ອຸດສາຫະກຳທີ່ຄຶກຄັກ! OnlyFans ເຕີບໂຕຕໍ່ເນື່ອງ ຈາກຜົນປະກອບການ ເຈົ້າຂອງຮັບເງິນປັນຜົນ 338 ລ້ານໂດລາ


ນັບເປັນອີກໜຶ່ງອຸດສາຫະກຳທີ່ຄຶກຄັກ ສວນທາງກັບເສດຖະກິດໂລກ ກັບ OnlyFans ແພລັດຟອມ ສະຕຣີມມິງວິດີໂອຊື່ດັງ ທີ່ມີການເຕີມໂຕຢ່າງຕໍ່ເນື່ອງ ທີ່ຫຼ້າສຸດມີການເປີດເຜີຍຜົນປະກອບການ ເຈົ້າຂອງແພລັດຟອມດັ່ງກ່າວ Leonid Radvinsky ຮັບເງິນປັນຜົນໄປກວ່າ 338 ລ້ານໂດລາ ສະຫະລັດ.

ໂດຍ Fenix International ເຊິ່ງເປັນບໍລິສັດແມ່ຂອງ OnlyFans ເປີດເຜີຍຜົນກຳໄລຈາກການປະກອບການໃນປີ 2022 ວ່າສູງເຖິງ 552 ລ້ານໂດລາ ເພີ່ມຂຶ້ນຈາກໃນປີ 2021 ທີ່ເຮັດໄດ້ 432 ລ້ານໂດລາ. ໂດຍທາງບໍລິສັດຍັງເປີດເຜີຍວ່າ ລາຍໄດ້ທັງໝົດນີ້ ໄດ້ມາຈາກ ຜູ້ສ້າງຄອນເທັນຫຼາຍກວ່າ 3 ລ້ານຄົນ ແລະ ຜູ້ໃຊ້ບໍລິການໃນແພລັດຟອມອີກເກືອບ 240 ລ້ານຄົນ.

ໂດຍ OnlyFans ຖືເປັນ ແພລັດຟອມ ສະຕຣີມມິງວິດີໂອທີ່ໄດ້ຮັບຄວາມນິຍົມໃນກຸ່ມໄວໜຸ່ມຢ່າງຫຼວງຫຼາຍລວມເຖິງໃນກຸ່ມຂອງຄົນມີຊື່ສຽງ ສິລະປິນ ນັກຮ້ອງຕ່າງໆ. ໂດຍຈຳນວນຜູ້ສ້າງໃນ OnlyFans ເພີ່ມຂຶ້ນ 47% ເປັນເກືອບ 3.2 ລ້ານຄົນ, ໃນຂະນະທີ່ຈໍານວນຜູ້ໃຊ້ເພີ່ມຂຶ້ນ 27% ເປັນ 239 ລ້ານຄົນ.

ທີ່ມາ:

https://www.matichon.co.th/foreign/news_4148006

https://www.bbc.com/news/business-66612769

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/