ລາວ-ຄິວບາ  ຈັດສຳມະນາ ຫົວຂໍ້ “ບົດຮຽນ ທາງດ້ານທິດສະດີ ແລະ ພຶດຕິກຳການນຳພາຂອງພັກ”


ໃນວັນທີ 29 ເມສາ 2023 ນີ້, ສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ຈັດສຳມະນາ ວິທະຍາສາດ ຄັ້ງທີ I ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ຄິວບາ ພາຍໃຕ້ຫົວຂໍ້ “ບົດຮຽນ ທາງດ້ານທິດສະດີ ແລະ ພຶດຕິກຳການນຳພາຂອງພັກ” ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ ໂດຍການເປັນປະທານຮ່ວມຂອງຝ່າຍລາວ ນຳໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ແລະ ຝ່າຍຄິວບາ ນຳໂດຍ ສະຫາຍ ໂຣເບີດໂຕ ໂມຣາເລັດສ ໂອເຮດາ (Roberto Morales Ojeda) ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກກອມມູນິດຄິວບາ, ມີບັນດາການນໍາຂັ້ນສູງ ແລະ ບັນດານັກວິທະຍາສາດ, ນັກທິດສະດີ ຂອງທັງສອງປະເທດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ບັນດານັກວິທະຍາສາດ, ນັກທິດສະດີຂອງທັງສອງປະເທດ ໄດ້ຜັດປ່ຽນກັນຂຶ້ນສະເໜີ ບົດຄໍາເຫັນໃນຫົວຂໍ້ຍ່ອຍທີ່ປິ່ນອ້ອມກອງປະຊຸມ ໃນນັ້ນ, ຝ່າຍລາວ ໄດ້ນຳສະເໜີກ່ຽວກັບ ພັກນຳພາລະບົບການເມືອງ ແລະ ນຳພາພັດທະນາເສດຖະກິດຕາມທິດສັງຄົມນິຍົມຢູ່ ສປປ ລາວ; ບົດຮຽນການກໍ່ສ້າງ, ບຳລຸງພະນັກ ງານ-ສະມາຊິກຊາວໜຸ່ມ ຂອງພັກ ສປປ ລາວ ແລະ ນ້ຳສະເໜີກ່ຽວກັບ ພັກນຳພາຕໍ່ກັບສື່ສັງຄົມອອນລາຍ ເພື່ອ ຮັບປະກັນອະທິປະໄຕດ້ານເທັກໂນໂລຢີ ແລະ ອຸດົມຄະຕິບົນພື້ນຖານ Cyberspace, ສ່ວນຝ່າຍຄິວບາ ໄດ້ນຳສະເໜີກ່ຽວກັບການຈັດຕັ້ງພັກ ແລະ ນະໂຍບາຍຄວາມຮັບປະກັບຂອງນັກເສດຖະສາດ ເພື່ອຮັດແໜ້ນເດີນຕາມ ເສັ້ນທາງສັງຄົມນິຍົມຂອງຄິວບາ; ບົດຮຽນໃນການຝຶກອົບຮົບ, ກໍ່ສ້າງ ແລະ ສົ່ງເສີມວຽກພັກ-ພະນັກງານສະມາຊິກພັກ, ໂຄງປະກອບຂອງຊາວໜຸ່ມ ທີ່ເປັນພື້ນຖານຂອງພະນັກງານສືບທອດ; ພັກເອົາໃຈໃສ່ຮອບດ້ານ ກ່ຽວກັບ ສື່ສັງຄົມອອນລາຍ ແລະ ດິຈິຕອລ ເພື່ອຮັບປະກັນອະທິປະໄຕດ້ານເທັກໂນໂລຢີ ແລະ ອຸດົມການພື້ນຖານ Cyberspace, ພ້ອມກັນນັ້ນ, ຄະນະຜູ້ແທນ ຂອງທັງສອງຝ່າຍ ຍັງໄດ້ຜັດປ່ຽນກັນໃນການແລກປ່ຽນ ແລະ ຖອດຖອນບົດຮຽນບັນຫາຕ່າງໆທີ່ທັງສອງຝ່າຍໃຫ້ຄວາມສົນໃຈ.

ກອງປະຊຸມໄດ້ມີຄວາມເປັນເອກະພາບສູງ ຊີ້ໃຫ້ເຫັນວ່າ: ບົດຮຽນໃນການເຝິກອົບຮົມ, ກໍ່ສ້າງ ແລະ ສົ່ງ ເສີມວຽກພັກ-ພະນັກງານສະມາຊິກພັກ, ໂຄງປະກອບຂອງຊາວໜຸ່ມ ທີ່ເປັນພະນັກງານສືບທອດ ແລະ ການນຳໃຊ້ ສື່ສັງຄົມອອນລາຍ ເພື່ອຮັບປະກັນອະທິປະໄຕເທັກໂນໂລຢີ ແລະ ອຸດົມຄະຕິບົນພື້ນຖານ Cyberspace ໂດຍ ພາຍໃຕ້ການນຳພາອັນເຂັ້ມແຂງຂອງພັກ, ພັກຍັງມີບົດບາດຕັດສິນຊີ້ຂາດໃຫ້ແກ່ໄຊຊະ ນະຂອງການປະຕິວັດສັງຄົມນິຍົມ, ພັກກອມມູນິດກັບສັງຄົມນິຍົມ ແມ່ນອົງປະກອບເອກະພາບທີ່ບໍ່ສາມາດຕັດແຍກອອກຈາກນັ້ນໄດ້, ພັກນໍາ ພາເຕົ້າໂຮມກຳລັງເພື່ອພາລະກິດອັນຍິ່ງໃຫຍ່, ນຳພາປະຊາຊົນເດີນຕາມເສັ້ນທາງແຫ່ງຄວາມຜາສຸກ. ພັກເປັນປັດໄຈສໍາຄັນຕັດສິນໄຊຊະນະຂອງການສ້າງ ແລະ ບູລະນະລະບອບປະຊາທິປະ ໄຕປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະ ກ້າວຢູ່ ສປປ. ລາວ ແລະ ການສ້າງສັງຄົມນິຍົມຂອງຄິວບາ, ໃນນີ້ ໄດ້ເອກະພາບສູງຕໍ່ຂັ້ນຕອນ, ບາດກ້າວເດີນ, ວິທີການໃນການສ້າງສັງຄົມນິຍົມ ຂອງແຕ່ລະປະເທດ ໂດຍເລີ່ມຈາກຈຸດພິເສດ, ເງື່ອນໄຂຂອງແຕ່ລະປະເທດ ແຕ່ຕ້ອງຢຶດໝັ້ນໃນລັກສະນະພັກ, ລັກສະນະປະດິດ.

ຂໍ້ມູນຈາກ:

https://bit.ly/44ibxjA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/