ຫວຽດນາມຍົກເລີກມາດຕະການກວດສອບໂຄວິດ ສຳລັບຖ້ຽວບິນລະຫວ່າງປະເທດ ເພື່ອຟື້ນຟູເສດຖະກິດ


ອ້າງອີງຈາກໜັງສືພິມ Tuoi Tre ຫຼື Tuổi Trẻ  ຂອງຫວຽດນາມໄດ້ລາຍງານໃນວັນທີ 13 ກຸມພາທີ່ຜ່ານມາວ່າ ທາງການຂອງຫວຽດນາມໄດ້ລົງມະຕິເຫັນດີຍົກເລີກມາດຕະການຈຳກັດເພື່ອປ້ອງກັນໂຄວິດ-19 ສຳລັບຖ້ຽວບິນລະຫວ່າງປະເທດທັງໝົດ ເລີ່ມຕັ້ງແຕ່ວັນທີ 15 ກຸມພາເປັນຕົ້ນໄປ ພ້ອມກັນນັ້ນຍັງຍົກເລີກການຈຳກັດຈຳນວນຖ້ຽວບິນ ແລະ ຟື້ນຟູການສັນຈອນຂອງຖ້ຽວບິນໃຫ້ເປັນຄືລະດັບກ່ອນໂຄວິດ.

 “ຫວຽດນາມຈະຍົກເລີກຂໍ້ຈຳກັດຕ່າງໆ ໃນຖ້ຽວບິນລະຫວ່າງປະເທດນັບແຕ່ວັນທີ 15 ກຸມພາ ແລະ ຄວາມຖີ່ຂອງຖ້ຽວບິນຈະກັບຄືນສູ່ລະດັບກ່ອນເກີດພະຍາດໂຄວິດ-19” ທ່ານ Đình Việt Sơn (ດິ່ນ ຫວຽດ ເຊີນ) ຮອງຜູ້ອຳນວຍການສຳນັກງານການບິນຂອງຫວຽດນາມ ໄດ້ກ່າວ.

ຫວຽດນາມເປັນປະເທດໜຶ່ງໃນເອເຊຍທີ່ມີມາດຕະການຄວບຄຸມການເຂົ້າອອກປະເທດທີ່ເຂັ້ມງວດ ນັບຕັ້ງແຕ່ມີການເກີດລະບາດໃຫຍ່ທົ່ວໂລກຂອງໂຄວິດ-19 ເຊິ່ງໃນໄລຍະທຳອິດນັ້ນຫວຽດນາມປະສົບຜົນສຳເລັດໃນການຄວບຄຸມການແຜ່ລະບາດ ໂດຍໃຊ້ມາດຕະການປ້ອງກັນທີ່ເຂັ້ມງວດ, ເຄັ່ງຕຶງ ແລະ ວ່ອງໄວ ເຊັ່ນ: ການປະກາດລັອກດາວໝົດປະເທດ ເຊິ່ງນັ້ນມັນສົ່ງຜົນກະທົບຕໍ່ນັກທຸລະກິດແລະທຸລະກິດຕ່າງໆ ໂດຍສະເພາະແມ່ນການທ່ອງທ່ຽວທີ່ສ້າງລາຍໄດ້ເຂົ້າປະເທດ ຄິດເປັນ 10% ຂອງ GDP.

ແລະໃນໄລຍະຕົ້ນປີ 2022 ນີ້ ຫວຽດນາມກໍໄດ້ເປີດໃຫ້ບໍລິການຖ້ຽວບິນລະຫວ່າງປະເທດກັບບັນດາປະເທດຕ່າງໆ ເຊັ່ນ: ອາເມຣິກາ, ໄທ, ກຳປູເຈຍ, ຣັດເຊຍ, ອັງກິດ… ໂດຍໄດ້ຜ່ອນຜັນມາດຕະການຕ່າງໆ ເຊັ່ນ: ລົດໄລຍະເວລາກັກຕົວສຳລັບຜູ້ໂດຍສານທີ່ສັກວັກຊີນຄົບໂດສແລ້ວໃຫ້ເຫຼືອພຽງ 3 ມື້.

ແນວໃດກໍຕາມ ການຕັດສິນໃຈຢຸດມາດຕະການຈຳກັດທີ່ເຂັ້ມງວດສຳລັບຖ້ຽວບິນລະດັບປະເທດຂອງຫວຽດນາມ ແມ່ນມີຂຶ້ນໃນລະຫວ່າງສະຖານະການ ການແຜ່ລະບາດຂອງໂຄວິດ-19 ທີ່ຍັງເພີ່ມຂຶ້ນເລື້ອຍໆ.

ຕາມການລາຍງານຂອງກະຊວງສາທາລະນະສຸກໃນວັນທີ 15 ກຸມພາທີ່ຜ່ານມາໄດ້ລະບຸວ່າ ພົບຜູ້ຕິດເຊື້ອໃໝ່ ທັງນຳເຂົ້າແລະພາຍໃນກວ່າ 31,000 ຄົນ ແລະຕອນນີ້ຍອດຜູ້ຕິດເຊື້ອສະສົມຂອງຫວຽດນາມຕັ້ງແຕ່ເລີ່ມມີການລະບາດຫາປັດຈຸບັນມີຈຳນວນສູງກວ່າ 2.5 ລ້ານຄົນ, ມີຜູ້ເສຍຊີວິດສະສົມກວ່າ 39,000 ຄົນ ແລະ ປິ່ນປົວຫາຍດີກວ່າ 2,420,000 ຄົນ. ຂະນະດຽວກັນປະຊາຊົນຫວຽດນາມເກືອບ 98% ຄິດໄລ່ຈາກປະຊາກອນ 98 ລ້ານຄົນແມ່ນໄດ້ສັກວັກຊີນຢ່າງໜ້ອຍ 2 ໂດສແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/