສະຫະພັນກໍາມະບານລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງ ລົງເລິກຄົ້ນຄວ້າຢ່າງຮອບດ້ານຕື່ມ. ພ້ອມກັນນັ້ນ ກໍໃຫ້ຄົ້ນຄວ້າ ຕາມທິດກໍານົດອັດຕາຄ່າແຮງງານຂັ້ນຕໍ່າ ໂດຍແບ່ງເປັນເຂດຕື່ມ ເພື່ອໃຫ້ສອດຄ່ອງກັບຄ່າຄອງຊີບຕົວຈິງຢູ່ແຕ່ລະບ່ອນ, ພາຍຫຼັງຄົ້ນຄວ້າສໍາເລັດແລ້ວ ໃຫ້ລາຍງານລັດຖະບານ ພິຈາລະນາ ໃນໄຕມາດ 3 ຂອງປີນີ້; ວາລະທີ

8. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງຍຸດທະສາດ ພັດທະນາວຽກງານຄວາມປອດໄພ ຂອງຜະລິດຕະພັນສັດຂັ້ນຕົ້ນ ຂອງ ສປປ ລາວ ໄລຍະປີ 2021-2030 (ສະບັບສ້າງໃໝ່): ກອງປະຊຸມ ໄດ້ຊີ້ນໍາກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໂຄງສ້າງ ແລະ ເນື້ອໃນຂອງຮ່າງຍຸດທະສາດ ໃຫ້ມີຄວາມກົມກຽວກັນ ແລະ ການນໍາ ໃຊ້ຄໍາສັບ ໃຫ້ເຂົ້າໃຈງ່າຍກວ່າເກົ່າ; ເນື້ອໃນຍຸດທະສາດ ໃຫ້ເຫັນແຈ້ງທິດທາງ ແລະ ເປົ້າໝາຍການພັດທະນາ ໃນຕໍ່ໜ້າ, ການກຳນົດມາດຕະການຈັດຕັ້ງປະຕິບັດ ແລະ ແບ່ງຄວາມຮັບຜິດຊອບຂອງບັນດາພາກສ່ວນທີ່ກ່ຽວຂ້ອງ ຕ້ອງໃຫ້ຈະແຈ້ງ, ຊັດເຈນ ລວມທັງ ການກຳນົດຕ່ອງໂສ້ການຜະລິດ; ການສົ່ງເສີມການລົງທຶນ ແລະ ການສ້າງວິຊາ ການໃນວຽກງານດັ່ງກ່າວ. ພາຍຫຼັງປັບປຸງສໍາເລັດແລ້ວ ໃຫ້ນຳສະເໜີຜ່ານທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ເພື່ອນຳສະເໜີລັດຖະບານ ພິຈາລະນາໃນຂັ້ນຕໍ່ໄປ.

ວາລະທີ 9: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດຂອງ ສປປ ລາວ (ສະບັບສ້າງໃໝ່). ກອງປະຊຸມ ໄດ້ຊີ້ນໍາກະຊວງກະສິກໍາ ແລະ ປ່າໄມ້ ປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ. ພ້ອມນີ້ ໃຫ້ຈັດກອງປະຊຸມປຶກສາຫາລືຮ່ວມກັນຂະແໜງ ການກ່ຽວຂ້ອງ ທີ່ຕິດພັນກັບນະໂຍບາຍ ເປັນຕົ້ນ ນະໂຍບາຍດ້ານທີ່ດິນ, ດ້ານພາສີ-ອາກອນ, ດ້ານສິນເຊື່ອ ແລະ ດ້ານການນໍາເຂົ້າອຸປະກອນ, ເຕັກນິກ ແລະ ເຄື່ອງຈັກ ເພື່ອຄວາມເປັນເອກະພາບ ແລະ ສາມາດຈັດຕັ້ງປະຕິບັດໄດ້. ພາຍຫຼັງປັບປຸງສໍາເລັດແລ້ວ ສົ່ງໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະເໜີຕໍ່ທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ເພື່ອນຳສະເໜີລັດຖະບານ ພິຈາລະນາໃນຂັ້ນຕໍ່ໄປ.

ວາລະທີ 10. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍ ເຍົາວະຊົນລາວ (ສະບັບສ້າງໃໝ່). ກອງປະຊຸມ ໄດ້ຊີ້ນໍາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສົມທົບກັບພາກສ່ວນກ່ຽວຂ້ອງ ນໍາໄປປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການອະທິບາຍ ແລະ ນໍາໃຊ້ຄໍາສັບ, ຈຸດປະສົງ, ບັນດານະໂຍບາຍທີ່ມີຕໍ່ເຍົາວະຊົນ ລວມທັງ ທັດສະນະຂອງພັກ ທີ່ມີຕໍ່ເຍົາວະຊົນ ໃຫ້ມີເນື້ອໃນຈະແຈ້ງ, ຄົບຖ້ວນສົມບູນ ແລະ ສາມາດປະຕິບັດໄດ້ຢ່າງມີປະສິດທິພາບ.

ຂອບໃຈຂໍ້ມູນຈາກ: https://bit.ly/40KRRSt

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/