ບໍລິສັດ Uchiha ພ້ອມດ້ວຍໂລໂກ້ປະຈໍາຕະກຸນ ຈາກເລື່ອງ Naruto ຖືກຈົດທະບຽນໃນປະເທດຍີ່ປຸ່ນ


Uchiha (ອຸຈິວະ) ແມ່ນນາມສະກຸນຂອງຕົວລະຄອນຮອງຈາກພະເອກ ໃນອະນິເມະເລື່ອງ Naruto ທີ່ມີຊື່ເຕັມວ່າ Uchiha Sasuke ເຊິ່ງນາມສະກຸນນີ້ ເປັນໜຶ່ງໃນນາມສະກຸນນິນຈາ ທີ່ສໍາຄັນໃນເລື່ອງ, ແຕ່ບໍ່ພໍເທົ່າໃດມື້ຜ່ານມານີ້ ໄດ້ມີບໍລິສັດຫຸ້ນສ່ວນຈໍາກັດໜຶ່ງ ໄດ້ເອົານາມສະກຸນນີ້ ໄປຈົດທະບຽນໃນເວບໄຊ ແຖມໃຊ້ໂລໂກ້ ຮູບວີຍີ່ປຸ່ນສີແດງ-ຂາວ ທີ່ເປັນສັນຍະລັກແບບດຽວກັນກັບໃນອະນິເມະ ແຕ່ຍັງບໍ່ຮູ້ວ່າມີຄວາມກ່ຽວຂ້ອງແບບໃດກັບຕົວລະຄອນ.

Sasuke Uchiha - Sasuke Uchiha is with Febryhandika. | Facebook

ບໍລິສັດ Uchiha ນີ້ ເປັນບໍລິສັດທີ່ເຮັດທຸລະກິດຂາຍຍ່ອຍ ທີ່ຜະລິດສິນຄ້າກ່ຽວກັບເສື້ອຜ້າເຄື່ອງນຸ່ງຫົ່ມ, ອາຫານ, ເຄື່ອງດື່ມ ແລະ ເຄື່ອງໃຊ້ອື່ນໆ ໃນຊີວິດປະຈໍາວັນ, ເຊິ່ງຫຼັງຈາກທີ່ຂ່າວນີ້ໂພສໃນ Twitter ກໍມີປະຊາຊົນ ແລະ ຜູ້ທີ່ຮູ້ຈັກອະນິເມະເລື່ອງນີ້ເຂົ້າມາໃຫ້ຄໍາເຫັນຕ່າງໆນານາ ແລະ ເປັນໄປໃນທາງສົງໄສ ວ່າເປັນຫຍັງຈຶ່ງເອົານາມສະກຸນຕົວລະຄອນມາຕັ້ງເປັນຊື່. ແຕ່ແນວໃດກໍຕາມ ບໍລິສັດຫາກໍຕັ້ງຊື່ ຍັງຕ້ອງໄດ້ຕິດຕາມຕໍ່ໄປວ່າ ການໃຊ້ຊື່ແບບນີ້ ຈະມີຜົນນໍາມາເຖິງເລື່ອງລິຂະສິດຫຼືບໍ່, ຫຼືເປັນການຕະຫຼາດທີ່ຈະສົ່ງເສີມໃຫ້ສິນຄ້າໄດ້ຂາຍດີຂຶ້ນຕື່ມ.

ທີ່ມາ: https://bit.ly/3qOF3KH

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/