ຢູໂຣບອະນຸມັດໃຫ້ວາງຂາຍ ແລະ ນຳໃຊ້ ຫົວໃຈທຽມ ທີ່ຈະຊ່ວຍໃຫ້ມະນຸດມີອາຍຸໄຂສູງຂຶ້ນໄປອີກ


ສະຫະພາບຢູໂຣບ ໄດ້ມີການອະນຸມັດໃຫ້ຫົວໃຈທຽມ ຫຼື ຫົວໃຈທີ່ສ້າງຈາກກົນຈັກທັງໝົດ (TAH) ສາມາດນຳມາຂາຍໃນຕະຫຼາດໄດ້ຮຽບຮ້ອຍ ເພື່ອທີ່ຈະໄດ້ຊ່ວຍແກ້ໄຂບັນຫາການຂາດຜູ້ບໍລິຈາກການປູກຖ່າຍອະໄວຍະວະເຊັ່ນ ຫົວໃຈ ໃຫ້ແກ່ຜູ້ປ່ວຍທີ່ກຳລັງລໍຖ້າຢູ່. ການອະນຸມັດດັ່ງກ່າວຈະໃຫ້ໂຮງງານຜູ້ຜະລິດຢ່າງ CARMAT ໄດ້ສະໜອງຫົວໃຈທຽມແກ່ບັນດາໂຮງໝໍໃນຢູໂຣບ.

ເຄື່ອງຫົວໃຈທຽມນີ້ ປະກອບມີ ລິ້ນຫົວໃຈອົງຄະທາດ 4 ອັນ, ຫົວໃຈລຸ່ມ 2 ອັນ, ແລະ ຕົວປ້ຳຂະໜາດນ້ອຍ 2 ອັນ ທີ່ຈະຊ່ວຍກະຕຸ້ນເລືອດໄປທົ່ວຮ່າງກາຍ ໂດຍມັນຈະໄດ້ເຮັດໜ້າທີ່ທົດແທນຫົວໃຈແທ້ຢ່າງຖາວອນ. ມັນຈະມີປຸ່ມຄວບຄຸມຕ່າງໆຕິດຕັ້ງຢູ່ພາຍນອກ ທີ່ເຈົ້າໜ້າທີ່ສາມາດຕິດຕັ້ງໄວ້ໄດ້ ພ້ອມຝັງສາຍໄຟ, ຕົວເຊນເຊີກວດຈັບ ແລະ ຕົວປະມວນຜົນຂະໜາດນ້ອຍ ທີ່ສາມາດເຮັດວຽກໄດ້ດ້ວຍຕົນເອງ ພ້ອມມີແບັດເຕີຣີ 4 ຊົ່ວໂມງ. ຜູ້ທີ່ໄດ້ຮັບການປູກຖ່າຍແລ້ວກໍສາມາດກັບໄປໃຊ້ຊີວິດໄດ້ເກືອບປົກກະຕິ.

ເຄື່ອງມືດັ່ງກ່າວ ຈະຖືກນຳມາໃຊ້ເປັນຕົວຕໍ່ລະຫວ່າງຜູ້ປ່ວຍ ແລະ ຫົວໃຈຂອງພວກເຂົາທີ່ຢູ່ໃນສະພາວະລົ້ມເຫຼວໄລຍະສຸດທ້າຍ ເຊິ່ງກຳລັງລໍຖ້າການປູກຖ່າຍໃໝ່.  ແຕ່ໄລຍະເວລາລໍຖ້ານັ້ນມີຈຳກັດ ນອກຈາກນີ້ຍັງຕ້ອງເບິ່ງວ່າຈະພົບຜູ້ບໍລິຈາກທີ່ມີຫົວໃຈທີ່ເໝາະສົມໃນການປູກຖ່າຍຫຼືບໍ່ ບວກກັບຈຳນວນຜູ້ປ່ວຍທີ່ເປັນໂຣກຫົວໃຈລົ້ມເຫຼວມີສູງເຖິງ 26 ລ້ານຄົນທົ່ວໂລກ. ເຖິງແມ່ນວ່າຈະມີຜູ້ບໍລິຈາກອະໄວຍະວະ ແຕ່ການເຂົ້າເຖິງການປູກຖ່າຍກໍຍັງມີຈຳກັດ, ບໍ່ວ່າຈະເປັນບຸກຄະລາຄອນທີ່ຊຳນານໃນໜ້າວຽກດັ່ງກ່າວ ຫຼື ການເຂົ້າເຖິງອຸປະກອນການຜ່າຕັດ ເຊິ່ງມັນໄດ້ລົດຈຳນວນລົງເຫຼືອການຜ່າຕັດປູກຖ່າຍພຽງ 5,400 ຄັ້ງຕໍ່ປີທົ່ວໂລກເທົ່ານັ້ນ.

ທາງນັກວິທະຍາສາດໄດ້ມີການທົດລອງຫົວໃຈທຽມມາຫຼາຍປີ, ການປູກຖ່າຍຄັ້ງທຳອິດແມ່ນເກີດຂຶ້ນໃນເດືອນພຶດສະພາປີ 2020, ເຊິ່ງເປັນການທົດລອງໄລຍະສາມ ທີ່ຍັງຕ້ອງການອາສາສະໝັກມາຢືນຢັນຄວາມປອດໄພ ແລະ ປະສິດທິຜົນຂອງເຄື່ອງຈັກນີ້. ການທົດລອງດັ່ງກ່າວໄດ້ມີແຜນຈະສິ້ນສຸດລົງໃນທ້າຍປີ 2021, ເຊິ່ງການສຶກສາກ່ອນໜ້າ ໄດ້ສະແດງໃຫ້ເຫັນວ່າຫົວໃຈທຽມມີຄວາມປອດໄພ, ພ້ອມທັງສົ່ງຜົນຂ້າງຄຽງທາງດ້ານສຸຂະພາບຕໍ່ຜູ້ປ່ວຍໜ້ອຍຫຼາຍ.

ຫົວໃຈລົ້ມເຫຼວແມ່ນໂຣກຊຳເຮື້ອທີ່ຄ່ອຍໆພັດທະນາຂຶ້ນ ບໍ່ແມ່ນພຽງອາຍຸທີ່ແກ່ຂຶ້ນ ແຕ່ວ່າທຸກຄົນສາມາດເປັນກັນໄດ້. ສ່ວນໃຫຍ່ຜູ້ທີ່ຈະເປັນໂຣກຫົວໃຈລົ້ມເຫຼວ ແມ່ນຈະມີປະຫວັດການມີໂຣກກ່ຽວຂ້ອງກັບຫົວໃຈມາກ່ອນເຊັ່ນ ໂຣກຫຼອດເລືອດຫົວໃຈ (CAD), ຄວາມດັນສູງ ແລະ ເຄີຍມີອາການຫົວໃຈວາຍ. ຖ້າໄດ້ຮັບການປິ່ນປົວຕັ້ງແຕ່ເບື້ອງຕົ້ນ ກໍຈະຊ່ວຍບໍ່ໃຫ້ສ່ຽງມາຮອດຫົວໃຈລົ້ມເຫຼວໄດ້. ໂດຍສະເພາະການຮັກສາສຸຂະພາບໄປຈົນຮອດພຶດຕິກຳການກິນແລະການໃຊ້ຊີີວິດ.

ດ້ວຍເຫດນັ້ນເອງ ການໄດ້ເຂົ້າເຖິງຫົວໃຈທຽມຈຶ່ງສຳຄັນຫຼາຍ ມັນຈະຊ່ວຍຈັດການການຂາດເຂີນຈຳນວນຫົວໃຈໃນການຊ່ວຍເຫຼືອຜູ້ປ່ວຍໄດ້ຫຼາຍ ພ້ອມທັງຍັງໄດ້ຊ່ວຍໃຫ້ພວກເຂົາມີອາຍຸຍືນຍາວຂຶ້ນຈາກໂຣກຫົວໃຈລົ້ມເຫຼວ ແລະ ຍັງພັດທະນາຄຸນະພາບຊີວິດພວກເຂົາໃຫ້ດີຂຶ້ນໄປນຳ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/