ລັດຖະບານນິວຊີແລນເປີດເພງ Baby shark ແລະ Let it go ເພື່ອສະຫຼາຍການຊຸມນຸມຂອງຜູ້ປະທ້ວງຕໍ່ມາດຕະການຈຳກັດສິດທິເສລີພາບ


ຈາກເຫດການທີ່ຜູ້ປະທ້ວງໃນແຄນນາດາມີການເຄື່ອນໄຫວຮຽກຮ້ອງໃຫ້ນາຍົກລັດຖະມົນຕີ Justin Trudeau ທົບທວນມາດຕະການຕ່າງໆຂອງລັດຖະບານທີ່ພວກເຂົາອ້າງວ່າຈຳກັດສິດທິເສລີພາບ ເຊິ່ງການປະທ້ວງດັ່ງກ່າວກໍໄດ້ກາຍມາເປັນຕົ້ນແບບໃຫ້ປະເທດອື່ນໆທີ່ມີຄວາມເຫັນຄ້າຍຄືກັນອອກມາປະທ້ວງ. ນິວຊີແລນກໍເປັນໜຶ່ງໃນປະເທດທີ່ປະຊາຊົນໄດ້ອອກມາຊຸມນຸມກັນຕໍ່ຕ້ານມາດຕະການຂອງລັດຖະບານທີ່ໜ້າລັດຖະສະພາໃນນະຄອນ Wellington ເມືອງຫຼວງຂອງນິວຊີແລນ.

ໂດຍເປົ້າໝາຍຂອງຜູ້ຊຸມນຸມກຸ່ມນີ້ ແມ່ນມີຄວາມຄ້າຍຄືກັບທີ່ມີການຊຸມນຸມໃນແຄນນາດາ ລວມໄປຮອດປະເທດອື່ນໆ ເຊັ່ນ: ຝຣັ່ງ ທີ່ຕ້ອງການຕໍ່ຕ້ານມາດຕະການແລະນະໂຍບາຍຕ່າງໆ ທີ່ພວກເຂົາເບິ່ງວ່າມັນເປັນການຈຳກັດສິດທິເສລີພາບ ເຊັ່ນ: ການບັງຄັບໃຫ້ສັກວັກຊີນ ຫຼື ບັງຄັບໃຫ້ໃສ່ໜ້າກາກອະນາໄມໃນພື້ນທີ່ສາທາລະນະ ເປັນຕົ້ນ.

ການປະທ້ວງໃນນິວຊີແລນຄັ້ງນີ້ ໄດ້ຮັບຄວາມສົນໃຈເປັນພິເສດກໍຍ້ອນວ່າ ເຈົ້າໜ້າທີ່ມີກົນລະຍຸດທີ່ໃຊ້ໃນການຮັບມືທີ່ບໍ່ຄືໃຜ ຫຼັງຈາກມີລາຍງານໃນວັນອາທິດ ທີ 13 ກຸມພາ 2022 ທີ່ຜ່ານມາວ່າ ເຈົ້າໜ້າທີ່ໄດ້ເປີດເພງສຸດດັງຄື Baby Shark ແລະ Let it go ຈາກຮູບເງົາ Frozen ເພື່ອເປັນການສະຫຼາຍການຊຸມນຸມຂອງຜູ້ປະທ້ວງ.

ນອກຈາກນີ້ ເຈົ້າໜ້າທີ່ຍັງມີການເປີດເພງ My Heart Will Go On ໃນເວີຊັ່ນເປົ່າຂຸ່ຍແບບບໍ່ຖືກຄີ ແລະ ຍັງມີເພງຕ່າງໆ ອີກເຊັ່ນ: You’re Beautiful ຂອງ James Blunt ນັກຮ້ອງຊາວອັງກິດ, ເພງຂອງ Barry Manilow, ລວມໄປຮອດ Macarena ເພງສຸດຮິດຈາກຍຸກ 90s.

ກົນລະຍຸດການເປີດເພງຄັ້ງນີ້ ແມ່ນສະທ້ອນເຖິງການຮັບມືຜູ້ຊຸມນຸມທີ່ປ່ຽນໄປຂອງເຈົ້າໜ້າທີ່ ຈາກທີ່ໃນໄລຍະທຳອິດທີ່ຕຳຫຼວດຈະເນັ້ນໄປທາງປະທະກັບຜູ້ຊຸມນຸມຫຼາຍກວ່າ ແລະ ກ່ອນໜ້ານີ້ກໍມີການເປີດເຄື່ອງສີດນ້ຳ Sprinklers ເພື່ອເປັນການສະຫຼາຍການຊຸມນຸມ ແຕ່ມັນກໍບໍ່ໄດ້ຮັບຜົນທີ່ດີ.

ມີການກ່າວວ່າ Trevor Mallard ປະທານສະພາຂອງນິວຊີແລນ ຄືຜູ້ຢູ່ເບື້ອງຫຼັງຂອງລາຍຊື່ເພງທີ່ໃຊ້ເປີດຕໍ່ໜ້າສະພາໃນຄັ້ງນີ້ ເພາະຈາກຂໍ້ມູນຂອງລັດຖະບານ Mallard ໃນຖານະທີ່ເປັນປະທານສະພາ ມີສິດທີ່ຈະຄວບຄຸມພື້ນທີ່ແລະອາຄານຂອງລັດຖະສະພາ. ນອກຈາກນີ້ ຍັງພົບວ່າ Mallard ໄດ້ເປີດຮັບການຂໍເພງໃນ Twitter ອີກດ້ວຍ.

ນອກຈາກການເປີດເພງແລ້ວ Mallard ຍັງເປີດເຜີຍກັບສື່ທ້ອງຖິ່ນວ່າ “ມີບາງຄົນສະເໜີໃຫ້ພວກເຮົາໃສ່ວັກຊີນເຂົ້າໄປໃນນ້ຳ (ເພື່ອສີດໃສ່ຜູ້ຊຸມນຸມ) ແຕ່ຂ້ອຍບໍ່ຄິດວ່າມັນສະແດງຜົນອອກມາແບບນັ້ນ”

ແຕ່ເຖິງຢ່າງນັ້ນ ຜູ້ຊຸມນຸມກໍຍັງປັກຫຼັກກັນຢູ່ທີ່ໜ້າລັດຖະສະພາຕໍ່ໄປ ແລະ ໃນວັນທີ 14 ກຸມພາທີ່ຜ່ານມານີ້ ການຊຸມນຸມກໍຄົບ 7 ວັນແລ້ວ ໃນຂະນະທີ່ ນາຍົກລັດຖະມົນຕີຂອງນິວຊີແລນ Jacinda Ardern ໄດ້ໃຫ້ຄວາມຄິດເຫັນວ່າ ການຊຸມນຸມຂອງຜູ້ປະທ້ວງໃນຄັ້ງນີ້ ເບິ່ງຄືວ່າຈະມີລັກສະເປັນປາກົດການທີ່ນຳເຂົ້າມາຈາກຕ່າງປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/