ເກົາຫຼີໃຕ້ພົບຜູ້ເສຍຊີວິດທຳອິດຈາກໂຄວິດສາຍພັນ Omicron ໃນປະເທດ


ເມື່ອວັນທີ 3 ມັງກອນ ທີ່ໂຊລ, ປະເທດເກົາຫຼີໃຕ້ ໄດ້ມີລາຍງານຜູ້ເສຍຊີວິດຈາກເຊື້ອໂຄວິດສາຍພັນໃໝ່ຢ່າງສາຍພັນໂອໄມຄຣອນ 2 ຄົນ. ນັບວ່າເປັນກໍລະນີ 2 ຄົນທຳອິດທີ່ເສຍຊີວິດຈາກສາຍພັນດັ່ງກ່າວພາຍໃນປະເທດ.

ສຳລັບກໍລະນີຜູ້ເສຍຊີວິດນັ້ນ, ທາງເຈົ້າໜ້າທີ່ກຳລັງກວດສອບເຖິງສາເຫດການເສຍຊີວິດຂອງທັງສອງຄົນຢ່າງລະອຽດ ເຊິ່ງວ່າຜູ້ປ່ວຍຕ່າງກໍເປັນຜູ້ມີອາຍຸສູງເຖິງ 90 ປີ ແລະ ເຂົ້າຮັບການປິ່ນປົວທີ່ໂຮງໝໍກວາງຈູ. ຈຳນວນຜູ້ຕິດເຊື້ອໂອໄມຄຣອນໃນປະເທດນັ້ນ ລວມມີ 1,318 ຄົນ, ນຳເຂົ້າ 703 ແລະ ພາຍໃນ 615 ເປັນການຕິດຕໍ່ຢ່າງໄວວາ ເຊິ່ງຕົວເລກຕິດເຊື້ອພາຍໃນນັ້ນເພີ່ມຂຶ້ນເຖິງ 111 ຄົນພາຍໃນມື້ດຽວ.  

ປະເທດເກົາຫຼີໃຕ້ນັບວ່າມີການໃຫ້ບໍລິການວັກຊີນຄົບໂດສແກ່ປະຊາຊົນສູງເຖິງ 86.2% ນັບວ່າເປັນຈຳນວນ 44 ລ້ານຄົນຂອງຈຳນວນປະຊາກອນທັງໝົດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/