ອິນເດຍ ສະເໜີໃຫ້ປ່ຽນລະຫັດສະໜາມບິນແຫ່ງໜຶ່ງທີ່ມີຕົວຫຍໍ້ຈາກ GAY ໃຫ້ເປັນ YAG ດ້ວຍສາເຫດທີ່ຄຳວ່າ GAY ບໍ່ເໝາະສົມ


ເມືອງ GAYA ເປັນເມືອງໜຶ່ງທີ່ຕັ້ງຢູ່ທາງພາກເໜືອຂອງອິນເດຍ ແລະ ເປັນທີ່ຕັ້ງສະຖານທີ່ສຳຄັນທາງພຸດທະສາສະໜາຫຼາຍແຫ່ງ ເຊິ່ງເຊື່ອກັນວ່າເປັນບ່ອນທີ່ພຣະພຸດທະເຈົ້າຕັດສະຮູ້ເມື່ອ 2,500 ປີທີ່ແລ້ວ. ດັ່ງນັ້ນເມືອງ GAYA ຈຶ່ງຖຶວ່າເປັນພື້ນທີ່ສັກສິດທາງສາສະໜາພຸດແລະຮິນດູ ແລະ ໃນເມືອງນີ້ຍັງມີສະໜາມບິນທີ່ສຳຄັນແຫ່ງໜຶ່ງອີກດ້ວຍ.

ໂດຍສະໜາມບິນດັ່ງກ່າວມີຊື່ວ່າ GAYA Airport ແລະ ເລື່ອງລາວກໍເກີດຂຶ້ນທີ່ສະໜາມບິນແຫ່ງນີ້ ເມື່ອທາງຄະນະກຳມະການກິດຈະການສາທາລະນະປະຈຳລັດຖະສະພາ (Parliament’ s Committee on Public Undertakings) ໄດ້ສະເໜີໃຫ້ມີການປ່ຽນລະສະໜາມບິນໃນເມືອງ GAYA ຈາກລະຫັດ GAY ມາເປັນ YAG ເພາະເບິ່ງວ່າລະຫັດທີ່ໃຊ້ຢູ່ໃນປັດຈຸບັນແມ່ນບໍ່ເໝາະສົມ.

ການສະເໜີປ່ຽນລະຫັດດັ່ງກ່າວ ແມ່ນມີມາຕັ້ງແຕ່ເດືອນມັງກອນ 2022 ໂດຍຄະນະກຳມະການຂອງລັດຖະສະພາ, ດ້ວຍເຫດຜົນທີ່ວ່າ ຊາວບ້ານໃນພື້ນທີ່ຮູ້ສຶກອັບອາຍ ໃນຖານະທີ່ເມືອງ GAYA ເປັນເມືອງສັກສິດ ແລະ ຍັງເປັນຈຸດໝາຍຂອງຜູ້ຄົນທົ່ວໂລກໃນການເດີນທາງມາສັກກະລະບູຊາ ແຕ່ວ່າລະຫັດສະໜາມບິນແມ່ນ GAY ເຖິງວ່າໃນຄວາມເປັນຈິງແລ້ວ ມັນຈະເປັນການຫຍໍ້ຈາກຊື່ເມືອງກໍຕາມ.

ຈາກກໍລະນີການສະເໜີປ່ຽນລະຫັດສະໜາມບິນດັ່ງກ່າວເຮັດກຸ່ມເຄື່ອນໄຫວເພື່ອສິດທິ LGBTQ+ ໃນອິນເດຍອອກມາວິຈານທາງລັດຖະສະພາຢ່າງໜັກໜ່ວງ ໂດຍລະບຸວ່າການທີ່ພວກເຂົາຕ້ອງການປ່ຽນເອົາຄຳວ່າ GAY ອອກໄປ ເພາະຮູ້ສຶກວ່າ ເກຍ໌ ເປັນສິ່ງທີ່ໜ້າອັບອາຍ, ໜ້າລັງກຽດ ແລະບໍ່ເໝາະສົມ ສະທ້ອນໃຫ້ເຫັນທັດສະນະຄະຕິຂອງຜູ້ຄົນໃນປັດຈຸບັນທີ່ຍັງແນມເບິ່ງຄົນຫຼາກຫຼາຍທາງເພດວ່າເປັນຄົນບໍ່ດີຢູ່ ແລະ ຫາກມີການປ່ຽນລະຫັດສະໜາມບິນດ້ວຍເຫດຜົນນີ້ແທ້ ກໍຈະຍິ່ງເປັນການແບ່ງແຍກແລະສົ່ງເສີມໃຫ້ຜູ້ຄົນເກີດຄວາມຮູ້ສຶກລັງກຽດກຸ່ມເກຍ໌ ຫຼາຍຂຶ້ນຕື່ມອີກ.

ຢ່າງໃດກໍຕາມ ການສະເໜີປ່ຽນລະຫັດສະໜາມບິນນັ້ນບໍ່ເລື່ອງພາຍໃນປະເທດອິນເດຍພຽງຢ່າງດຽວ ແລະບໍ່ແມ່ນເລື່ອງທີ່ລັດຖະສະພາຈະເປັນຜູ້ຕັດສິນໃຈໄດ້ໂດຍລຳພັງ ເຊິ່ງໂອກາດໃນການປ່ຽນຈາກຄຳວ່າ GAY ມາເປັນ YAG ໃຫ້ຖືກຕ້ອງຕາມທີ່ສະເໜີມານັ້ນມີໜ້ອຍ. ຜ່ານການປະຊຸມເມື່ອວັນທີ 4 ກຸມພາທີ່ຜ່ານມາ ສະຫະພາບແຮງງານຂອງການບິນພົນລະເຮືອນ ລະບຸວ່າ ອົງການການບິນພົນລະເຮືອນລະຫວ່າງປະເທດ (IATA) ໄດ້ປະຕິເສດຄຳຮ້ອງຂໍຂອງອິນເດຍເປັນທີ່ຮຽບຮ້ອຍແລ້ວ ເຊິ່ງ IATA ກ່າວວ່າລະຫັດສະໜາມບິນນັ້ນເປັນສິ່ງທີ່ຖາວອນແລະບໍ່ສາມາດປ່ຽນແປງໄດ້ ຖ້າຫາກບໍ່ມີເຫດຜົນທີ່ຊັດເຈນດ້ານຄວາມປອດໄພ ແລະ ຄຳວ່າ GAY ທີ່ເປັນປະເດັນນັ້ນ ມັນກໍບໍ່ແມ່ນເຫດຜົນທາງດ້ານຄວາມປອດໄພ.

ປະເທດອິນເດຍ ໄດ້ຍົກເລີກກົດໝາຍທີ່ລະບຸວ່າ “ການຮັກຮ່ວມເພດເປັນອາຊະຍາກຳ” ມາຕັ້ງແຕ່ປີ 2018 ແລ້ວ ແຕ່ທັດສະນະຄະຕິທີ່ສ້າງຄວາມໜ້າອາຍຕໍ່ຄົນຫຼາກຫຼາຍທາງເພດກໍຍັງຝັງເລິກໃນສັງຄົມຂອງອິດເດຍຢູ່ ໃນຂະນະທີ່ກຸ່ມນັກເຄື່ອນໄຫວເພື່ອສິດທິຄົນຫຼາກຫຼາຍທາງເພດໃນອິນເດຍໄດ້ກ່າວວ່າ ການສະແດງເຈດຈຳນົງວ່າຈະປ່ຽນລະຫັດສະໜາມບິນ ແລະ ການສົ່ງຄຳຂໍໄປຫານານາຊາດເພື່ອປ່ຽນຄຳວ່າ GAY ຄວນຈະເອີ້ນວ່າເປັນເລື່ອງທີ່ໜ້າອາຍຂອງອິນເດຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/