ຊາຍອຳມະພາດ ອາຍຸ 62 ປີ ທະວີດຂໍ້ຄວາມດ້ວຍ “ຄວາມຄິດ” ໄດ້ເປັນຄັ້ງທຳອິດຂອງໂລກ ໂດຍຜ່ານການຕິດຕັ້ງຊິບໃນສະໝອງ


ທຸກມື້ນີ້ຄວາມກ້າວໜ້າຂອງເທັກໂນໂລຢີ ແລະ ນະວັດຕະກຳຕ່າງໆຖືວ່າເປັນເລື່ອງທີ່ດີ ເພາະວ່າມັນໄດ້ເພີ່ມປະສິດທິພາບແລະຂໍ້ຈຳກັດຂອງມະນຸດເຮົາໃນດ້ານຕ່າງໆ ເຊິ່ງກໍລວມໄປເຖິງການຊ່ວຍເຫຼືອຜູ້ພິການທີ່ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ ເພາະເມື່ອບໍ່ດົນມານີ້ ໄດ້ມີຜູ້ປ່ວຍທີ່ເປັນອຳມະພາດ ແຕ່ສາມາດພິມຂໍ້ຄວາມລົງ twitter  ໄດ້ ໂດຍໃຊ້ເທັກໂນໂລຢີທີ່ປູກຖ່າຍຊິບລົງໄປໃນສະໝອງ.

Philip O’Keefe ຊາຍຊາວ ອອສເຕເລຍ ອາຍຸ 62 ປີ ເປັນຜູ້ປ່ວຍອຳມະພາດ ແລະ ເປັນໂຣກກ້າມຊີ້ນອ່ອນແຮງ (ALS) ເຊິ່ງໄດ້ກາຍເປັນມະນຸດຄົນທຳອິດຂອງໂລກທີ່ສາມາດໂພສຂໍ້ຄວາມລົງໂຊຊຽວມີເດຍໄດ້ໂດຍໃຊ້ເທັກໂນໂລຢີທີ່ປູກຖ່າຍຊິບລົງໄປໃນສະໝອງ ຫຼື Brain-computer interfaces (BCI).

ຂໍ້ຄວາມທຳອິດທີ່ Philip O’Keefe ໄດ້ສັ່ງການອອກມາຈາກສະໝອງນັ້ນ ມີເນື້ອໃນວ່າ

“ບໍ່ຈໍາເປັນຕ້ອງໃຊ້ແປ້ນພິມຫຼືສຽງ ຂ້ອຍສ້າງທະວິດນີ້ຂຶ້ນມາໄດ້ດ້ວຍຄວາມຄິດເທົ່ານັ້ນ”

ໂດຍຂໍ້ຄວາມທີ່ Philip O’Keefe ທະວີດອອກໄປນັ້ນ ແມ່ນຖືກນຳມາລົງໃນບັນຊີ twitter ຂອງ Thomas Oxley ຜູ້ທີ່ເປັນ CEO ຂອງບໍລິສັດ Synchron ເຊິ່ງເປັນຜູ້ພັດທະນາເທັກໂນໂລຢີເຊື່ອມລະບົບສະໝອງເຂົ້າກັບຄອມພິວເຕີ້ ເຊິ່ງເປັນທີ່ມາຂອງຄວາມສຳເລັດໃນຄັ້ງນີ້.

Synchron ເອີ້ນຊິບນີ້ວ່າ Stentrode ສໍາລັບວິທີຕິດຕັ້ງຊິບນີ້ ຖ້າຈະອະທິບາຍແບບງ່າຍໆກໍຄື ບໍ່ແມ່ນການຜ່າຕັດແບບເປີດກະໂຫຼກເພື່ອປູກຖ່າຍຊິບ ແຕ່ເປັນການນຳຊິບສົ່ງຜ່ານບໍລິເວນຫຼອດເລືອດດຳທີ່ຄໍ (jugular vein) ແລະ ມີສາຍ ເຊື່ອມກັບອຸປະກອນພາຍນອກ.

Synchron ກ່າວວ່າ ເທັກໂນໂລຢີນີ້ ມີເປົ້າໝາຍເພື່ອຊ່ວຍເຫຼືອຜູ້ທີ່ເປັນອໍາມະພາດ ໃຫ້ສາມາດໃຊ້ງານອຸປະກອນຕ່າງໆໄດ້ຜ່ານຄວາມຄິດ ຂະນະທີ່ Philip O’Keefe ກໍໄດ້ເປີດເຜີຍຜ່ານຖະແຫຼງການວ່າ ເຂົາຫວັງວ່າຄວາມສຳເລັດໃນຄັ້ງນີ້ຈະເປັນຈຸດເລີ່ມຕົ້ນໃຫ້ຫຼາຍໆຄົນສາມາດສົ່ງຂໍ້ຄວາມຜ່ານຄວາມຄິດຕົວເອງໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/