ລັດຖະບານ ຈະຊຸກຍູ້ສົ່ງເສີມ ການຜະລິດພືດສະບຽງອາຫານ ລົດຜ່ອນການນຳເຂົ້າ


ໃນປີ 2023 ນີ້, ກະຊວງກະສິກຳ ແລະ ປ່າໄມ້ ກໍຄື ກົມປູກຝັງ ຈະສຸມໃສ່ຊຸກຍູ້ສົ່ງເສີມ ການຜະລິດພືດສະບຽງອາຫານ ທີ່ມີທ່າແຮງ ເພື່ອລົດຜ່ອນການນຳເຂົ້າຈາກຕ່າງປະເທດ ໂດຍຈະສູ້ຊົນເຮັດໃຫ້ເນື້ອທີ່ການຜະລິດພືດດັ່ງກ່າວບັນລຸໄດ້ 304.690 ເຮັກຕາ, ຜົນຜະລິດໃຫ້ໄດ້ 3.293.070 ໂຕນ; ໃນນັ້ນ ສາລີຫວານໃຫ້ໄດ້ 29.420 ເຮັກຕາ, ຜົນຜະລິດໃຫ້ໄດ້ 177.700 ໂຕນ; ພືດຜັກ ໃຫ້ໄດ້ 179.600 ເຮັກຕາ, ຜົນຜະລິດ ໃຫ້ໄດ້ 1.536.200 ໂຕນ; ເຜືອກມັນ ໃຫ້ໄດ້ 17.230 ເຮັກຕາ, ຜົນຜະລິດ ໃຫ້ໄດ້ 235.450 ໂຕນ ແລະ ໝາກໄມ້ ໃຫ້ໄດ້ 78.440 ເຮັກຕາ, ຜົນຜະລິດ 1.343.720 ໂຕນ.

ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 3 ພຶດສະພາ 2023 ນີ້ວ່າ: ເພື່ອໃຫ້ສາມາດຮັບປະກັນໄດ້ ການບໍລິໂພກພາຍໃນ ແລະ ເປັນສິນຄ້າ ສົ່ງອອກຈຳນວນໜຶ່ງ, ກົມປູກຝັງຈະເອົາໃຈໃສ່ຊຸກຍູ້ການຜະລິດເປັນສິນຄ້າດ້ານການປູກຝັງ ໃຫ້ໄດ້ທັງໝົດ 537.040 ເຮັກຕາ, ຜົນຜະລິດໃຫ້ໄດ້ 6.718.930 ໂຕນ. ໃນນັ້ນ ສາລີແຂງ ໃຫ້ໄດ້ 140.090 ເຮັກຕາ, ຜົນຜະລິດ 653.800 ໂຕນ; ກາເຟໃຫ້ໄດ້ 96.300 ເຮັກຕາ, ຜົນຜະລິດ 176.000 ໂຕນ; ມັນຕົ້ນໃຫ້ໄດ້ 124.500 ເຮັກຕາ, ຜົນຜະລິດ 4.046.500 ໂຕນ; ອ້ອຍ 29.440 ເຮັກຕາ, ຜົນຜະລິດ 1.456.000 ໂຕນ; ຊາຕົ້ມນໍ້າ ໃຫ້ໄດ້ 7.810 ເຮັກຕາ, ຜົນຜະລິດໃຫ້ໄດ້ 18.500 ໂຕນ; ໝາກເດືອຍ ໃຫ້ໄດ້ 58.500 ເຮັກຕາ, ຜົນຜະລິດໃຫ້ໄດ້ 206.000 ໂຕນ ແລະ ພືດອື່ນໆຕາມທ່າແຮງຂອງແຕ່ລະແຂວງ ແລະ ຕະຫຼາດ.

ສຳລັບ ດ້ານການການສົ່ງອອກ ແລະ ເຈລະຈາເຕັກນິກເປີດຕະຫລາດ ກະຊວງກະສິກຳ ຈະສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກຜະລິດຕະພັນດ້ານການປູກຝັງ ໃຫ້ໄດ້ 1.100 ລ້ານໂດລາສະຫະລັດ ໂດຍການກໍານົດໂຄງປະກອບການຜະລິດ ໃນດ້ານການປູກຝັງ ເປັນຕົ້ນແມ່ນບັນດາລາຍການສິນຄ້າ ທີ່ໄດ້ເຊັນສັນຍາ ກັບປະເທດຄູ່ຄ້າ ເພື່ອສົ່ງອອກແລ້ວ, ພ້ອມທັງ ຮັບປະກັນມີສິນຄ້າ ກະສິກຳ ທີ່ສະອາດ, ປອດໄພ ຈໍລະຈອນພາຍໃນ ແລະ ມີສ່ວນສົ່ງອອກຕ່າງປະເທດ ໂດຍແຕ່ລະແຂວງ ມີໂຄງປະກອບການຜະລິດກະສິກຳ ຕາມສະພາບທ່າແຮງຂອງທ້ອງຖິ່ນ, ມີການກໍານົດຈຸດສຸມເຂດຜະລິດສະເພາະຢ່າງຈະແຈ້ງ.

ທ່ານ ບຸນຈັນ ກົມບຸນຍະສິດ ກ່າວອີກວ່າ: ເພື່ອໃຫ້ບັນລຸຄາໝາຍທີ່ວາງໄວ້, ຕ້ອງໄດ້ມີແຜນການ ແລະ ມາດຕະການ ດຸ່ນດ່ຽງການຜະລິດ ແລະ ການບໍລິໂພກ, ມີການຈັດຕັ້ງການຜະລິດ ເປັນກຸ່ມສະຫະ ກອນ, ເປັນຟາມ ແບບຫົວໜ່ວຍ SMEs; ມີນະໂຍບາຍສົ່ງເສີມການຜະລິດ, ການປຸງແຕ່ງ, ຍົກມູນຄ່າ ແລະ ຄຸນະພາບຂອງຜະລິດຕະພັນ, ການເຂົ້າເຖິງສິນເຊື່ອ ແລະ ຕະຫຼາດ, ການຂົນສົ່ງຈໍລະຈອນ ພ້ອມທັງມີມາດຕະການຊ່ວຍໜູນ ເພື່ອລົດຜ່ອນຜົນກະທົບ ຈາກໄພພິບັດ. ພ້ອມກັນນັ້ນ, ກໍມີແຜນການ ແລະ ມາດຕະການ ຄຸ້ມຄອງ ພັດທະນາທີ່ດິນກະສິກໍາ, ການພັດທະນາຊົນລະກະເສດ, ມີການຄົ້ນຄວ້າທົດລອງທາງວິທະຍາສາດ ດ້ານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ພ້ອມທັງມີກົນໄກປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຢ່າງໜັກແໜ້ນ.

ຂອບໃຈຂໍ້ມູນຈາກ: https://bit.ly/3LxBd3h

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/