ປໍ້ ກັນລະຍານີ ນາງງາມນັກລ່າຝັນ ເປີດໃຈກັບ LaoX ກັບການປະກວດ Miss International Queen ອີກຄັ້ງ


ນາທີນີ້ຄົງບໍ່ມີໃຜບໍ່ຮູ້ຈັກ ນາງງາມນັກລ່າຝັນ ປໍ້ ກັນລະຍານີ ສີສຸພັນ ທີ່ຮັບການແຕ່ງຕັ້ງໃນການເປັນຕົວແທນປະເທດລາວ ເຂົ້າຮ່ວມປະກວດເວທີນາງງາມລະດັບໂລກຢ່າງເວທີ Miss International Queen 2023 ເພື່ອເຮັດຕາມຄວາມຝັນຂອງຕົນເອງ. ສຳລັບ ປໍ້ ກັນລະຍານີ ສີສຸພັນ ເຄິຍປະກວດເວທີ Miss International Queen ມາແລ້ວຮອບໜຶ່ງໃນປີ 2019.

ມາໃນປີ 2023 ປໍ້ ກັນລະຍານີ ສີສຸພັນ ກໍກາຍເປັນຕົວແທນປະເທດລາວອີກຄັ້ງເພື່ອໄປຊິງເອົາມົງກຸດ ເຊິ່ງທາງ LaoX ກໍໄດ້ມີໂອກາດພິເສດສຳພາດນາງງາມນັກລ່າຝັນຄົນນີ້ ຈະເປັນແນວໃດນັ້ນມາຕິດຕາມໄປພ້ອມໆກັນເລີຍ.

1. ສາເຫດໃດທີ່ເຮັດໃຫ້ກັບມາປະກວດເວທີ Miss International Queen ອີກຄັ້ງ?

ການຕັດສິນໃຈມາປະກວດອີກຄັ້ງ ເປົ້າໝາຍຫຼັກຂອງ ປໍ້ ແມ່ນຢາກກັບມາຕາມຫາຝັນຕົນເອງອີກຄັ້ງ ປໍ້ເຊື່ອວ່າທຸກຄົນມີຄວາມຝັນເປັນຂອງຕົນເອງ ແລະ ບາງເທື່ອເຮົາອາດຈະບໍ່ໄດ້ປະສົບຜົນສໍາເລັດຄັ້ງດຽວໃນການເຮັດຕາມຄວາມຝັນ ແລະ ເປົ້າໝາຍທີ່ຕົນເອງຕັ້ງໄວ້.

ປໍ້ ມີຄວາມຝັນວ່າຢາກເປັນຄົນລາວຄົນທໍາອິດທີ່ປະສົບຜົນສໍາເລັດໃນເວທີສາກົນລະດັບໂລກ ເວົ້າແບບກົງໄປກົງມາແມ່ນຢາກເປັນຄົນລາວຄົນທໍາອິດທີ່ສາມາດຄວ້າມົງກຸດ Miss International Queen 2023 ມາໃຫ້ຄົນລາວທັງຊາດໄດ້ພາກພູມໃຈ ແລະ ເຮັດໃຫ້ກຸ່ມ LGBTQ ໃນລາວພາກພູມໃຈຫຼາຍທີ່ສຸດ ເພາະການກັບມາຄັ້ງນີ້ແມ່ນປໍ້ບໍ່ໄດ້ມາເຮັດເພື່ອຕົນເອງແຕ່ປໍ້ກັບມາເພື່ອເຮັດໃຫ້ເພດທາງເລືອກມີສິດເທົ່າທຽມທຸກຄົນ ປໍ້ຢາກເປັນແບບຍ່າງທີ່ດີໃຫ້ກຸ່ມເພດທາງເລືອກ ແລະ ເປັນແບບຢ່າງໃຫ້ທຸກຄົນທີ່ກ້າຈະບໍ່ຢຸດທີ່ຈະຕາມຫາຝັນ ຕໍ່ໃຫ້ເຮົາຕ້ອງລົ້ມເຫຼວຫຼາຍຄັ້ງເຮົາກໍບໍ່ຢຸດທີ່ຈະເຮັດຖ້າເຮົາມີເປົ້າໝາຍທີ່ຊັດເຈນ ແລະ ເຊື່ອໝັ້ນໃນຕົນເອງ.

ໃຫ້ເຊື່ອສະເໝີວ່າທຸກຢ່າງທີ່ເກີດຂຶ້ນແມ່ນລ້ວນແລ້ວແຕ່ມີເຫດ ແລະ ຜົນ ເຊັ່ນການໄດ້ມີໂອກາດກັບມາເປັນຕົວແທນລາວໃນເວທີ Miss International Queen ນີ້ອີກຄັ້ງ ປໍ້ເຊື່ອວ່າມັນກໍມີເຫດ ແລະ ຜົນເຊັ່ນດຽວກັນ ແລະ ເມື່ອປໍ້ໄດ້ໂອກາດອີກຄັ້ງປໍ້ຍາກເຮັດໃຫ້ເຕັມທີ່ ແລະ ດີກວ່າທີ່ຜ່ານມາ.

2. ການກັບມາໃນຄັ້ງນີ້ໄດ້ກະກຽມຄວາມພ້ອມໄວ້ແບບໃດທີ່ຈະໄປຊິງເອົາມົງມາໃນເທື່ອນີ້?

ສິ່ງທີ່ໃຫ້ກ້າຕັດສິນໃຈມາລົງປະກວດອີກຄັ້ງແມ່ນຄວາມພ້ອມດ້ານຈິດໃຈ ແລະ ຄວາມໝັ້ນໃຈທີ່ຫຼາຍຂຶ້ນກວ່າເກົ່າ ເພາະປໍ້ເອງໄດ້ປະສົບການຈາກການເປັນຕົວແທນລາວໃນປີ 2019 ເຊິ່ງເວລາກໍຜ່ານມາເກືອບ 5 ປີ ປໍ້ເອງໄດ້ປະສົບການຈາກອົງກອນ Miss International Queen ມາຂ້ອນຂ້າງຫຼາຍເລີຍ ຢ່າງໜ້ອຍເຮົາໄດ້ຮູ້ແບບແຜນຂອງການປະກວດ ແລະ ນໍາໃຊ້ມາຕໍ່ຍອດໃນການກຽມຕົວຄັ້ງນີ້ໄດ້ຫຼາຍເລີຍ. ປໍ້ໄດ້ເຕີບໃຫຍ່ຂຶ້ນຫຼາຍຖ້າທຽບໃສ່ເມື່ອຫຼາຍປີກ່ອນ ສິ່ງທີ່ກຽມຢູ່ຕອນນີ້ກໍຄື ການເຝິກຊ້ອມຍ່າງ ການຟິດຫຸ່ນດູແລຮ່າງກາຍໃຫ້ດູດີໃນເວລາໃສ່ຊຸດລາຕີ ແລະ ຊຸດລອຍນໍ້າໃນຕອນປະກວດ ແລະ ການກຽມເລື່ອງວິທີການເວົ້າໃຫ້ດີຂື້ນ ພ້ອມກັບເຝິກທັດສະນະຄະຕິໃຫ້ຕົນເອງເປັນຄົນຄິດບວກຢູ່ຕະຫຼອດເວລາ ເພາະເປັນສິ່ງທີ່ສໍາຄັນຫຼາຍໃນການປະກວດນາງງາມເພາະນາງງາມຄືແບບຢ່າງທີ່ດີ ແລະ ເປັນກະບອກສຽງໃຫ້ທຸກຄົນ.

3. ຄິດວ່າຈຸດເດັ່ນຂອງເຮົາແມ່ນຫຍັງທີ່ຈະເອົາໄປສູ້ກັບສາວງາມປະເທດອື່ນ?

ຈຸດເດັ່ນຂອງຕົນເອງຄືຄວາມເປັນຕົວຂອງຕົນເອງ ບໍ່ປະດິດປະດອຍຈົນເກີນໄປ ປໍ້ເປັນຄົນທີ່ມີຄວາມຈິງໃຈ, ຊື່ສັດກັບທຸກຄົນ ແລະ ເຂົ້າໃຈກັບສິ່ງອ້ອມຂ້າງໄດ້ດີ ສະນັ້ນການໄປຄັ້ງນີ້ປໍ້ຈະເອົາຄວາມເປັນຕົວຕົນທາງໃນອອກມາໃຫ້ຫຼາຍທີ່ສຸດ ພ້ອມນໍາສະເໜີຄວາມເປັນລາວທີ່ທັນສະໄໝ ແບບແຜນການນຸ່ງຖືແຕ່ລະມື້ ໃຫ້ທຸກຄົນຈົດຈໍາຄໍາວ່າລາວໃຫ້ຫຼາຍທີ່ສຸດ ການໄປຄັ້ງນີ້ແມ່ນປໍ້ໂຊກດີທີ່ມີທີມໃຫ້ການສະໜັບສະໜູນທີ່ດີ ມີໝູ່ເພື່ອນ ແລະ ແຟນນາງງາມທຸກຄົນໃຫ້ກໍາລັງໃຈ. ສິ່ງນີ້ກໍຄືພະລັງທີ່ສໍາຄັນໃນການຕໍ່ສູ້ ແລະ ເຮັດໃຫ້ປໍ້ໝັ້ນໃຈໃນການຕໍ່ສູ້ເພື່ອເປົ້າໝາຍຕົນເອງໃນຄັ້ງນີ້.

4. ຝາກເຖິງແຟນໆນາງງາມທີ່ຕິດຕາມແດ່

ການທີ່ໄດ້ຮັບໂອກາດໃນຄັ້ງນີ້ປໍ້ພູມໃຈຫຼາຍທີ່ສຸດທີ່ຈະໄດ້ເຮັດໜ້າທີ່ລະດັບຊາດ ເຮັດເພື່ອກຸ່ມຄົນ LGBTQ ໃນລາວ ແລະ ຊື່ສຽງຂອງປະເທດລາວ ການໃຫ້ກໍາລັງໃຈກັນເປັນສິ່ງທີ່ສໍາຄັນຫຼາຍ ເພາະມັນຄືພະລັງບວກທີ່ຈະເຕີມເຕັມໃຫ້ຜູ້ຍິງຄົນນີ້ໄດ້ຕໍ່ສູ້ເພື່ອຄວາມຝັນຂອງລາວ ແລະ ເຮັດໃຫ້ຄົນທັງຊາດພາກພູມໃຈທີ່ສຸດ ປໍ້ຢາກໃຫ້ທຸກຄົນໃຫ້ກໍາລັງໃຈຫຼາຍກວ່າທີ່ຈະມາຕັດສິນຍ້ອນວ່າຄົນໆນັ້ນເຄີຍໄປມາ ຫຼື ເຄີຍເຮັດມາແລ້ວ ເພາະເຮົາຢູ່ໃນຍຸກໃໝ່ ຍຸກທີ່ທຸກຄົນບໍ່ສະໜັບສະໜູນການຖືກບູລີ້ ບໍ່ວ່າຈະເປັນໂລກອອນລາຍ ຫຼື ການຖືກເວົ້າຕໍ່ໜ້າ ເພາະຖ້າຍັງມີການຕໍາໜິກັນແບບນີ້ ແລ້ວຄົນອື່ນທີ່ເຂົາຢາກຈະກັບມາຕາມຫາຝັນອີກຄັ້ງ ຫຼື ຢາກແກ້ມືອີກຄັ້ງ ມັນຈະບໍ່ເປັນການປິດກັ້ນ ແລະ ເປັນການບັ່ນທອນຈິດໃຈໃຫ້ພວກເຂົາໝົດຫວັງ ຫຼື ບໍ່ມີຄວາມຫວັງບໍ່?

ປໍ້ຍາກໃຫ້ທຸກຄົນໃສ່ໃຈ ແລະ ເບິ່ງເຫັນຄວາມຕັ້ງໃຈຂອງປໍ້ ໜ້າທີ່ທີ່ປໍ້ເຮັດຢູ່ຢ່າຕັດສິນຄົນແບບງ່າຍໆ ເພາະເຮົາບໍ່ອາດຮູ້ໄດ້ເລີຍວ່າຄົນໆໜຶ່ງຈະມາຮອດຈຸດໜຶ່ງໄດ້ມັນບໍ່ແມ່ນເລື່ອງງ່າຍເລີຍ ປໍ້ຍັງເຊື່ອວ່າຖ້າປີນີ້ບໍ່ແມ່ນປໍ້ໄປ ແຕ່ເປັນຄົນອື່ນປໍ້ກໍຍັງຈະເຊຍ ໃຫ້ກໍາລັງໃຈ ແລະ ເບິ່ງເຫັນຄວາມສໍາຄັນຂອງໜ້າທີ່ທີ່ເຂົາກໍາລັງເຮັດຢູ່. ຈັ່ງໃດກໍຝາກໃຫ້ແຟນໆນາງງາມ ແລະ ທຸກຄົນໃນລາວສົ່ງກໍາລັງໃຈໃຫ້ປໍ້ຫຼາຍໆເດີ້ ປໍ້ຈະເຮັດໃຫ້ດີທີ່ສຸດ ແລະ ດີກວ່າເກົ່າ ເພາະກໍາລັງໃຈທຸກຄົນຄືພະລັງບວກທີ່ເຮັດໃຫ້ປໍ້ໄດ້ສູ້ແຕ່ລະມື້ ຂອບໃຈທຸກຄົນ.

ຂອບໃຈບົດສຳພາດຈາກ: Por Kanrayany Sisouphanh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/