ຮູ້ວ່າຕ້ອງຮຽນ ແຕ່ບໍ່ຮູ້ຈະຮຽນໄປເຮັດຫຍັງ ເມື່ອເຮົາຮູ້ສຶກໝົດໄຟໃນການຮຽນ ຈະເຮັດແນວໃດດີ


ພາວະໝົດໄຟ ສາມາດເກີດຂຶ້ນໄດ້ກັບຄົນທຸກເພດໄວ ບໍ່ສະເພາະຄົນທີ່ຢູ່ໃນໄວເຮັດວຽກແລ້ວ ແຕ່ຍັງລວມທັງນັກຮຽນ-ນັກສຶກສາ ທີ່ມີກິດຈະວັດປະຈຳວັນຜູກພັນກັບຕາຕະລາງຮຽນເປັນສ່ວນໃຫຍ່ ຈຶ່ງບໍ່ແປກໃຈທີ່ບາງຄັ້ງນັກຮຽນ-ນັກສຶກສາ ຈະເກີດມີພາວະໝົດໄຟໃນການຮຽນເກີດຂຶ້ນ.

ການໃຊ້ຊີວິດຢູ່ກັບກິດຈະວັດປະຈຳວັນແບບເດີມຕໍ່ເນື່ອງກັນເປັນເວລາດົນ, ການຂາດເປົ້າໝາຍໃນການຮຽນ, ຄວາມຄຽດສະສົມຈາກການຮຽນໜັກ, ບົດຮຽນທີ່ຍາກ ຫຼື ວຽກບ້ານທີ່ຫຼາຍຈົນເກີນໄປ, ຖືກກົດດັນ ຫຼື ຄາດຫວັງຈາກຄອບຄົວ ຫຼື ຈາກໂຮງຮຽນ ພໍສະສົມດົນໆໄປ ຈຶ່ງເປັນສາເຫດເຮັດໃຫ້ເກີດພາວະໝົດໄຟໃນການຮຽນໄດ້. ສະນັ້ນ, ບົດຄວາມຕໍ່ໄປນີ້ ຈະແນະນຳວິທີການປັບຄວາມສົມດຸນໃນການໃຊ້ຊີວິດ, ການແບ່ງເວລາຮຽນ ແລະ ເວລາພັກຜ່ອນ ເພື່ອໃຫ້ທຸກຄົນສາມາດປຸກໄຟໃນຕົວເອງຄືນມາໃໝ່ ໃຫ້ເກີດຄວາມກະຕືລືລົ້ນໃນການຮຽນໄດ້ຫຼາຍຂຶ້ນ.

  1. ແບ່ງເວລາຮຽນກັບເວລາພັກຜ່ອນໃຫ້ຊັດເຈນ

ຄວນແບ່ງເວລາຮຽນ ແລະ ເວລາພັກຜ່ອນອອກຈາກກັນໃຫ້ຊັດເຈນ ໂດຍພະຍາຍາມຫຼີກເວັ້ນການເຮັດຫຍັງສອງຢ່າງໄປພ້ອມກັນ ເຊັ່ນ: ການແກ້ວຽກບ້ານໄປພ້ອມກັບຫຼິ້ນໂທລະສັບໄປນຳ. ດັ່ງນັ້ນ, ເມື່ອຮອດໂມງທີ່ຕ້ອງນອນພັກຜ່ອນຈຶ່ງບໍ່ໄດ້ພັກຜ່ອນ ເພາະຕ້ອງຢູ່ຈົນເດິກດື່ນເພື່ອແກ້ວຽກບ້ານແທນ. ການເຮັດແບບນີ້ຈະເຮັດໃຫ້ກາຍເປັນຄົນທີ່ມີສະມາທິສັ້ນ, ພາໃຫ້ເຮົາສັບສົນ ແລະ ຮູ້ສຶກອິດເມື່ອຍກັບການຮຽນ.

  1. ຈັດລຳດັບຄວາມສຳຄັນກັບວຽກບ້ານທີ່ຕ້ອງສົ່ງ

ເມື່ອມີວຽກບ້ານ ຫຼື ລາຍງານທີ່ຕ້ອງສົ່ງອາຈານ ໃຫ້ພະຍາຍາມຈັດລຳດັບຄວາມສຳຄັນວ່າວຽກບ້ານໃດຄວນເຮັດກ່ອນ, ວຽກບ້ານໃດທີ່ຍັງພໍມີເວລາຢູ່ ໂດຍໃຫ້ແບ່ງລຳດັບແຕ່ລະຢ່າງອອກມາເປັນຍ່ອຍໆດ້ວຍການຈົດບັນທຶກໄວ້ ແລະ ເຮັດຕາມຕາລະລາງທີ່ຈົດບັນທຶກໄວ້. ສິ່ງນີ້ຈະຊ່ວຍໃຫ້ເຮົາບໍ່ລືມສິ່ງທີ່ຕ້ອງເຮັດ ແລະ ຮູ້ຈັກຈັດລຳດັບຂັ້ນຕອນຂອງການບໍລິຫານເວລາໃຫ້ດີຂຶ້ນ.

  1. ຈັດໂຕະຮຽນໜັງສືໃຫ້ເປັນລະບຽບ

ຈັດໂຕະຮຽນຢູ່ເຮືອນໃຫ້ເປັນລະບຽບຮຽບຮ້ອຍ ແລະ ມີການຕົກແຕ່ງທີ່ສວຍງາມຢູ່ສະເໝີ ເຊັ່ນ: ມີຕົ້ນໄມ້ຟອກອາກາດນ້ອຍໆຕັ້ງຢູ່ເທິງໂຕະຮຽນໜັງສື, ມີການຈັດໂຊນນັ່ງອ່ານປຶ້ມທີ່ໜ້າຮັກຢູ່ພາຍໃນຫ້ອງ, ໜ້າໂຕະເປັນລະບຽບມີການຈັດວາງສິ່ງຂອງເຄື່ອງໃຊ້ຢ່າງສວຍງາມ ຈະຊ່ວຍໃຫ້ເຮົາຮູ້ສຶກຜ່ອນຄາຍ, ມີແຮງກະຕຸ້ນໃຫ້ຢາກນັ່ງຮຽນ ແລະ ມີແນວຄວາມຄິດສ້າງສັນຫຼາຍຂຶ້ນ.

  1. ຫາກິດຈະກຳທີ່ເຮັດແລ້ວຮູ້ສຶກຜ່ອນຄາຍ

ຫາເວລາໄປເຂົ້າຮ່ວມກິດຈະກຳ ຫຼື ເຮັດໃນສິ່ງທີ່ຮູ້ສຶກຜ່ອນຄາຍສະໝອງ ແລະ ຈິດໃຈ ເຊັ່ນ: ຫຼິ້ນດົນຕີ, ອອກກຳລັງກາຍ, ແຕ້ມຮູບ, ເຂົ້າຮ່ວມງານກິດຈະກຳສັງຄົມຕ່າງໆ ເປັນຕົ້ນ. ການທີ່ເຮົາໄດ້ປ່ຽນບັນຍາກາດໄປເຮັດສິ່ງໃໝ່ໆທີ່ແຕກຕ່າງຈາກຫ້ອງຮຽນ ກໍເປັນອີກວິທີໜຶ່ງທີ່ຊ່ວຍກະຕຸ້ນແນວຄວາມຄິດສ້າງສັນ, ເປັນການພັກຜ່ອນໄປໃນຕົວ ແລະ ຊ່ວຍໃຫ້ເຮົາຄົ້ນພົບສັກກະຍະພາບໃໝ່.

  1. ລະບາຍກັບໝູ່ເພື່ອນ ຫຼື ຄົນອ້ອມຂ້າງທີ່ເຂົ້າໃຈ ແລະ ພ້ອມທີ່ຈະຮັບຟັງເຮົາ

ບໍ່ມີສິ່ງໃດທີ່ຈະສະບາຍໃຈໄດ້ເທົ່າກັບການລະບາຍກັບໝູ່ເພື່ອນ ຫຼື ຄົນທີ່ພ້ອມຮັບຟັງເຮົາອີກແລ້ວ. ເມື່ອເຮົາຮູ້ສຶກວ່າມັນໜັກ ລອງໂທຫາໝູ່ ຫຼື ຄົນທີ່ພ້ອມຮັບຟັງເຮົາ ແລ້ວເຮົາຈະຮູ້ວ່າມັນຊ່ວຍດຶງໃຈທີ່ຈົມດິ່ງໃຫ້ກັບມາມີພະລັງໄດ້ຢ່າງມະຫັດສະຈັນ. ຢ່າງໃດກໍຕາມ, ເມື່ອເຮົາລະບາຍກັບໝູ່ແລ້ວ ກໍຢ່າລືມປ່ຽນ ມາເປັນຜູ້ຮັບຟັງທີ່ດີໃຫ້ໝູ່ເມື່ອໝູ່ຕ້ອງການເຊັ່ນກັນ.  

  1. ປ່ຽນບັນຍາກາດຮຽນໜັງສື

ການຮຽນ ບໍ່ສະເພາະແຕ່ຕ້ອງນັ່ງຮຽນໃນຫ້ອງຮຽນເທົ່ານັ້ນ ການເຮັດກິດຈະກຳຕ່າງໆນອກຫ້ອງຮຽນກໍເປັນການຮຽນຮູບແບບໜຶ່ງທີ່ໃຫ້ຄວາມຮູ້ສຶກຜ່ອນຄາຍ. ​ນອກຈາກນັ້ນ, ການປ່ຽນສະຖານທີ່ຮຽນໜັງສື ຕົວຢ່າງເຊັ່ນ: ນັ່ງຢູ່ຮ້ານກາເຟ, ປ່ຽນໄປເຮັດລາຍງານຢູ່ສວນທ່າມກາງທຳມະຊາດ ກໍເປັນອີກວິທີໜຶ່ງທີ່ຊ່ວຍໃຫ້ມີແນວຄິດທີ່ສ້າງສັນໄດ້ຫຼາຍຂຶ້ນ, ເຮັດໃຫ້ການຮຽນບໍ່ໜ້າເບື່ອ ແລະ ຊ່ວຍໃຫ້ເຮົາມີຄວາມກະຕືລືລົ້ນທີ່ຈະຢາກຮຽນຫຼາຍຂຶ້ນ.

  1. ກ້າທີ່ຈະຖາມ ຫຼື ຂໍຄຳປຶກສາຈາກຄູອາຈານ ແລະ ໝູ່ເພື່ອນ

ເມື່ອເຮົາຮຽນບໍ່ທັນໝູ່ ຫຼື ມີຄຳຖາມຂໍ້ໃດທີ່ຍັງບໍ່ເຂົ້າໃຈກ່ຽວກັບບົດຮຽນ, ຢ່າອາຍທີ່ຈະຖາມຄຳຖາມອອກໄປ ຫຼື ຂໍຄວາມຊ່ວຍເຫຼືອໃຫ້ໝູ່ອະທິບາຍໃຫ້. ການທີ່ເຮົາເກັບຄຳຖາມໄວ້ກັບຕົວເອງ ແລະ ບໍ່ກ້າທີ່ຈະຖາມ ຍິ່ງຈະເຮັດໃຫ້ບົດຮຽນທີ່ຍາກ ແລະ ບໍ່ເຂົ້າໃຈນັ້ນ ທະວີຄູນຂຶ້ນເລື້ອຍໆ ເມື່ອເວລາຜ່ານໄປ ເຮົາຍິ່ງຈະເກີດຄວາມກົດດັນ ແລະ ຄວາມຄຽດສະສົມຫຼາຍຂຶ້ນ.

  1. ບໍ່ໄຫວຄືບໍ່ໄຫວ ຢ່າຝືນຕົວເອງ

ເມື່ອເຮົາຮູ້ວ່າຮຽນໜັກເກີນໄປ ຈົນຮ່າງກາຍເລີ່ມມີສັນຍານບອກວ່າບໍ່ໄຫວແລ້ວ ເຮົາຄວນພັກຜ່ອນທັນທີ ບໍ່ຄວນຝືນຕົນເອງຈົນສຸຂະພາບຮ່າງກາຍຊຸດໂຊມ. ການນອນພັກຜ່ອນໃຫ້ພຽງພໍ ໂດຍສະເພາະແມ່ນການເລີ່ມເຂົ້ານອນຕັ້ງແຕ່ 10 ໂມງກາງຄືນເປັນຕົ້ນໄປ ມີສ່ວນຊ່ວຍໃນການຫຼັ່ງຂອງສານ Growth Hormone ເຊິ່ງເປັນຮໍໂມນທີ່ມີໜ້າທີ່ຕໍ່ການເສີມສ້າງຄວາມຈະເລີນເຕີບໂຕ ແລະ ການເຮັດວຽກຂອງອະໄວຍະວະທຸກສ່ວນຂອງຮ່າງກາຍ.

  1. ຄົ້ນຫາແຮງບັນດານໃຈ, ຕັ້ງເປົ້າໝາຍນ້ອຍໆເທື່ອລະກ້າວໃຫ້ຕົນເອງ

ການທີ່ເຮົາເກີດຄວາມເບື່ອໜ່າຍກັບການຮຽນ ຈົນກ້າວໄປສູ່ພາວະໝົດໄຟໃນການຮຽນນັ້ນ ສ່ວນໜຶ່ງແມ່ນມາຈາກການທີ່ຂາດເປົ້າໝາຍໃນການໃຊ້ຊີວິດ, ການຂາດແບບແຜນ, ຂາດແຮງບັນດານໃຈ ທີ່ຈະຢາກລຸກຂຶ້ນມາຮຽນໃນແຕ່ລະມື້. ສະນັ້ນ, ລອງມາຈົດບັນທຶກເປົ້າໝາຍສິ່ງທີ່ຢາກເຮັດ ໂດຍເປົ້າໝາຍທີ່ຕັ້ງ ບໍ່ຈຳເປັນຕ້ອງເປັນເປົ້າໝາຍທີ່ໃຫຍ່ເກີນກຳລັງຄວາມສາມາດ ແຕ່ເຮົາຄວນເລີ່ມຈາກເປົ້າໝາຍນ້ອຍໆໃນແຕ່ລະມື້ ເຊັ່ນ: ເປົ້າໝາຍສົກຮຽນນີ້ ແມ່ນຈະພະຍາຍາມໃຫ້ຜ່ານທຸກວິຊາ ໂດຍບໍ່ຈຳເປັນຕ້ອງຄະແນນສູງ ແຕ່ຂໍພຽງໃຫ້ເສັງຜ່ານ, ເປົ້າໝາຍອາທິດນີ້ ແມ່ນຈະໄປຮຽນທຸກມື້ບໍ່ຂາດ. ເມື່ອເຮົາເຝິກຝົນເປັນປະຈຳ ມັນຈະກາຍເປັນຄວາມລຶ້ງເຄີຍ ແລະ ເປົ້າໝາຍຂອງເຮົາຈະຄ່ອຍໆຂະຫຍາຍອອກໄປເອງ.

ແຫຼ່ງຂໍ້ມູນອ້າງອີງ:

http://cuts2.com/jRsZt

http://cuts2.com/qLWMk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/