ບໍ່ທຳມະດາ! ເສດຖະກິດພິເສດນະຄອນຫຼວງວຽງຈັນ ມີມູນຄ່າສົ່ງອອກສິນຄ້າຫຼາຍກວ່າ 100 ລ້ານໂດລາ


ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເສດຖະກິດພິເສດນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ ນະຄອນຫຼວງວຽງຈັນປະກອບມີ 5 ເຂດທີ່ຂຶ້ນກັບການຄຸ້ມຄອງການບໍລິຫານຄື: ເຂດພັດທະນາກວມລວມໄຊເສດຖາ, ເຂດເສດຖະກິດພິເສດບຶງທາດຫຼວງ, ເຂດເສດຖະກິດພິເສດລ່ອງແທງວຽງຈັນ, ເຂດເສດຖະກິດພິເສດດົງໂພສີ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ.

ເປົ້າໝາຍຂອງການພັດທະນາແຕ່ລະເຂດແມ່ນມີຄວາມແຕກຕ່າງກັນ ເຊິ່ງເຂດພັດທະນາກວມລວມໄຊເສດຖາມີເປົ້າໝາຍພັດທະນາເປັນອຸດສາຫະກຳຄົບວົງຈອນ. ນອກຈາກນີ້ ຍັງໄດ້ສົ່ງເສີມໃຫ້ມີການພັດທະນາເປັນຕົວເມືອງໃໝ່ ລວມມີເຂດການຄ້າ-ການບໍລິການ, ສ່ວນເຂດເສດຖະກິດພິເສດບຶງທາດຫຼວງແມ່ນການທ່ອງທ່ຽວທີ່ຕິດພັນກັບວັດທະນະທຳຂອງລາວ ແລະ ຍັງມີໂຄງການຕ່າງໆທີ່ປິ່ນອ້ອມ ເປັນຕົ້ນແມ່ນໂຄງການກ່ຽວກັບການບໍລິການ, ການຄ້າ, ໂຮງແຮມ ແລະ ສະຖານທີ່ສວນສາທາລະນະຕ່າງໆ. ສ່ວນເຂດເສດຖະກິດພິເສດລ່ອງແທ່ງວຽງຈັນ ກໍມີເປົ້າໝາຍພັດທະນາເປັນເຂດບໍລິການ ການທ່ອງທ່ຽວຕິດພັນກັບສະໜາມກັອບ ແລະ ໂຄງການອື່ນໆ.

ສຳລັບສິນຄ້າຜະລິດໃນແຕ່ເຂດສ່ວນໃຫຍ່ແມ່ນ ເປັນເຄື່ອງອີເລັກໂທຣນິກ, ເຄື່ອງນຸ່ງຮົ່ມ, ອຸປະກອນການແພດ ແລະ ເຄື່ອງໃຊ້ສອຍຕ່າງໆ. ເຊິ່ງໄດ້ນຳໃຊ້ຢູ່ພາຍໃນ ແລະ ສົ່ງອອກໄປຈຳໜ່າຍຢູ່ຕ່າງປະເທດ.

ມາຮອດປັດຈຸບັນ ມີມູນຄ່າການສົ່ງອອກສິນຄ້າ 100 ກວ່າລ້ານໂດລາສາຫະລັດ ໃນນັ້ນມີປະເທດຫວຽດນາມ, ຢູໂຣບ, ອາເມລິກາ, ສິງກະໂປ, ມາເລເຊຍ ແລະ ປະເທດອື່ນໆ. ເຊິ່ງໃນປີ 2021 ຜ່ານມາ ສາມາດຶງດູດການລົງທຶນໄດ້ທັງໝົດ 24 ບໍລິສັດ ໃນນັ້ນແມ່ນບໍລິການ 54/100 ຂະແໜງອຸດສາຫະກຳ 17/100, ຂະແໜງການຄ້າ 29/100. ເມື່ອທຽບໃສ່ແຜນການສມາດປະຕິບັດໄດ້ 20/100 ລື່ນຄາດໝາຍ 4 ບໍລິສັດ.

ຂອບໃຈຂໍ້ມູນຈາກ: https://fb.watch/bb0CO7pOPu/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/