ພົບເດັກເກີດໃໝ່ຖືກຖິ້ມໃນຖັງຂີ້ເຫຍື້ອຫ້ອງນ້ຳຂອງເຮືອບິນ


ພະນັກງານສະໜາມບິນ ທີ່ປະເທດ Mauritius, ທະວີບອາຟຣິກາ ໄດ້ພົບເດັກເກີດໃໝ່ທີ່ຖືກຖິ້ມລົງໃນຖັງຂີ້ເຫຍື້ອຫ້ອງນ້ຳ ຂອງເຮືອບິນ. ສາຍການບິນດັ່ງກ່າວໄດ້ບິນອອກມາຈາກປະເທດ ມາດາກາສກາ ແລ້ວລົງຈອດທີ່ສະໜາມບິນນານາຊາດ Sir Seewoosagur Ramgoolam ເມື່ອວັນທີ 1 ມັງກອນ.

ຫຼັງຈາກການລົງຈອດແລ້ວ, ທາງພະນັກງານຂອງສະໜາມບິນໄດ້ມີການຂຶ້ນໄປສຳຫຼວດເຮືອບິນດັ່ງກ່າວຕາມປົກກະຕິ ຈົນພວກເຂົາໄດ້ພົບເຫັນເດັກນ້ອຍເກີດໃໝ່ ຈຶ່ງໄດ້ຮີບພາໄປສົ່ງທີ່ໂຮງໝໍທັນທີ. ທາງເຈົ້າໜ້າທີ່ຈຶ່ງໄດ້ເຂົ້າຈັບກຸມຜູ້ຕ້ອງຫາ ເຊິ່ງເປັນແມ່ທີ່ໃຫ້ກຳເນີດແລ້ວຖິ້ມລູກໄປ. ແມ່ຍິງດັ່ງກ່າວແມ່ນຊາວມາດາກາສກາ ອາຍຸ 20 ປີ, ທາງຕຳຫຼວດໄດ້ສັນນິຖານວ່າລາວໄດ້ມີການໃຫ້ກຳເນີດລູກໃນຂະນະທີ່ເຮືອບິນກຳລັງເດີນທາງຢູ່. ນອກຈາກນີ້ລາວຍັງໄດ້ມີການປະຕິເສດວ່າເດັກນ້ອຍຜູ້ນີ້ບໍ່ແມ່ນລູກຂອງຕົນເອງ.

ແຕ່ຫຼັງຈາກການນຳຍິງຄົນນັ້ນໄປກວດສອບກໍໄດ້ຢືນຢັນແລ້ວວ່າລາວນັ້ນເປັນແມ່ຂອງເດັກ ພ້ອມທັງໄດ້ຮູ້ວ່າເດັກນ້ອຍແມ່ນເພດຊາຍ ແລະ ສຸຂະພາບຂອງທັງສອງນັ້ນແຂງແຮງດີ.​ ສ່ວນຜູ້ເປັນແມ່ຍັງຕ້ອງໄດ້ເຝົ້າຕິດຕາມອາການໃນໂຮງໝໍ ເຊິ່ງຈະມີເຈົ້າໜ້າທີ່ຈັບຕາເບິ່ງຈົນກວ່າຈະໄດ້ຮັບອະນຸຍາດ.

ເຈົ້າໜ້າທີ່ໄດ້ລາຍງານວ່າ ແມ່ຍິງຈາກມາດາກາສກາມາທີ່ Mauritius ເພື່ອເຮັດວຽກ ໂດຍທີ່ຕົນໄດ້ມີໃບອະນຸຍາດການເຮັດວຽກເປັນເວລາ 2 ປີ. ແຕ່ກໍຍັງຕ້ອງໄດ້ກຽມການສືບສວນສອບສວນຕໍ່ໄປ ຫຼັງຈາກອອກໂຮງໝໍ ໃນຂໍ້ຫາຖິ້ມເດັກເກີດໃໝ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/