ລາວ ສະເໜີໃຫ້ໄທ ລົດຄ່າໃຊ້ຈ່າຍ ທີ່ຈະກັບຄືນໄປເຮັດວຽກຢູ່ໄທ


ລັດຖະບານລາວສະເໜີໃຫ້ລັດຖະບານໄທພິຈາລະນາຄືນ ກ່ຽວກັບການອະນຸຍາດຈ້າງແຮງງານລາວ  ເພື່ອໃຫ້ສາມາດກັບຄືນໄປເຮັດວຽກຢູ່ປະເທດໄທອີກ ພ້ອມທັງຊ່ວຍຫຼຸດຜ່ອນຂັ້ນຕອນ ແລະ ຄ່າໃຊ້ຈ່າຍຕ່າງໆຂອງຜູ້ອອກແຮງງານລາວ ເປັນຕົ້ນການລົດຄ່າທຳນຽມວີຊ້າຈາກ 2,000 ບາດຕໍ່ຄົນ ຕໍ່ 2ປີ ໃຫ້ເຫຼືອ 500 ບາດຕໍ່ຄົນ ຕໍ່ 2ປີ ຕາມທີ່ເຄີຍປະຕິບັດກ່ອນການລະບາດໂຄວິດ-19 ແລະ ອະນຸຍາດໃຫ້ຜູ້ອອກແຮງງານທີ່ກວດບໍ່ພົບພະຍາດໂຄວິດ-19 ເຂົ້າເຮັດວຽກນຳຜູ້ໃຊ້ແຮງງານໄດ້ເລີຍ ໂດຍບໍ່ຈຳເປັນຕ້ອງກັກຕົວອີກ. ເນື່ອງຈາກວ່າ ກ່ອນຈະມີການຈັດສົ່ງຜູ້ອອກແຮງງານທຸກຄົນ ແມ່ນໄດ້ຮັບວັກຊີນຄົບໂດສຕາມລະບຽບການ ແລະ ມີໜັງສືຢັ້ງຢືນກວດກາພະຍາດແລ້ວ.

ໃນການປະຊຸມພົບປະ 2 ຝ່າຍ ລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ແລະ ໄທ ທີ່ຜ່ານມາຜ່ານລະບົບທາງໄກ ເພື່ອປຶກສາຫາລືການກະກຽມນຳເຂົ້າ-ອອກ ແຮງງານລາວໄປເຮັດວຽກຢູ່ໄທ ແລະ ເພື່ອເປັນການທົບທວນຄືນຕາມເງື່ອນໄຂ ໃນການເຊັນບົດບັນທຶກຄວາມເຂົ້າໃຈ MOU ໄລຍະຜ່ານມາ ແລະ ເພື່ອເປັນການປັບປຸງຂໍ້ຕົກລົງວ່າດ້ວຍການຈ້າງແຮງງານລາວ-ໄທ ລະຫວ່າງລັດຖະບານລາວແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລາຊະອານາຈັກໄທ ໂດຍອີງຕາມບົດບັນທຶກ ຂອງກອງປະຊຸມວິຊາການລາວ-ໄທ ຄັ້ງວັນທີ 4-6 ມິຖຸນາ 2019 ຜ່ານມາ ແນໃສ່ໃຫ້ສອດຄ່ອງກັບສະຖານະການທີ່ເປັນຢູ່ປັດຈຸບັນ ໃນສະພາບທີ່ຍັງມີການລະບາດຂອງພະຍາດໂຄວິດ-19.

ສຳລັບການອະນຸຍາດໃຫ້ມີການຈ້າງງານ ໃນໄລຍະສັ້ນຕ່ຳກວ່າ 2 ປີ ສະເໜີໃຫ້ພິຈາລະນາໄປກ່ອນ ໂດຍບໍ່ມີກຳນົດເຂົ້າໃນການປັບປຸງຂໍ້ຕົກລົງໃນຄັ້ງນີ້ ເນື່ອງຈາກວ່າການອະນຸຍາດຈ້າງງານໃນໄລຍະສັ້ນອາດຈະສົ່ງຜົນຕໍ່ການຈັດສົ່ງໃນລະບົບ ເພາະຜູ້ອອກແຮງງານຈະຫັນໄປລະບົບດັ່ງກ່າວຫຼາຍຂຶ້ນ ເຊິ່ງຈະສ້າງຄວາມຫຍຸ້ງຍາກໃຫ້ປະເທດໃນການສົ່ງຕິດຕາມຂອງແຮງງານ.

ຂອບໃຈຂໍ້ມູນຈາກ: https://bit.ly/3pScRrp

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/