Erling Haaland ສ້າງສະຖິຕິໃໝ່ ຍິງ 35 ປະຕູ ກາຍເປັນນັກເຕະທີ່ສາມາດຍິງປະຕູຫຼາຍທີ່ສຸດ ຕໍ່ 1 ລະດູການຂອງ Premier League


ໃນເກມການແຂ່ງຂັນ ພຣີເມຍລີກ ຂອງຄໍ່າຄືນທີ 3 ​ພຶດສະພາທີ່ຜ່ານມາ ຄູ່ລະຫວ່າງ ແມນເຊັສເຕີ ຊິຕີ້ ແຊ້ມເກົ່າ ແລະ ກຳລັງຈະເປັນແຊ້ມໃນລະດູການນີ້ ພົບກັບ ເວັສແຮມ ຢູໄນເຕັດ ເອີລິ້ງ ຮາແລນ ກອງໜ້າຜູ້ທີ່ໄດ້ຊື່ວ່າ ອະນາຄົດຂອງວົງການບານເຕະ ໄດ້ສ້າງສະຖິຕິໃໝ່ໃຫ້ກັບ ພຣີເມຍລີກ ອີກໜຶ່ງຄັ້ງ ໂດຍການຍິງໄປ 35 ປະຕູ ກາຍເປັນນັກເຕະທີ່ສາມາດຍິງປະຕູຫຼາຍທີ່ສຸດ ຕໍ່ 1 ລະດູການ.

ຈາກການຍິງປະຕູ ທີ 35 ຂອງ ຮາແລນ ເຮັດໃຫ້ລາວແຊງໜ້າສະຖິຕິຂອງ ແອນດີ້ ໂຄ ແລະ ອາລັນ ເຊຍເລີ ທີ່ຍິງໄດ້ 34 ປະຕູ ໃນລະດູການ 1993-1994 ແລະ 1994-1995 ແຕ່ທີ່ໜ້າສົນໃຈ ແລະ ເຮັດໃຫ້ ສະຖິຕິຂອງ ຮາແລນ ມີຄຸນຄ່າຫຼາຍຂຶ້ນກໍຄື ເຈົ້າຂອງສະຖິຕິເກົ່າທັງສອງຄົນນັ້ນ ແມ່ນເຮັດໄດ້ໃນຍຸກທີ່ ພຣີເມຍລີກ ມີການແຂ່ງຂັນກັນທັງໝົດ 42 ນັດ ແລະ ຕ້ອງແຂ່ງຂັນກັນຈົນຈົບລະດູການ ຈຶ່ງສາມາດຍິງໄດ້ 34 ປະຕູ.

 ແຕ່ໃນຍຸກຂອງ ຮາແລນ ນີ້ມີການແຂ່ງຂັນກັນພຽງ 38 ນັດ ແຖມຕອນນີ້ ຮາແລນ ຍັງຈະສາມາດເພີ່ມສະຖິຕິດັ່ງກ່າວໄດ້ອີກ ເນື່ອງຈາກວ່າ ປັດຈຸບັນ ແມນເຊັສເຕີ ຊິຕີ້ ຫາກໍລົງສະໜາມໄປພຽງ 33 ນັດເທົ່ານັ້ນ. ປັດຈຸບັນ ໃນລະດູການນີ້ ຮາແລນ ຍິງໄປແລ້ວ 51 ປະຕູ ຈາກການລົງຫຼິ້ນ 45 ນັດ ລວມທຸກລາຍການ.

ສຳລັບຜົນການແຂ່ງຂັນໃນເກມຂອງຄ່ຳຄືນທີ່ຜ່ານມາ ເປັນທາງຝັ່ງຂອງ ແມນ ຊິຕີ້ ທີ່ເປີດບ້ານ ເອົາຊະນະ ເວັສແຮມ ຢູໄນເຕັດ 3-0 ໄດ້ປະຕູໃນເຄິ່ງຫຼັງຈາກ: ນາທານ ອາເຄ້ ນາທີ 49′, ເອີລິ້ງ ຮາແລນ ນາທີ 70′ ແລະ ປິດທ້າຍຈາກ ຟິວ ໂຟເດັ້ນ ຕົວສຳຮອງ ນາທີ 85′.

ພາຍຫຼັງຈົບເກມ ຮາແລນ ເຈົ້າຂອງສະຖິຕິໃໝ່ ໄດ້ໃຫ້ສຳພາດກັບ ສື່ມວນຊົນວ່າ:​ “ຂ້ອຍຍອມແລກທຸກປະຕູ ແລະ ທຸກສະຖິຕິຂອງຂ້ອຍ ເພື່ອໄປຄວ້າ 3 ແຊ້ມກັບ ແມນຊິຕີ້” ຮາແລນເສີມອີກວ່າ ຕອນນີ້ຂ້ອຍຍັງບໍ່ຄິດເຖິງນັດຊິງຊະນະເລີດ FA CUP ເພາະຍັງມີເກມລີກທີ່ຕ້ອງລົງແຂ່ງໃນອີກ 3 ມື້ທາງໜ້າ”

ສຳລັບສະຖານະການ ໃນການລຸ້ນແຊ້ມພຣີເມຍ ລີກ ຂອງ ແມນ ຊິຕີ້ ໃນຕອນນີ້ນັ້ນແມ່ນຖືໄດ້ວ່າຍັງສົດໃສແບບສຸດໆ ເພາະຕອນນີ້ ແມນ ຊິຕີ້ ມີຄະແນນ ນຳເປັນອັນດັບ 1 ຂອງຕາຕະລາງ ຢູທີ່ 79 ຄະແນນ ຈາກ 33 ນັດ ນຳໜ້າ ອັນດັບ​ 2 ຢ່າງ ອາເຊນອລ ຢູ່ 1 ຄະແນນ ແລະ ຍັງແຂ່ງໜ້ອຍກວ່າໜຶ່ງນັດ.

    ນອກຈາກນີ້ ແມນ ຊິຕີ້ ກໍຍັງມີ 2 ລາຍການທີ່ຕ້ອງລຸ້ນແຊ້ມ ກໍຄື Uefa Champion League ທີ່ຈະຕ້ອງພົບກັບ ເຣອັນ ມາດຣິດ ໃນຮອບຮອງຊະນະເລີດ ໃນກາງອາທິດຈະມານີ້ ແລະ ອີກໜຶ່ງລາຍການກໍຄື FA Cup ທີ່ຕ້ອງລົງສະໜາມໃນນັດຊິງຊະນະເລີດ ກັບ ແມນເຊັສເຕີ້ ຢູໄນເຕັດ ໃນວັນທີ 3 ເດືອນ ມິຖຸນາ ທີ່ຈະມາຮອດນີ້. 

    ສຳລັບຄິວຕໍ່ໄປຂອງ ແມນ ຊິຕີ້ ແມ່ນມີຄິວລົງສະໜາມພົບກັບ ລີດ ຢູໄນເຕັດ ໃນວັນເສົາ ທີ 6 ພຶດສະພານີ້. ສ່ວນຝ່າຍທີ່ພົບກັບຄວາມປະລາໄຊໃນຄໍ່າຄືນທີ່ຜ່ານມາຢ່າງ ເວັສແຮມ ຢູໄນເຕັດ ແມນມີຄິວ ເປີດບ້ານຕອນຮັບການມາຢາມຂອງ ແມນເຊັສເຕີ້ ຢູໄນເຕັດ ໃນວັນທີ ຈັນທີ 8 ພຶດສະພານີ້ ແລະ ຕ້ອງພະຍາຍາມເກັບຄະແນນໃຫ້ໄດ້ ເນື່ອງຈາກວ່າໃນຕອນນີ້ ເວັສແຮມ ນັ້ນ ຍັງຕ້ອງ ຍັງໜີຕົກຊັ້ນ ມີພຽງ 34 ຄະແນນ ຈາກ 34 ນັດ ຢູ່ທີ 15 ຫ່າງຈາກພື້ນທີ່ຕົກຊັ້ນ 4 ຄະແນນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/