ພັດທະນາໄປອີກຂັ້ນ! ເມືອງຈຳພອນ ມີ 21 ບ້ານໄດ້ປະກາດໃໝ່ໆສົດໆ ເປັນບ້ານຍຸຕິການຖ່າຍຊະຊາຍ


ວັນທີ 30 ທັນວາ 2021 ທີ່ຜ່ານມານີ້, ຢູ່ທີ່ສະໂມສອນ ຫ້ອງວ່າການປົກຄອງເມືອງຈຳພອນ ໄດ້ຈັດໃຫ້ມີພິທີປະກາດຮັບຮອງບ້ານຍຸຕິການຖ່າຍຊະຊາຍຈຳນວນ 21 ບ້ານຂອງ ເມືອງຈຳພອນ ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ດຣ ຜາລີ ສີບຸນຍາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ພົງ ຄຳຮັກ ບຸດທະວົງ ຫົວໝ້າພະແນກການຕ່າງປະເທດ, ພ້ອມດ້ວຍຄະນະປະຈຳພັກເມືອງ, ກຳມະການ ພັກເມືອງ, ຫົວໜ້າ-ຮອງຫົວໜ້າ ຫ້ອງການຕະຫຼອດຮອດເລຂາ ພັກບ້ານ-ນາຍບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.

ຈາກນັ້ນ, ທ່ານ ດຣ ພອນ ສະຫວັນ ອິນສີຊຽງໃໝ່ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດເປີດກອງປະຊຸມ ແລະ ທ່ານ ນາງ ພູທອງ ແກ້ວໄຊຍະພອນ ຄະນະ ປະຈຳພັກເມືອງ ຮອງເຈົ້າເມືອງຈຳພອນກໍໄດ້ຂຶ້ນມີຄຳຄິດເຫັນ ແລະກ່າວຕ້ອນຮັບແຂກແລ້ວ ກ່າວເປີດກອງປະຊຸມ, ທ່ານນາງ ສູນທອນ ອ້ວນປັນຍາ ນາຍບ້ານ ບ້ານນາເຕີຍ ຕາງໜ້າ 21 ບ້ານ ຂຶ້ນຜ່ານບົດລາຍງານການສ້າງ ບ້ານຍຸຕິການຖ່າຍຊະຊາຍຂອງເມືອງຈຳພອນເຊິ່ງທ່ານໃຫ້ຮູ້ວ່າ: ເມືອງຈຳພອນປະກອບມີ 100 ບ້ານ, 20,351 ຫຼັງຄາເຮືອນ, 21,542 ຄອບຄົວ, ມີພົນລະເມືອງ ທັງໝົດ 119,248 ຄົນ, ຍິງ 60,364 ຄົນ, ເມືອງຈຳພອນມີຈຸດສຸມພັດທະນາຂອງເມືອງ 01 ແຫ່ງ ແລະຈຸດສຸມສ້າງຕົວເມືອງນ້ອຍ ໃນຊົນນະບົດ 05 ແຫ່ງ, ມີອັດຕາການໃຊ້ນ້ຳສະອາດທົ່ວເມືອງ ໄດ້ 98%, ໃນນັ້ນມີ 62 ບ້ານທີ່ໄດ້ຊົມໃຊ້ວິດຖ່າຍໄດ້ 100%, ມີ 41 ບ້ານທີ່ໄດ້ປະກາດຮັບຮອງ ເປັນບ້ານຍຸຕິການຖ່າຍຊະຊາຍ ແລ້ວໃນເດືອນ ເມສາ 2021 ແລະ 21 ບ້ານທີ່ຮັບຮອງເປັນບ້ານຍຸຕິ ການຖ່າຍຊະຊາຍໃນປະຈຸບັນ. ຈາກນັ້ນ, ທ່ານ ນາງ ແວວຕາ ອິນສົມບັດ ກຳມະການພັກເມືອງ ຫົວໜ້າຫ້ອງການພາຍໃນ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການຮັບຮອງເອົາ 21 ບ້ານເປັນບ້ານຍຸຕິການຖ່າຍຊະຊາຍ ແລະຜ່ານຂໍ້ຕົງລົງຍ້ອງຍໍສັນລະເສີນໃຫ້ບຸກຄົນດີເດັ່ນ ໃຫ້ກຽດມອບຮັບໂດຍ ທ່ານ ນາງ ພູທອງ ແກ້ວໄຊຍະພອນ ຄະນະປະຈຳພັກ ເມືອງ ຮອງເຈົ້າເມືອງຈຳພອນ.

ຂອບໃຈຂໍ້ມູນຈາກ: https://bit.ly/3zv1okv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/