ສ່ອງງານ Met Gala 2023 ແຟຊັ່ນທີ່ມອບໃຫ້ກັບ Karl Lagerfeld


Met Gala 2023 ເປັນຄ່ຳຄືນແຫ່ງແຟຊັ່ນ ສຸດຍິ່ງໃຫຍ່ ແລະ ຖືກຈັບຕາເບິ່ງຈາກວົງການແຟຊັ່ນທົ່ວໂລກ ປີນີ້ Met Gala ມາໃນ Theme ຂອງການອຸທິດໃຫ້ປແກ່ດີໄຊເນີຜູ້ຍິ່ງໃຫຍ່ຂອງວົງການແຟຊັນຢ່າງ Karl Lagerfeld ຕຳນານແຟຊັ່ນໄອຄອນຜູ້ຢູ່ເບື້ອງຫຼັງຄວາມສຳເລັດຂອງແບນລະດັບໂລກຢ່າງ CHANEL ແລະ FENDI.

Met Gala ເປັນງານລ້ຽງລະດົມທຶນໃຫ້ກັບພິພິທະພັນຊື່ດັງຢ່າງ The Metropolitan Museum of Art ຫຼື The Met ນັ້ນເອງໂດຍມີປະຫວັດຍາວນານຕັ້ງແຕ່ສະຕະວັດທີ 14 ເປັນງານທີ່ຈະເຊີນສະເພາະຄົນດັງ ຫຼື ຄົນໃນແວດວົງໄຮໂຊຈາກທຸກສາຂາ ໂດຍໃນປີ 2023 ນີ້ໃຊ້ຊີ່ Theme ງານວ່າ Karl Lagerfeld: Line of beauty.

 ຄວາມມ່ວນງານຂອງ Met Gala ທີ່ທຸກຄົນຈັບຕາເບິ່່ງທຸກປີຄົນນີ້ບໍ່ພົ້ນການແຕ່ງຕົວຂອງເຫຼົ່າຄົນດັງທີ່ຕ້ອງແຕ່ງຕາມ Theme ງານທີ່ຈັດໄວ້ ໂດຍງານນີ້ເຮົາຈະບໍ່ໄດ້ເຫັນພຽງແຟຊັນ ແຕ່ເຮົາຈະເຫັນເຖິງສິລະປະຂອງການອອກແບບຊຸດ ມື້ນີ້ທາງທີມຂ່າວ LAOX ຈະມາພາມາສ່ອງແຟນຊັ່ນຂອງເຫຼົ່າຄົນດັງກັນ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/