ຄົນ ຫຼື ວັດຖຸ?“Pele” ນັກເຕະສາຍາໄຂ່ມຸກດຳທີ່ຖືກຍົກໃຫ້ເປັນສົມບັດຂອງຊາດ


ຖ້າເວົ້າເຖິງຕຳນານນັກເຕະທີ່ເກັ່ງທີ່ສຸດໃນໂລກຕະຫຼອດການ ໜຶ່ງໃນນັ້ນຕ້ອງມີຊື່ຂອງ Pele ໄຂ່ມຸກດຳແຫ່ງບຣາຊິວ. ຖ້າຈະເວົ້າເຖິງຄວາມສາມາດ, ຄວາມສຳເລັດ ແລະ ຮາງວັນທີ່ໄດ້ຮັບ ຄົງຈະຍາວເກີນໄປ ເພາະທຸກຄົນຮູ້ດີວ່າບຸກຄົນນີ້ສຸດຍອດຫຼາຍປານໃດ. ແຕ່ທຸກຄົນເຄີຍຮູ້ບໍ່ວ່າ Pele ບໍ່ເຄີຍເຂົ້າມາຫຼິ້ນໃນລີກ ຢູໂຣບເລີຍ ທັ້ງທີ່ລີກຢູໂຣບເປັນລີກທີ່ມີການແຂ່ງຂັນສູງທີ່ສຸດ ແລະ ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ. ເວົ້າມາເຖິງຕອນນີ້ທຸກຄົນຄົງຄິດວ່າ ຖ້າ Pele ເກັ່ງແທ້ສົມຄຳທີ່ເຂົາເວົ້າກັນ ເປັນຫຍັງບໍ່ເຄີຍມາຫຼິ້ນຢູ່ລີກຢູໂຣບ ຫຼື ວ່າສີມືບໍ່ຮອດ ບໍ່ເກັ່ງແທ້ຄືທີ່ເຂົາວ່າກັນ.

Pele ເກີດ ແລະ ເຕີບໃຫຍ່ ຢູ່ທີ່ເມືອງ Três Corações ປະເທດບຣາຊິວ ລາວໃຫຍ່ມາກັບການຫຼິ້ນເຕະບານຢູ່ຕາມຂ້າງທາງຄືກັບເດັກນ້ອຍບຣາຊິວທົ່ວໄປ ຈາກນັ້ນກໍເລີ່ມພັດທະນາຕົນເອງມາຕະຫຼອດ. ຈົນສຸດທ້າຍໃນປີ 1956, Pele ກໍໄດ້ຮັບສັນຍາອາຊີບ ສະບັບທຳອິດ ຈາກສະໂມສອນ Santos Fc ແລ້ວກໍເລີ່ມສ້າງຕຳນານຂອງຕົນເອງ ພ້ອມກັບສ້າງຊື່ສຽງໃຫ້ປະເທດຢ່າງຫຼວງຫຼາຍ ໂດຍທີ່ລາວສາມາດພາທີມຊາດຄວ້າແຊັ້ມບານໂລກໄດ້ຕັ້ງແຕ່ຕອນທີ່ລາວອາຍຸໄດ້ພຽງ 17ປີ ເທົ່ານັ້ນ.

ຈາກຄວາມສຳເລັດ ບວກກັບຄວາມສາມາດຂອງລາວ ເຮັດໃຫ້ຊື່ຂອງ Pele ດັງໄປທົ່ວໂລກ ເມື່ອກັບມາບ້ານເກີດ ລາວກໍກາຍເປັນຊຸບເປີ້ສະຕາຂອງແຟນບານສະໂມສອນ Santos Fc ແລະ ເປັນທີ່ຮັກຂອງແຟນບານທົ່ວປະເທດ. ຈົນມາຮອດປີ ຄສ 1961 ທີ່ເປັນຍຸກຂອງ Joao Goulart ຂຶ້ນມາເປັນປະທານປະເທດ ສະຖານະການຂອງເສດຖະກິດພາຍໃນປະເທດກໍນັບມື້ນັບຖອຍຫຼັງລົງເລື້ອຍໆ ພ້ອມກັບມີກົດໝາຍແປກໆອອກມາ ທີ່ຄົນບຣາຊິວສ່ວນຫຼາຍຄິດວ່າມັນບໍ່ສົມເຫດສົມຜົນ ເຊັ່ນ: ການຫ້າມບໍ່ໃຫ້ໃສຊຸດ Bikini ລົງຫຼິ້ນໃນຊາຍຫາດ Copacabana Beach.

 ຈາກສະຖານະການໃນຕອນນັ້ນ ເຮັດໃຫ້ເກີດມີກະແສຂ່າວການຍ້າຍທີມຂອງ Pele ຫຼາຍຂຶ້ນ ດ້ວຍຄວາມທີ່ Pele ເປັນທີ່ໝາຍຕາຂອງບັນດາທີມໃຫຍ່ທົ່ວຢູໂຣບຢູ່ແລ້ວ ເມື່ອມີຂ່າວແບບນີ້ອອກມາ ກໍເລີ່ມມີຂໍ້ສະເໜີຈາກບັນດາທີມໃຫຍ່ທົ່ວຢູໂຣບຍື່ນເຂົ້າມາໃຫ້ Pele ແລະ ສະໂມສອນໄດ້ພິຈາລະນາຢ່າງຫຼວງຫຼາຍ. ແນ່ນອນວ່າສິ່ງນີ້ບໍ່ຖືກໃຈແຟນບານທົ່ວບຣາຊິວຢ່າງແນ່ນອນ.

ບໍ່ວ່າຈະເປັນສະຖານະການບ້ານເມືອງໃນຕອນນັ້ນ ບວກກັບຂໍ້ສະເໜີຈາກທີມໃຫຍ່ໃນຢູໂຣບ ເຮັດໃຫ້ Pele ເອງ ເລີ່ມສົງໄສໃນອະນາຄົດຂອງຕົນເອງວ່າຈະເອົາແນວໃດດີ, ຈະປັກຫຼັກຢູ່ບ້ານເກີດ ຫຼື ໄປເລີ່ມຊີວິດໃໝ່ທີ່ຢູໂຣບ. ເລື່ອງເລີ່ມໜາຫູຂຶ້ນເລື້ອຍໆຈົນເຮັດໃຫ້ Athie Jorege Courty ປະທານສະໂມສອນ Santos ໃນຕອນນັ້ນເລີ່ມນັ່ງບໍ່ຕິດ ເພາະການທີ່ Pele ຈະຍ້າຍອອກ ມັນບໍ່ສົ່ງຜົນດີ ກັບສະໂມສອນໄລຍະຍາວຢ່າງແນ່ນອນ ເພາະການທີ່ມີ Pele ຢູ່ໃນທີມມັນສາມາດສ້າງເມັດເງິນມະຫາສານໄດ້ໃຫ້ແກ່ທີມ ແລະ ປະເທດຊາດ. ທາງສະໂມສອນກໍເລີຍຕ້ອງອອກອຸບາຍໃຫ້ລັດຖະບານໃຊ້ກົດໝາຍເຂົ້າມາຈັດການ ໂດຍໃຊ້ສອງຂັ້ນຕອນໃນການດຳເນີນການຄັ້ງນີ້. ສະໂມສອນ Santos ໄດ້ເລີ່ມແຜນການ ໂດຍໄປບອກກ່າວກັບ ສະຫະພັນບານເຕະບຣາຊິວ (Confederação Brasileira de Futebol ຫຼືວ່າ CBF) ທີ່ຕອນນັ້ນມີປະທານເປັນ Joao Havelange ວ່າການປ່ອຍໃຫ້ Pele ອອກໄປຫຼິ້ນຢູ່ຢູໂຣບມັນມີແຕ່ຜົນເສຍ ບໍ່ວ່າຈະເປັນທັງລາຍໄດ້ ແລະ ຄວາມສຳເລັດຂອງຊາດ ເພາະການທີ່ Pele ຈະເດີນທາງກັບມາຮັບໃຊ້ຊາດຈາກຢູໂຣບມັນໃຊ້ເວລາດົນ ສົ່ງຜົນຕໍ່ສະພາບຮ່າງກາຍລາວ ເຮັດໃຫ້ຫຼິ້ນບໍ່ໄດ້ດີຄືເກົ່າ ແລະ ບາງເທື່ອອາດຈະເຖິງຂັ້ນກັບມາບໍ່ໄດ້ເລີຍກໍເປັນໄປໄດ້.

ເມື່ອສະຫະພັນໄດ້ຍິນແນວນັ້ນກໍຫູຕັ້ງທັນທີ ແລະ ໄດ້ແຈ້ງເລື່ອງຂຶ້ນໄປຫາລັດຖະບານໃນຕອນນັ້ນ ທີ່ເປັນຫົວອະນຸລັກນິຍົມຢູ່ແລ້ວ ເຮັດໃຫ້ລັດຖະບານກໍເຫັນດີເຫັນງາມກັບຄວາມຄິດນີ້ ແລະ ສະຫຼຸບຜົນໄດ້ພາຍໃນການປະຊຸມພຽງຄັ້ງດຽວ. ຈາກນັ້ນກໍເລີ່ມດຳເນີນການໃຊ້ຊ່ອງວ່າງທາງກົດໝາຍ ເຂົ້າມາຊ່ວຍ ໂດຍລັດຖະບານໄດ້ສະຖາປະນາ ແລະ ປ່ຽນສະຖານະຂອງ Pele ຈາກພົນລະເມືອງທຳມະດາ ໃຫ້ກາຍເປັນ ສົມບັດແຫ່ງຊາດ. ກົດຂອງການເປັນສົມບັດແຫ່ງຊາດ ແມ່ນບໍ່ສາມາດສົ່ງອອກນອກປະເທດໄດ້. ເມື່ອເປັນແບບນັ້ນ ຄວາມຝັນຂອງ Pele ທີ່ຈະໄດ້ໄປຫຼິ້ນເຕະບານຢູ່ຢູໂຣບກໍຈົບລົງທັນທີ ແລະ ບໍ່ສາມາດຈັດການໃດໆກັບເລື່ອງນີ້ໄດ້.

ຈົນເວລາຜ່ານໄປ 19ປີ ສຸດທ້າຍ Pele ກໍໄດ້ຫຼຸດອອກຈາກສະຖານະ ສົມບັດແຫ່ງຊາດ ກັບມາເປັນພົນລະເມືອງທຳມະດາ ລາວຈຶ່ງສາມາດອອກໄປຫຼິ້ນບານຢູ່ຕ່າງແດນໄດ້. ແຕ່ວ່າຮອດຕອນນັ້ນ ສະພາບຮ່າງກາຍຂອງລາວ ກໍບໍ່ຄືເກົ່າແລ້ວ ລວມໄປເຖິງຟອມການຫຼິ້ນ ເວົ້າງ່າຍໆວ່າເຂົ້າສູ່ຂາລົງ. ສຸດທ້າຍ ບ່ອນທີ່ລາວໄດ້ໄປກໍຄື ລີກໃນສະຫະລັດອາເມຣິກາທີ່ມີຊື່ວ່າ North American Soccer League (NASL) ແຕ່ກໍເປັນລີກທີ່ບໍ່ໄດ້ຮັບຄວາມນິຍົມ ແລະ ການແຂ່ງຂັນກໍບໍ່ໄດ້ສູງຄື ລີກຢູໂຣບ.

ນີ້ແມ່ນເຫດຜົນທີ່ວ່າເປັນຫຍັງ Pele ຈຶ່ງບໍ່ສາມາດອອກມາໃຊ້ຊີວິດ ຫຼື ຫຼຼິ້ນບານໃນລີກຢູໂຣບໄດ້ ເມື່ອເບິ່ງແລ້ວເລື່ອງທັງໝົດນີ້ເກີດຂຶ້ນຍ້ອນຄວາມເກັ່ງ ແລະ ຄວາມສາມາດຂອງລາວ ທີ່ພົ້ນເດັ່ນເກີນໄປ ຈົນແຟນບານ ບຣາຊິວ ບໍ່ສາມາດຍອມຮັບກັບການທີ່ລາວຈະໄປຫຼິ້ນຢູ່ນອກ ປະເທດໄດ້ ບວກກັບຄົນຕົ້ນຄິດຂອງເລື່ອງນີ້ ກໍແມ່ນສະໂມສອນ Santos Fc ທີ່ເປັນສະໂມສອນທີ່ສ້າງລາວມາ ພ້ອມກັບທຳລາຍຄວາມຝັນຂອງລາວເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/