ເພງ Shape of You ຂອງ Ed Sheeran ເປັນເພງທຳອິດທີ່ມີຄົນຟັງເຖິງ 3 ພັນລ້ານຄັ້ງ ໃນແອັບ Spotify


Ed Sheeran ເປັນໜຶ່ງໃນນັກຮ້ອງທີ່ມີຊື່ສຽງລະດັບໂລກ ມີຜົນງານເພງໂດ່ງດັງຫຼາຍໆເພງທີ່ຕິດຫູ, ເພງ Shape of You ເປັນເພງທີ່ສ້າງສະຖິຕິໄວ້ຫຼວງຫຼາຍ ເຊິ່ງປ່ອຍໃນປີ 2017 ກໍໄດ້ຮັບຄວາມນິຍົມສູງ. ປັດຈຸບັນເພງນີ້ກໍມີຍອດສະຕຣີມຮອດ 3 ພັນລ້ານຄັ້ງ ໃນແອັບ Spotify ເປັນທີ່ຮຽບຮ້ອຍແລ້ວ ແລະ ຍັງເປັນເພງທຳອິດທີ່ມີຄົນກົດຟັງຫຼາຍທີ່ສຸດ.

Ed Sheeran ໄດ້ຮັບຮູ້ວ່າເພງ Shape of You ມີຍອດສະຕຣີມໃນ Spotify ເຖິງ 3 ພັນລ້ານຄັ້ງ ກໍຮູ້ສຶກດີໃຈ ພ້ອມກັບຂອບໃຈແຟນໆ ແລະ Spotify ທີ່ໃຫ້ການສະໜັບສະໜູນຕະຫຼອດຫຼາຍປີທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ: https://bit.ly/3mZqnY9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/