Mastercard ປະກາດສິ້ນສຸດການຮ່ວມມືກັບ Binance ສໍາລັບການບໍລິການບັດ Crypto ໂດຍຈະມີຜົນຕັ້ງແຕ່ວັນທີ 22 ກັນຍາເປັນຕົ້ນໄປ


ເມື່ອວັນທີ 24 ສິງຫາທີ່ຜ່ານມາໄດ້ມີລາຍງານກ່ຽວກັບບໍລິສັດ Mastercard ຜ່ານທາງອີເມວໂດຍລະບຸວ່າ “Mastercard ນັ້ນຈະຍຸຕິການຮ່ວມມືກັບແພລັດຟອມຊື້ຂາຍທີ່ໃຫຍ່ທີ່ສຸດໃນໂລກຄື Binance ສຳລັບບໍລິການບັດສະກຸນເງິນດິຈິຕອນ ຫຼື Crypto card ທີ່ໃຫ້ບໍລິການໃນ 4 ປະເທດຄື ອາເຈນຕິນາ, ບຣາຊິວ, ໂຄລອມເບຍ ແລະ ບາເຣນ ໂດຍຈະມີຜົນຕັ້ງແຕ່ວັນທີ 22 ກັນຍາເປັນຕົ້ນໄປ”

ທັງນີ້ Mastercard ໄດ້ລະບຸເພີ່ມເຕີມໃນອີເມວວ່າ Mastercard ຈະໃຫ້ເວລາຜູ້ຖືບັດເພື່ອປ່ຽນແປງສິນຊັບການຖືຄອງຫຼຽນຕ່າງໆໃນກະເປົາເງິນ Binance ຈົນຮອດວັນທີ 21 ກັນຍາ 2023, ຫຼັງຈາກນັ້ນບັດເຄຣດິດ Binance ຈະບໍ່ສາມາດໃຊ້ໄດ້ອີກຕໍ່ໄປ. ຢ່າງໃດກໍຕາມ, ການຍຸຕິການຮ່ວມມືໃນຄັ້ງນີ້ຈະບໍ່ສົ່ງຜົນກະທົບຕໍ່ໂປຣແກຣມບັດ crypto ອື່ນໆ.

ທາງດ້ານໂຄສົກຂອງ Binance ກໍໄດ້ອອກມາກ່າວວ່າ ມີພຽງຜູ້ໃຊ້ໜ້ອຍກວ່າ 1% ໃນຕະຫຼາດເທົ່ານັ້ນທີ່ຈະໄດ້ຮັບຜົນກະທົບຈາກການຍຸຕິການຮ່ວມມືໃນຄັ້ງນີ້. ທັງນີ້ບັນຊີ Binance Global ຈະບໍ່ໄດ້ຮັບຜົນກະທົບໃດໆ ແລະ ຍັງເປີດໃຫ້ຜູ້ໃຊ້ຍັງສາມາດຊື້ຂາຍ crypto  ແລະ ສົ່ງຜ່ານ Binance Pay ໄດ້ຕາມປົກກະຕິ

ໃນປັດຈຸບັນ ຍັງບໍ່ໄດ້ມີການເປີດເຜີຍວ່າສາເຫດໃນການຕັດສິນໃຈທີ່ຈະຍຸຕິການຮ່ວມມືກັນລະຫວ່າງ Mastercard ກັບ Binance ນັ້ນແມ່ນຍ້ອນຫຍັງ? ທັງນີ້ອາດເປັນເພາະ Binance ກຳລັງຢູ່ໃນໄລຍະທີ່ຕ້ອງປະເຊີນກັບບັນຫາທາງກົດໝາຍ ແລະ ກວດສອບກົດລະບຽບຈາກການຖືກຟ້ອງໂດຍ SEC ຂອງສະຫະລັດໃນຂໍ້ຫາລະເມີດຫຼັກຊັບ.

ທີ່ມາ:

reuters

pymnts

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/