USAID ເປີດໂຄງການ ປົກປ້ອງນັກຂ່າວຈາກທົ່ວໂລກ “Reporters Shield” ເພື່ອຫຼີກເວັ້ນໄພຄຸກຄາມທາງກົດໝາຍ


ອົງການເພື່ອການພັດທະນາສາກົນຂອງສະຫະລັດ (USAID) ໄດ້ເປີດຕົວໂຄງການປົກປ້ອງນັກຂ່າວຈາກທົ່ວໂລກ “Reporters Shield” ເພື່ອປົກປ້ອງນັກຂ່າວທີ່ລາຍງານເພື່ອຜົນປະໂຫຍດຂອງສາທາລະນະ ຈາກການຖືກຟ້ອງຮ້ອງ ແລະ ບັງຄັບໃຊ້ກົດໝາຍ ທີ່ມີຈຸດປະສົງເພື່ອບໍ່ໃຫ້ມີການວິພາກວິຈານ ເພື່ອຜົນປະໂຫຍດສ່ວນລວມ.

ໂດຍ ຊາແມນທາ ພາວເວີ (Samantha Power) ຜູ້ບໍລິຫານ ອົງການເພື່ອການພັດທະນາສາກົນຂອງສະຫະລັດ ລະບຸວ່າ:​ “ດ້ວຍຄວາມທີ່ບໍ່ສາມາດແບກຫາບພາລະຄ່າໃຊ້ຈ່າຍໃນການຟ້ອງຮ້ອງໄດ້ ອົງກອນສື່ອິດສະຫຼະຫຼາຍແຫ່ງຈຶ່ງຖືກບີບໃຫ້ປິດຕົວລົງ ຫຼື ພະຍາຍາມປົກປິດຕົນເອງເພືື່ອຫຼີກເວັ້ນການດຶງດູດຄວາມສົນໃຈຈາກຜູ້ທີ່ອາດເປັນສັດຕູ”

ນອກຈາກນີ້ ຊາແມນທາ ພາວເວີ ຍັງລະບຸອີກວ່າ: “ຜູ້ນຳທີ່ເຮັດການສໍ້ລາດບັງຫຼວງຮູ້ດີໃນເລື່ອງພວກນີ້ ແລະ ນັ້ນເປັນເຫດຜົນທີ່ວ່າເປັນຫຍັງຈຶ່ງໃຊ້ກົດໝາຍແບບນີ້ຫຼາຍຂຶ້ນເລື້ອຍໆ”

USAID ລະບຸວ່າ ມີແຜນຈະເຮັດວຽກຮ່ວມກັບ ສະພາຄອງເກສ ໃນສະຫະລັດ ອາເມຣິກາ ເພື່ອສົ່ງມອບເງິນ 9 ລ້ານໂດລາ ສຳລັບໂຄງການດັ່ງກ່າວ ເຊິ່ງເຄືອຂ່າຍນັກຂ່າວທີ່ລາຍງານກ່ຽວກັບອົງການອາຊະຍາກຳ ແລະ ການສໍ້ລາດບັງຫຼວງ (OCCRP) ຮ່ວມກັບ ສູນດ້ານຄວາມຍຸຕິທຳລະຫວ່າງປະເທດ ໄຊຣັສ ອາ ແວນສ (The Cyrus R. Vance Center for International Justice) ຈະເປັນຜູ້ບໍລິຫານຮ່ວມກັນ.

ຊາແມນທາ ພາວເວີ ກ່າວຕື່ມວ່າ: “ເພື່ອໃຫ້ນັກຂ່າວ ແລະ ສື່ມວນຊົນທົນຕໍ່ກົດໝາຍໄດ້ ພວກເຂົາຈຳເປັນຕ້ອງໄດ້ຮັບການຄຸ້ມຄອງຢ່າງເຂັ້ມງວດ ພ້ອມຍັງຕ້ອງການເຝິກອົບຮົມເພື່ອຫຼີກເວັ້ນຈາກການຖືກຟ້ອງຮ້ອງ ແລະ ຕ້ອງການແຫຼ່ງຂໍ້ມູນສຳລັບບການຈ້າງທະນາຍ”

ໃນຖະແຫຼງການຂອງ USAID ລະບຸວ່າ ການທີ່ຈະໄດ້ຮັບການພິຈາລະນາໃຫ້ເຂົ້າເປັນສະມາຊິກຂອງ Reporters Shield ສໍານັກຂ່າວ ຫຼື ອົງການຈັດຕັ້ງນັ້ນຕ້ອງໄດ້ຮັບການຈົດທະບຽນຢ່າງຖືກຕ້ອງຕາມກົດໝາຍ ແລະ ຕ້ອງສຸມໃສ່ການລາຍງານຂ່າວທີ່ເປັນປະໂຫຍດຕໍ່ສາທາລະນະ ແລະ ສັງຄົມສົນໃຈ, ລາຍງານກ່ຽວກັບການສືບສວນສອບສວນ, ລາຍງານຜ່ານສື່ສິ່ງພິມ ຫຼື ໃນຮູບແບບອອນລາຍ, ບໍ່ເຂົ້າຂ້າງຝ່າຍໃດຝ່າຍໜຶ່ງ ຫຼື ຫາຜົນປະໂຫຍດຈາກຝ່າຍໃດຝ່າຍໜຶ່ງ, ເປັນເອກະລາດທາງການເມືອງ ການຄ້າ ຫຼື ອິດທິຜົນທີ່ບໍ່ເໝາະສົມທີ່ຈະເຂົ້າມາແຊກແຊງ ແລະ ຕ້ອງມີບັນນາທິການທີ່ເປັນເອກະລາດຈາກທຸກຝ່າຍ ແລະ ປະຕິບັດຕາມຫຼັກບັນນາທິການ ແບບມືອາຊີບ.

ໂດຍໂຄງການດັ່ງກ່າວ ເປີດໃຫ້ສະໝັກໄດ້ທົ່ວໂລກ ໂດຍບາງຂົງເຂດຈະໄດ້ຮັບການພິຈາລະນາເປັນພິເສດໃນບໍ່ເທົ່າໃດເດືອນທາງໜ້ານີ້ ແລະ ບາງຂົງເຂດຈະໄດ້ມີການເພີ່ມເຂົ້າມາໃນປີ 2024 ເຊິ່ງສະມາຊິກ ແລະ ອົງກອນຕ່າງໆ ຈະໄດ້ຈ່າຍຄ່າທຳນຽມລາຍປີ ຕາມປັດໄຈຕ່າງໆ ເຊັ່ນທີ່ຕັ້ງຂອງອົງກອນ ແລະ ຈຳນວນຂ່າວທີ່ພວກເຂົາຜະລິດຕໍ່ປີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/