BabyDoge ໄດ້ປະກາດກຽມປ່ອຍ Crypto Card ເຊິ່ງເຫຼືອເວລາອີກບໍ່ຮອດ 24 ຊົ່ວໂມງ ກ່ອນຈະເປີດໃຊ້ງານແທ້


ບັນຊີຢ່າງເປັນທາງການຂອງ BabyDoge Coin ໄດ້ tweet ວ່າເຫຼືອເວລາອີກບໍ່ຮອດ 24 ຊົ່ວໂມງກ່ອນທີ່ Crypto Card ຂອງ BabyDoge ຈະເປີດໃຫ້ໃຊ້ງານແທ້.

Crypto Card ຂອງ BabyDoge ຂັບເຄື່ອນດ້ວຍໂດຍເເພລັດຟອມການຊຳລະເງິນ crypto ຂອງເເຄນາດາ FCF Pay, ເຖິງເເມ່ນວ່າຈະມີການ List ເຂົ້າກະດານເທຣດຄັ້ງໃຫຍ່ ເເຕ່ລາຄາຂອງ BabyDoge ກໍຍັງຕິດລົບຢູ່ປະມານ 2,45% ໃນ 24 ຊົ່ວໂມງທີ່ຜ່ານມາ.

ທາງດ້ານ BabyDOGE ເເລະ FCF Pay ບໍ່ໄດ້ລະບຸວ່າ Crypto Card ຂອງ BabyDoge ຈະເປັນບັດ virtual ເຕີມເງິນ ຫຼື ບັດ crypto ສຳລັບເປັນຂອງຂວັນ, ເເຕ່ບໍ່ວ່າຈະເປັນບັດເເບບໃດກໍຕາມ ບັດດັ່ງກ່າວຈະຊ່ວຍເພີ່ມຜົນປະໂຫຍດ ເເລະ ການນຳຫຼຽນ BabyDoge ມາໃຊ້ງານໄດ້ຢ່າງເເທ້ຈິງ.

ເມື່ອຕົ້ນປີທີ່ຜ່ານມາ ບໍລິສັດຫຼາຍເເຫ່ງທີ່ໃຫ້ບໍລິການຊຳລະເງິນດ້ວຍ crypto ໄດ້ເພີ່ມ SHIB, LEASH ແລະ BONE ໃສ່ບັດ crypto ແບບເຕີມເງິນ, Visa ແລະ Mastercard. ໂດຍລວມແລ້ວ, ບັດເຕີມເງິນເຫຼົ່ານີ້ສາມາດເຂົ້າກັນໄດ້ກັບ blockchain ຫຼາຍຕົວເຊັ່ນ: Bitcoin, Ethereum, Solana, Tron ແລະ ອື່ນໆ. ພ້ອມຍັງມີຄູ່ຫຼຽນ BTC, USDT, DAI, SHIB, USDC ແລະ cryptocurrencies ທີ່ນິຍົມອື່ນໆອີກດ້ວຍ.

ຢ່າງໃດກໍຕາມ, ນັກລົງທຶນທີ່ມີຊື່ສຽງໄດ້ອອກມາເຕືອນກ່ຽວກັບຫຼຽນ meme. ພວກເຂົາເຈົ້າໄດ້ເຕືອນນັກລົງທຶນທີ່ຕິດຕາມພວກມັນໃຫ້ລະມັດລະວັງໃນການລົງທຶນໃນຫຼຽນ meme. ໂດຍ CZ Ceo ຂອງ Binance ໄດ້ອະທິບາຍວ່າຜູ້ໃຊ້ບາງຄົນເວົ້າວ່ານັກລົງທຶນຊື້ບັນຊີ Twitter ທີ່ພວກເຂົາເຈົ້າຕິດຕາມ ແລະ ອອກ meme coins ໂດຍມີຈຸດປະສົງເພື່ອຫຼອກລວງເປັນຫຼັກ ແລະ ໃນເວລາຕໍ່ມາ ພວກເຂົາເຈົ້າ ກໍເຊົາຕິດຕາມ Twitter ເຫຼົ່ານັ້ນທັນທີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/