ຢາກກ້າວໄປຂ້າງໜ້າ ຢ່າຈົບອະນາຄົດດ້ວຍ Ego ທີ່ສູງ ຂອງຕົນເອງ


ເມື່ອກ່າວເຖິງຄຳວ່າ Ego ເຮົາອາດຄຸ້ນເຄີຍກັບພາບຂອງຄົນທີ່ມີຄວາມໝັ້ນໃຈສູງ, ບໍ່ຍອມຮັບຟັງຄຳເຫັນຈາກໃຜ. ແຕ່ຄວາມຈິງແລ້ວ Ego ກໍແມ່ນເປັນບຸກຄະລິກກະພາບຂອງຄົນເຮົາທີ່ຖືກຈັດແບ່ງອອກເປັນຫຼາຍລະດັບເຊັ່ນ: ຄົນທີ່ມີ Ego ຕ່ຳ, ຄົນທີ່ມີ Ego ໃນລະດັບທີ່ພໍດີ ແລະ ຄົນທີ່ມີ Ego ສູງ. ທັງນີ້, ການທີ່ຄົນເຮົາເປັນຄົນທີ່ມີ Ego ບໍ່ໄດ້ໝາຍຄວາມໃນທາງທີ່ບໍ່ດີສະເໝີໄປ, ແຕ່ເມື່ອໃດກໍຕາມ ຖ້າຫາກ Ego ທີ່ມີໃນຕົວເຮົານັ້ນສູງເກີນໄປ ຈົນກາຍເປັນຄົນທີ່ເຊື່ອໝັ້ນຕົວເອງສູງ ແລະ ບໍ່ຍອມຮັບຟັງແນວຄວາມຄິດຈາກຄົນອ້ອມຂ້າງເລີຍ ແລະ ຍັງໄປຫຼຸດຄຸນຄ່າໃນຕົວຂອງຜູ້ອື່ນ ເມື່ອນັ້ນການທີ່ມີ Ego ສູງ ຂອງເຮົາ ອາດກັບມາທຳລາຍອະນາຄົດຂອງເຮົາໂດຍທີ່ບໍ່ຮູ້ຕົວ. ສະນັ້ນ, ເຮົາມາຮຽນຮູ້ນຳກັນວ່າ ແບບໃດທີ່ເອີ້ນວ່າເປັນຄົນທີ່ມີ Ego ສູງ ແລະ ຖ້າເຮົາເປັນຄົນແບບນັ້ນ ຈະມີວິທີປັບປຸງຕົນເອງໃຫ້ເໝາະສົມຄືແນວໃດ.

ຖ້າມີ Ego ໃນລະດັບທີ່ຕ່ຳ ຈະເຮັດໃຫ້ກາຍເປັນຄົນມັກຕຳໜິຕົນເອງ

ດັ່ງທີ່ເຮົາໄດ້ກ່າວເບື້ອງຕົ້ນແລ້ວວ່າ Ego ມີຫຼາຍລະດັບ ແຕ່ຖ້າຫາກເຮົາເປັນຄົນທີ່ມີ Ego ໃນລະດັບທີ່ຕ່ຳ ຈະເຮັດໃຫ້ເກີດຄວາມເຄົາລົບຕໍ່ຕົນເອງຕ່ຳ ຈົນເຮັດໃຫ້ເບິ່ງຂ້າມຄຸນຄ່າຂອງຕົວເອງ, ມັກກ່າວໂທດວ່າທຸກຢ່າງເປັນເພາະຕົນເອງ, ມັກຄິດວ່າບໍ່ເກັ່ງບໍ່ມີຄວາມສາມາດດ້ານໃດເລີຍ ເຊິ່ງອາດມີປັດໄຈມາຈາກປະສົບການໃນອະດີດທີ່ກະທົບກະເທືອນຕໍ່ຈິດໃຈ ຈົນເລີ່ມກາຍເປັນຄົນທີ່ບໍ່ສາມາດເຫັນຄຸນຄ່າ ຫຼື ເຄົາລົບຕໍ່ຕົນເອງ.

ຖ້າມີ Ego ໃນລະດັບພໍດີ ຈະຊ່ວຍໃຫ້ເປັນຄົນທີ່ເບິ່ງໂລກຕາມຄວາມເປັນຈິງ

ການທີ່ມີ Ego ໃນລະດັບທີ່ພໍດີ ຈະກາຍເປັນຄົນທີ່ເບິ່ງໂລກຕາມຄວາມຈິງ, ຮັບໄດ້ທັງດ້ານດີ ແລະ ບໍ່ດີ, ເມື່ອຖືກຕຳໜິວິຈານກໍສາມາດເປີດໃຈກວ້າງຍອມຮັບໄດ້, ເມື່ອຮູ້ວ່າຕົນເອງເຮັດຜິດພາດກໍສາມາດກ່າວຄຳຂໍໂທດໄດ້ທັນທີ, ເຊື່ອໝັ້ນຕົວເອງໃນລະດັບທີ່ພໍດີ, ພູມໃຈ ແລະ ເຫັນຄຸນຄ່າຂອງຕົວເອງຕາມຄວາມເປັນຈິງ ເຊິ່ງຈະສົ່ງຜົນໃຫ້ກາຍເປັນຄົນທີ່ພ້ອມຈະຮຽນຮູ້ ແລະ ພັດທະນາຕົວເອງໄດ້ຕະຫຼອດຊີວິດ.

ຖ້າມີ Ego ໃນລະດັບທີ່ສູງຫຼາຍ ຈະເຮັດໃຫ້ກາຍເປັນຄົນທີ່ມີຄວາມເຊື່ອໝັ້ນສູງເກີນໄປ

ຫຼາຍຄົນອາດເຄີຍໄດ້ຍິນປະໂຫຍກທີ່ວ່າ “ເອົາຕົນເອງເປັນສູນກາງຈັກກະວານ” ເຊິ່ງມັກໃຊ້ແທນຄຳອະທິບາຍເຖິງບຸກຄົນທີ່ມີຄວາມເຊື່ອໝັ້ນຕົນເອງສູງຫຼາຍ ຈົນອາດໄປຫຼຸດຄຸນຄ່າໃນຕົວຂອງຜູ້ອື່ນໂດຍບໍ່ຮູ້ຕົວຜ່ານທາງຄຳເວົ້າ ຫຼື ການກະທຳ, ເມື່ອກະທຳຜິດຈະບໍ່ກ້າທີ່ຈະຂໍໂທດກ່ອນ ຍ້ອນບໍ່ຍອມຮັບວ່າຕົນເອງເປັນຝ່າຍຜິດ, ມີຄວາມເຊື່ອໝັ້ນຕໍ່ແນວຄວາມຄິດ ແລະ ອຸດົມການຂອງຕົວເອງວ່າເປັນສິ່ງທີ່ຖືກຕ້ອງເທົ່ານັ້ນ. 

ແລ້ວຄົນທີ່ມີຄວາມໝັ້ນໃຈຕໍ່ຕົນເອງ ແມ່ນຄົນທີ່ມີ Ego ສູງຫຼືບໍ່?

ຄວາມເຊື່ອໝັ້ນຕໍ່ຕົວນອງເປັນສິ່ງທີ່ດີ ເພາະຈະເຮັດໃຫ້ເຮົາເປັນຄົນທີ່ກ້າຕັດສິນໃຈໃນເລື່ອງຕ່າງໆດ້ວຍຕົນເອງ, ສາມາດຮັບຜິດຊອບຕໍ່ຊີວິດໄດ້ຢ່າງເຕັມທີ່, ເມື່ອມີຄວາມໝັ້ນໃຈຕໍ່ຕົນເອງຈະເຮັດໃຫ້ເກີດມີກຳລັງໃຈທີ່ຈະຕໍ່ສູ້ກັບອຸປະສັກ ແລະ ເລື່ອງຕ່າງໆໃນຊີວິດ. ສິ່ງທີ່ເຮັດໃຫ້ຄົນທີ່ມີຄວາມໝັ້ນໃຈຕໍ່ຕົນເອງແຕກຕ່າງຈາກຄຳວ່າຄົນທີ່ມີ Ego ສູງ ກໍຄື:​ ຄົນທີ່ມີຄວາມໝັ້ນໃຈຕໍ່ຕົນເອງ ຈະບໍ່ເອົາຄວາມຄິດຕົນເອງເປັນສູນກາງ ແລະ ບໍ່ເອົາຄວາມໝັ້ນໃຈຂອງຕົນເອງໄປຫຼຸດຄຸນຄ່າໃນຕົວຕົນຂອງຄົນອື່ນ, ພວກເຂົາພຽງແຕ່ໃຊ້ຄວາມໝັ້ນໃຈເປັນແຮງຂັບເຄື່ອນໃນການໃຊ້ຊີວິດເທົ່ານັ້ນ ໂດຍຍັງຄົງຮັບຟັງຄຳຄິດເຫັນຈາກຄົນອື່ນໄດ້ດີ, ຮັບຄຳຕຳໜິວິຈານໄດ້, ກ້າປ່ຽນແປງເມື່ອເຫັນວ່າຄຳແນະນຳນັ້ນເປັນສິ່ງທີ່ດີ.

ມີປັດໄຈໃດແດ່ທີ່ພາໃຫ້ກາຍເປັນຄົນທີ່ມີ Ego ສູງ

ບາງຄັ້ງຄວາມສຳເລັດທີ່ຕົນເອງມີສ່ວນຮ່ວມໃນອະດີດ ບໍ່ວ່າຈະເປັນຜົນການຮຽນໃບປະກາດແດງ, ໄດ້ຖ້ວຍຮາງວັນມານັບບໍ່ຖ້ວນ, ມີຊື່ສຽງໂດ່ງດັງ, ມີໜ້າທີ່ຕຳແໜ່ງໃຫຍ່ໂຕ, ໄດ້ຮັບການບໍລິການສິດທິພິເສດກວ່າຄົນອື່ນ ກໍອາດເປັນຈຸດເລີ່ມຕົ້ນພາໃຫ້ເຮົາຫຼົງເຂົ້າໃຈວ່າເຮົາຢູ່ເໜືອກວ່າຄົນອື່ນແລ້ວ, ບໍ່ມີໃຜປຽບທຽບເຮົາໄດ້ ກາຍເປັນຄົນທີ່ເຊື່ອໝັ້ນແນວຄວາມຄິດຂອງຕົນເອງ ຈົນກ້າວໄປສູ່ຄົນທີ່ມີ  Ego ສູງ ເພາະເຊື່ອວ່າແນວຄວາມຄິດຂອງຕົນເອງແມ່ນຖືກຕ້ອງທີ່ສຸດ. ສຸດທ້າຍແລ້ວ Ego ສູງ ມັກຈະນຳພາໃຫ້ເຮົາບໍ່ຍອມເປີດໃຈຮຽນຮູ້ຈາກໃຜເລີຍ ແລະ ມັກຫາຂໍ້ອ້າງຢູ່ຕະຫຼອດເວລາ ມີວິໄສທັດແຄບລົງ ເພາະເອົາແຕ່ຊອກຫາຄວາມເຫັນທີ່ກົງກັບສິ່ງທີ່ຕົນເອງຮັບໄດ້ເທົ່ານັ້ນ.  

ຈະຮູ້ໄດ້ແນວໃດວ່າເຮົາເປັນຄົນທີ່ມີ Ego ສູງຫຼືບໍ່?

ນອກຈາກທີ່ໄດ້ກ່າວມາຂ້າງເທິງແລ້ວ, ລອງສົມທຽບຕົວເອງກັບຄຳຖາມຕໍ່ໄປນີ້:

  1. ໃນຂະນະທີ່ຕ້ອງຖຽງໃນປັນຫາໃດໜຶ່ງ ເຈົ້າຈະບໍ່ຍອມຢຸດຖຽງ ຈົນກວ່າຈະຊະນະ ຫຼືອີກຝ່າຍຍ່າງໜີໄປ.
  2. ເວລາທີ່ເຫັນຄົນອື່ນໄດ້ດີ ເຈົ້າຈະມີຄວາມອິດສາຢູ່ໃນໃຈ ແທນທີ່ຈະຮູ້ສຶກຍິນດີກັບຄວາມສຳເລັດຂອງຄົນອື່ນ.
  3. ໃນບົດສົນທະນາ ເຈົ້າມັກເວົ້າແຕ່ເລື່ອງຂອງຕົນເອງ ແລະ ຢາກໃຫ້ຄົນອື່ນຟັງແຕ່ເລື່ອງຂອງຕົນເອງ ຈົນລືມຮັບຟັງຄົນອື່ນ ຫຼື ລືມທີ່ຈະຖາມວ່າຄົນອື່ນເປັນແນວໃດແດ່.
  4. ໃນທຸກສະໜາມການແຂ່ງຂັນ ເຈົ້າຕ້ອງການເປັນພຽງຜູ້ຊະນະເທົ່ານັ້ນ ແລະ ເມື່ອໃດກໍຕາມທີ່ບໍ່ຊະນະ ເຈົ້າຈະມີອາການເຫງົາໂສກເສົ້າຫຼາຍ ແທນທີ່ຈະພູມໃຈວ່າເຮົາເຮັດໄດ້ດີທີ່ສຸດໃນແບບຂອງເຮົາແລ້ວ.
  5. ມັກຍົກຂໍ້ດີຂອງຕົວເອງເພື່ອປຽບທຽບກັບຄົນທີ່ດ້ອຍກວ່າ ເພາະມັນເຮັດໃຫ້ຮູ້ສຶກເຖິງຄວາມເໜືອກວ່າຄົນອື່ນເວລາທີ່ໄດ້ປຽບທຽບ. ແຕ່ໃນທາງກົງກັນຂ້າມ, ເມື່ອເຫັນຄົນທີ່ເຮັດໄດ້ດີກວ່າຕົນເອງ ມັກຈະເບິ່ງຫາແຕ່ຂໍ້ຜິດພາດໃນຕົວຂອງເຂົາ ເພື່ອທີ່ຈະນຳມາດ້ອຍຄ່າເຂົາ ແທນທີ່ຍົກຍ້ອງຊົມເຊີຍໃນສິ່ງທີ່ຄົນອື່ນເຮັດໄດ້ດີຈາກໃຈຈິງ.
  6. ເມື່ອເຈົ້າເຮັດສິ່ງໃດໜຶ່ງຜິດພາດ ເຈົ້າມັກຈະກ່າວໂທດຄົນອື່ນກ່ອນ, ໂທດທຸກສິ່ງທີ່ເປັນສາເຫດໃຫ້ເຈົ້າຕ້ອງເຮັດຜິດພາດ ແຕ່ຈະບໍ່ກ່າວໂທດຕົນເອງເດັດຂາດ.
  7. ເປັນການຍາກຫຼາຍທີ່ຈະໄດ້ຍິນຄຳຂໍໂທດຈາກຄົນທີ່ມີ Ego ສູງ ເພາະມັນຄືເລື່ອງໜ້າອາຍ ແທນທີ່ຈະເບິ່ງວ່າການຂໍໂທດມັນຄືສ່ວນໜຶ່ງຂອງການຮັກສາຄວາມສຳພັນ.
  8. ຮັບບໍ່ໄດ້ທຸກຄັ້ງ ເມື່ອຖືກຕຳໜິ ຫຼື ແນະນຳຈາກຄົນອື່ນ ໂດຍອາດມີອາການສະແດງອອກຕ່າງໆຕາມແຕ່ລະບຸກຄົນເຊັ່ນ: ເຮັດສີໜ້າບໍ່ພໍໃຈ, ເວົ້າຕອບໂຕ້ຄືນໃຫ້ຄົນອື່ນເສຍໜ້າ, ປະຕິເສດຄຳແນະນຳທັນທີ, ຍ່າງໜີ ເປັນຕົ້ນ.

ຖ້າຮູ້ແລ້ວວ່າເປັນຄົນທີ່ມີ Ego ສູງ ຈະປັບປຸງຕົວເອງໃໝ່ຄືແນວໃດ?

ຄົງບໍ່ມີໃຜທີ່ຢາກມີຄົນໃກ້ຕົວເປັນຄົນທີ່ມີ Ego ສູງ ເພາະການຮ່ວມງານ ຫຼື ໃກ້ຊິດກັບຄົນເຫຼົ່ານີ້ ແມ່ນສູນເສຍພະລັງງານທາງໃຈຫຼາຍ. ເຖິງຢ່າງໃດກໍຕາມ, ບໍ່ມີໃຜທີ່ບໍ່ເຄີຍມີຄວາມຜິດພາດ ເມື່ອຮູ້ວ່າຜ່ານມາຕົນເອງເປັນຄົນທີ່ມີ Ego ສູງ ກ່ອນອື່ນໝົດແມ່ນຕ້ອງຍອມຮັບວ່າຕົນເອງເປັນໃຫ້ໄດ້ກ່ອນ ເພາະຄົນທີ່ມີ Ego ສູງ ມັກເປັນເລື່ອງຍາກທີ່ຈະຍອມຮັບວ່າຕົນເອງເປັນ. ເມື່ອເຮົາຍອມຮັບໄດ້ແລ້ວ ຖືວ່າເຮົາເປີດໃຈໃນລະດັບໜຶ່ງທີ່ພ້ອມຈະປັບປຸງຕົນເອງໃໝ່ ເຊິ່ງຕ້ອງໃຊ້ຄວາມພະຍາຍາມສູງ, ກ້າທີ່ຈະຖອດໝວກຕຳແໜ່ງ ຫຼື ຄວາມສຳເລັດທີ່ເຄີຍໃສ່, ຢູ່ກັບຄວາມຈິງ, ລອງເປັນຜູ້ທີ່ກ້າເສຍສະຫຼະເພື່ອຄົນອື່ນ, ເປີດໃຈຮັບຟັງສິ່ງທີ່ຄົນອື່ນແນະນຳໂດຍບໍ່ຟ້າວໄປຕັດສິນ. ນອກຈາກນັ້ນແລ້ວ, ຍັງລວມທັງການເປັນຄົນທີ່ມີຄວາມອ່ອນນ້ອມຖ່ອມຕົວ, ກ້າທີ່ຈະຍອມຮັບຄວາມຈິງ ຕໍ່ໃຫ້ເປັນເລື່ອງທີ່ບໍ່ຢາກຍອມຮັບ ແຕ່ຖ້າເລື່ອງນັ້ນແມ່ນຄວາມຈິງ ກໍສາມາດເປີດໃຈຍອມຮັບໄດ້, ໃຈກວ້າງຂວາງບໍ່ດ່ວນໄປຕັດສິນຄົນອື່ນ, ປ່ຽນມາເປັນຜູ້ຮັບຟັງທີ່ດີ, ກ້າທີ່ຈະຂໍໂທດກ່ອນຖ້າຫາກເປັນຝ່າຍຜິດ, ບໍ່ດ້ອຍຄຸນຄ່າໃນຕົວຂອງຜູ້ອື່ນ ແລະ ຍິນດີເມື່ອເຫັນຜູ້ອື່ນປະສົບຄວາມສຳເລັດດ້ວຍໃຈຈິງ.

ແຫຼ່ງຂໍ້ມູນອ້າງອີງ

https://rb.gy/73zh2

https://rb.gy/j5k6w

https://rb.gy/isksg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/