Intel ເອົາໃຈນັກຂຸດ! ດ້ວຍການກຽມເປີດຕົວຊິບສຳລັບໃຊ້ຂຸດ Crypto ມາພ້ອມກັບຄຸນສົມບັດໃນການຊ່ວຍເລັ່ງອັດຕາການຂຸດທີ່ໄວຂຶ້ນ


ຕາມການລາຍງານຂອງ The Verge ເວັບໄຊຂ່າວສານດ້ານເທັກໂນໂລຢີ ເຊິ່ງອ້າງອີງຂ່າວຈາກສຳນັກຂ່າວ Reuters ໄດ້ເປີດເຜີຍວ່າ ທາງ Intel ບໍລິສັດຜະລິດຊິບຊັ້ນນຳຂອງໂລກ ກຳລັງລົງທຶນໃນເທັກໂນໂລຢີ Blockchain ດ້ວຍການອອກແບບຊິບຕົວໃໝ່ທີ່ເອົາມາເພື່ອໃຊ້ຂຸດ Cryptocurrency ໂດຍສະເພາະ. ລາຍງານຍັງໄດ້ບອກອີກວ່າ ເປົ້າໝາຍຂອງການຜະລິດຊິບຕົວນີ້ ກໍເພື່ອຕອບໂຈດດ້ານຄວາມໝັ້ນຄົງ ພ້ອມກັບມີການວາງແຜນພັດທະນາເທັກໂນໂລຢີ Computing ທີ່ມີປະສິດທິພາບສູງສຸດ ເພື່ອການໃຊ້ພະລັງງານຢ່າງກຸ້ມຄ່າໃນລະດັບອຸດສາຫະກຳ.

ຊິບ Crypto ຕົວທຳອິດຂອງ Intel ມີຊື່ວ່າ Blockchain Accelerator (ຕົວເລັ່ງຄວາມໄວ Blockchain) ແມ່ນຈະເປີດຕົວສູ່ຕະຫຼາດພາຍໃນປາຍປີນີ້ ແລະ ກໍມີຄຳສັ່ງຊື້ລ່ວງໜ້າຈາກບໍລິສັດ 2 ແຫ່ງ ຄື: ບໍລິສັດໂຄງສ້າງພື້ນຖານຂອງການຂຸດເໝືອງ Bitcoin “GRIID” ແລະ ບໍລິສັດດ້ານ fintech ຢ່າງ “Square” ຂອງ Jack Dorsey (ໜຶ່ງໃນຜູ້ກໍ່ຕັ້ງ Twitter)

ທາງດ້ານ Raja Koduri ຮອງປະທານອາວຸໂສຝ່າຍລະບົບປະມວນຜົນເລັ່ງຄວາມໄວແລະກຸ່ມກຣາຟຟິກຂອງ Intel ລະບຸວ່າ ບໍລິສັດຕ້ອງການທີ່ຈະມີສ່ວນຮ່ວມໃນການເຂົ້າມາພັດທະນາເທັກໂນໂລຢີ Blockchain ໂດຍເລີ່ມຕົ້ນດ້ວຍການເປີດຕົວເຄື່ອງເລັ່ງການຂຸດ Crypto ທີ່ປະຢັດພະລັງງານ ເນື່ອງຈາກບັນຫາຫຼັກໆ ຂອງການຂຸດ Crypto ຄືການໃຊ້ພະລັງງານຫຼາຍເກີນໄປ.

ນອກຈາກນີ້ Intel ຍັງສະແດງຄວາມໝັ້ນໃຈວ່ານະວັດຕະກຳວົງຈອນຂອງບໍລິສັດຈະສົ່ງຕົວເລັ່ງທີ່ດີຫຼາຍກວ່າ 1,000 ເທົ່າຕໍ່ watt ກໍຄືພະລັງງານທີ່ໃຊ້ຕໍ່ໜ່ວຍເວລາ, ໂດຍຈະໄວຫຼາຍກວ່າ CPU ຕົວຫຼັກທີ່ໃຊ້ໃນການຂຸດ Crypto ເຊິ່ງຈະໃຊ້ງານ algorithm SHA-256 ໃນການພັດທະນາ. ຜະແນກປະມວນຜົນຈະຮັບຜິດຊອບໃນສ່ວນຂອງການສ້າງແພລັດຟອມ silicon ແບບປັບແຕ່ງດ້ວຍຕົນເອງເພື່ອເພີ່ມປະສິດທິພາບການຂຸດ Crypto ແລະການອອກແບບຊຸບເປີຄອມພິວເຕີ.

Intel ມີແຜນຈະເປີດເຜີຍລາຍລະອຽດຂອງຂອງຊິບຂຸດ Crypto ຕົວໃໝ່ນີ້ ໃນວັນທີ 20 ກຸມພາ ພາຍໃນງານປະຊຸມ International Solid-State Circuits Conference.

ໃນໄລຍະຜ່ານມາ ຜົນກະທົບຂອງການຂຸດ Cryptocurrency ຕໍ່ສິ່ງແວດລ້ອມໄດ້ກາຍເປັນບັນຫາໃຫຍ່ ແລະ ຊິບຕົວໃໝ່ຂອງ Intel ອາດຈະເປັນການແກ້ໄຂບັນຫາໃນຈຸດນັ້ນ ໂດຍແທນການຂຸດແບບເກົ່າທີ່ນິຍົມໃຊ້ພະລັງງານຈາກໂຮງໄຟຟ້າຖ່ານຫີນ ແລະ ແກສທຳມະຊາດ ທີ່ເປັນອັນຕະລາຍຕໍ່ສິ່ງແວດລ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/