Alexa ໄດ້ບອກໃຫ້ເດັກຍິງອາຍຸ 10 ເອົາຫຼຽນໃສ່ປັກສຽບ


ທຸກມື້ນີ້ນະວັດຕະກຳຂອງເທັກໂນໂລຢີຕ່າງໆ ແມ່ນມີຂໍ້ດີຄືເຮັດໃຫ້ການໃຊ້ຊີວິດຂອງມະນຸດເຮົາສະດວກສະບາຍຂຶ້ນກວ່າເກົ່າ ແຕ່ເຖິງຢ່າງນັ້ນໃນຂໍ້ດີກໍລ້ວນມີຂໍ້ຜິດພາດຢູ່ສະເໝີ ເພາະຫຼ້າສຸດ Alexa ໜຶ່ງໃນ A.I ທີ່ຫຼາຍຄົນທົ່ວໂລກຮູ້ຈັກດີ ໄດ້ແນະນຳໃຫ້ເດັກຍິງອາຍຸ 10 ປີຄົນໜຶ່ງໃນສະຫະລັດເອົາຫຼຽນໃສ່ປັກສຽບ ຫຼັງຈາກເດັກຍິງຖາມ Alexa ໃຫ້ຫາສິ່ງທ້າທາຍໃຫ້ເຮັດໃນຕອນທີ່ກຳລັງອອກກຳລັງກາຍ.

ເລື່ອງລາວນີ້ເກີດຂຶ້ນທີ່ສະຫະລັດອາເມຣິກາໂດຍ Kristin Livdahl ແມ່ຂອງເດັກຍິງ 10 ປີຄົນນີ້ໄດ້ເລົ່າເຖິງເຫດການນີ້ວ່າ ຂະນະທີ່ລູກສາວຂອງຕົນ ກຳລັງອອກກຳລັງກາຍແບບຢືດຮ່າງກາຍຜ່ານ Youtube ໂດຍລູກສາວຂອງ Kristin ໄດ້ເລືອກ feature “Challenge to do” (ລອງເຮັດໃນສິ່ງທີ່ທ້າທາຍ) ແລະ ຫັນໄປຖາມ Alexa ໃຫ້ແນະນຳໃນສິ່ງທີ່ທ້າທາຍ (ໃນແບບຂອງການອອກຳລັງກາຍ).

ເຊິ່ງຄຳຕອບທີ່ໄດ້ຈາກ Alexa ບໍ່ແມ່ນການແນະນຳຄວາມທ້າທາຍໃນການອອກກຳລັງກາຍແຕ່ຢ່າງໃດ ແຕ່ແນະນຳວ່າ:

“ໃຫ້ລອງເອົາຫົວສາກໂທລະສັບໃສ່ຮູປັກສຽບພຽງເຄິ່ງດຽວ ແລ້ວຫຼຽນເອົາໄປໃສ່ທີ່ຂາປັກທີ່ເຫຼືອເບິ່ງ”.

ຫຼັງຈາກທີ່ Kristin ໄດ້ຍິນຄຳສັ່ງນັ້ນກໍໄດ້ຮ້ອງໃສ່ Alexa ວ່າ ຢ່າ Alexa ຢ່າ ແລະ ໂຊກດີທີ່ Kristin ກໍໄດ້ຢູ່ກັບລູກສາວໃນຕອນທີ່ລູກໄດ້ຮັບຄຳທ້າຈາກ Alexa  ຈຶ່ງບໍ່ມີຫຍັງເກີດຂຶ້ນ.

ນອກນີ້ Alexa ຍັງບອກອີກວ່າມັນເອົາ Challenge ນີ້ມາຈາກເວັບໄຊແຫ່ງໜຶ່ງ ຂະນະທີ່ BBC ໄດ້ລາຍງານວ່າມັນເປັນ Challenge ໜຶ່ງທີ່ເປັນອັນຕະລາຍ ແລະເຄີຍເປັນກະແສຈາກ  Toktok ໂດຍມີຊື່ວ່າ “the penny challenge” ເມື່ອປີກ່ອນໆ.

ທາງດ້ານ Amazon ໃນຖານະບໍລິສັດຜູ້ຮັບຜິດຊອບ Alexa ໂດຍກົງແມ່ນໄດ້ຮັບຮູ້ເຖິງເລື່ອງນີ້ແລ້ວ ແລະໄດ້ບອກວ່າ ໄດ້ປັບປຸງລະບົບພ້ອມຄັດເອົາຂໍ້ແນະນຳສຸດອັນຕະລາຍນີ້ອອກໄປຈາກລະບົບແລ້ວ ພ້ອມກັບຢັ້ງຢືນວ່າ ທັນທີທີ່ຮູ້ເລື່ອງນີ້ ທາງວິສະວະກອນກໍຮີບແກ້ໃນສິ່ງທີ່ຜິດພາດນີ້ຢ່າງໄວວາ.

ຂອບໃຈຂໍ້ມູນຈາກ: https://cutt.ly/rUWoKT4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/