ໜ້າຕາດີສ່ຳໃດກໍຍັງບໍ່ມັກ ເຈົ້າອາດເປັນຄົນທີ່ຫຼົງຮັກຄົນອື່ນ ຈາກຄວາມສະຫຼາດ


ຫຼາຍຄົນອາດເຄີຍເຫັນໝູ່ເພື່ອນ, ຄົນອ້ອມຂ້າງ ຫຼື ລວມທັງຕົວຂອງທ່ານເອງ ທີ່ບໍ່ໄດ້ມັກຄົນຈາກໜ້າຕາສະເໝີໄປ. ບາງຄັ້ງ ການທີ່ເຮົາພົບພໍ້ຄົນທີ່ໜ້າຕາດີກໍອາດບໍ່ໄດ້ເກີດຄວາມຮູ້ສຶກມັກ, ແຕ່ກົງກັນຂ້າມ ການທີ່ເຮົາພົບຄົນທີ່ມີໜ້າຕາທຳມະດາ ແຕ່ມີທັດສະນະຄະຕິທີ່ດີ, ມີເຫດຜົນ, ຈິດໃຈກວ້າງຂວາງ, ສຸຂຸມຮອບຄອບ, ແກ້ໄຂບັນຫາເກັ່ງ, ມີຄວາມຮູ້ຄວາມສາມາດຫຼືຊໍານານໃນດ້ານໃດດ້ານໜຶ່ງ ຈຶ່ງເກີດຄວາມຮູ້ສຶກມັກໃນຕົວຂອງຄົນໆນັ້ນ. ສິ່ງດັ່ງກ່າວເຮົາເຄີຍສົງໄສບໍ່ວ່າເປັນຍ້ອນຫຍັງ? ສິ່ງນີ້ເຮົາເອີ້ນມັນວ່າ Sapiosexual ຫຼື ອາການມັກຄົນອື່ນຈາກຄວາມສະຫຼາດດ້ານແນວຄວາມຄິດ ແລະ ການມີທັດສະນະຄະຕິທີ່ດີ.

ເຮົາລອງມາ Checklist ເບິ່ງນຳກັນວ່າ ແທ້ທີ່ຈິງແລ້ວເຮົາເຂົ້າຂ່າຍເປັນຄົນທີ່ມັກຄົນອື່ນຈາກຄວາມສະຫຼາດ (Sapiosexual) ຫຼື ບໍ່?

  1. ເຈົ້າບໍ່ໄດ້ຫຼົງຮັກໃຜຈາກໜ້າຕາ ຈົນກວ່າຈະໄດ້ສົນທະນາແລກປ່ຽນຄຳເຫັນຮ່ວມກັນ

Love at first sight ຫຼື ຮັກຕັ້ງແຕ່ພົບຄັ້ງທຳອິດ ອາດໃຊ້ບໍ່ໄດ້ທັນທີກັບຄົນທີ່ຫຼົງຮັກຄົນອື່ນຈາກຄວາມສະຫຼາດ ເຊິ່ງຄວາມສະຫຼາດໃນທີ່ນີ້ ບໍ່ໄດ້ໝາຍຄວາມວ່າຈະຕ້ອງເກັ່ງຮອບດ້ານ ຫຼື ມີໄອຄິວສູງກວ່າຄົນທົ່ວໄປ. ແຕ່ໝາຍເຖິງຄວາມສະຫຼາດໃນແງ່ມຸມຕ່າງໆບໍ່ວ່າຈະເປັນ ຄວາມສະຫຼາດໃນການວາງຕົວໃຫ້ເໝາະສົມ, ຄວາມສະຫຼາດໃນການສົນທະນາ, ຄວາມສະຫຼາດທາງດ້ານອາລົມ, ຄວາມສະຫຼາດທາງດ້ານພາສາ, ຄວາມສະຫຼາດໃນການແກ້ໄຂບັນຫາ ເປັນຕົ້ນ. ສຳລັບຄວາມສະຫຼາດຮູບແບບນີ້ ຈະບໍ່ສາມາດຮັບຮູ້ໄດ້ທັນທີທີ່ພົບເຫັນຜ່ານໜ້າຕາພາຍນອກຈົນກວ່າໄດ້ໃຊ້ເວລາສົນທະນາແລກປ່ຽນຄວາມຄິດເຫັນ ຫຼື ໄດ້ເຮັດວຽກຮ່ວມກັນ ຈຶ່ງຈະສາມາດຮັບຮູ້ໄດ້ຜ່ານມຸມມອງການໃຊ້ຊີວິດຂອງຄົນໆນັ້ນ, ຜ່ານວິທີການເວົ້າ, ຜ່ານການກະທຳຂອງອີກຝ່າຍ ເມື່ອໄດ້ເລີ່ມຮູ້ຈັກ ເຈົ້າຈຶ່ງເລີ່ມເຫັນວ່າອີກຝ່າຍເປັນຄົນທີ່ມີສະເໜ່ຂຶ້ນມາທັນທີ ໂດຍທີ່ບໍ່ໄດ້ສົນໃຈໜ້າຕາພາຍນອກຂອງອີກຝ່າຍເລີຍ. ຖ້າວ່າເຈົ້າເປັນດັ່ງທີ່ກ່າວມານັ້ນ ສະແດງວ່າເຈົ້າເປັນຄົນທີ່ມັກຄົນຈາກຄວາມສະຫຼາດ ຫຼື Sapiosexual ແລ້ວ.

  1. ເຈົ້າມັກຄົນທີ່ແປກແຫວກແນວ ແຕກຕ່າງຈາກຄົນທົ່ວໄປ

ໂດຍສ່ວນໃຫຍ່ແລ້ວ ຄົນທີ່ີມີຄວາມສະຫຼາດ ມັກຈະມີບຸກຄະລິກກະພາບການສະແດງອອກຢ່າງໃດຢ່າງໜຶ່ງທີ່ແຕກຕ່າງຈາກຄົນທົ່ວໄປ, ພວກເຂົາມີຄວາມເປັນຕົວຂອງຕົນເອງ, ມີຄວາມໂດດເດັ່ນໃນແບບຂອງເຂົາເອງ. ໃນຂະນະທີ່ຄົນທົ່ວໄປ ອາດມັກເຮັດຕາມກະແສສັງຄົມສ່ວນໃຫຍ່ ແຕ່ພວກເຂົາຈະບໍ່ຖິ້ມເອກະລັກສະເພາະຂອງເຂົາເອງ ເຊິ່ງກໍເປັນສະເໜ່ອີກຮູບແບບໜຶ່ງ. ແຕ່ເຖິງຈະແຕກຕ່າງຈາກຄົນທົ່ວໄປ ພວກເຂົາກໍເຕັມໄປດ້ວຍພະລັງງານບວກທີ່ພ້ອມສົ່ງຕໍ່ໃຫ້ແກ່ຄົນອື່ນ, ພວກເຂົາເປັນຄົນມີຄວາມສາມາດແຕ່ກໍມີຄວາມຖ່ອມຕົວບໍ່ດູໝິ່ນຄົນອື່ນ, ມີທັດສະນະຄະຕິທີ່ເປີດກວ້າງຍອມຮັບໃນຄວາມແຕກຕ່າງໄດ້ດີ. ຄົນປະເພດນີ້ ເມື່ອຢູ່ໃກ້ແລ້ວເຮົາຈະຮູ້ສຶກສະບາຍໃຈ, ຍິ່ງໄດ້ໂອ້ລົມສົນທະນາຍິ່ງເກີດຄວາມຮູ້ສຶກຫຼົງຮັກ.

  1. ເຈົ້າມັກຄົນທີ່ມີຄວາມສາມາດດ້ານໃດໜຶ່ງເປັນພິເສດ

ບາງຄັ້ງ ເຈົ້າກໍອາດເຄີຍຫຼົງຮັກຄົນທີ່ມີຄວາມສາມາດດ້ານໃດດ້ານໜຶ່ງເປັນພິເສດ ໂດຍທີ່ຄົນທີ່ເຈົ້າພົບເຫັນໃນເບື້ອງຕົ້ນອາດເປັນຄົນທຳມະດາບໍ່ໄດ້ໂດດເດັ່ນ ແຕ່ພໍໄດ້ເຫັນຄວາມສາມາດອີກດ້ານໜຶ່ງຂອງເຂົາ ຈຶ່ງເຮັດໃຫ້ເຈົ້າຮູ້ສຶກຫຼົງຮັກທັນທີ ສົມມຸດວ່າ: ໃນງານລ້ຽງແຫ່ງໜຶ່ງ ເຈົ້າອາດພົບກັບຜູ້ສາວຂີ້ອາຍນັ່ງງຽບໆຢູ່ແຈສຸດຂອງງານ ເບິ່ງຜິວເຜີນກໍບໍ່ໄດ້ໜ້າສົນໃຈຫຍັງ ແຕ່ພໍໄດ້ເຫັນຄວາມສາມາດຂອງລາວເມື່ອຕ້ອງຂຶ້ນຮ້ອງເພງທີ່ມ່ວນຈົນຂົນລຸກ ກໍອາດເຮັດໃຫ້ເຈົ້າເກີດອາການຫຼົງຮັກ ກໍເປັນໄດ້. ຖ້າເຈົ້າເຄີຍເປັນແບບນີ້ ເຈົ້າອາດເຂົ້າຂ່າຍເປັນຄົນທີ່ຫຼົງຮັກຄົນອື່ນຈາກຄວາມສະຫຼາດທາງດ້ານຄວາມສາມາດ.

  1. ເຈົ້າບໍ່ໄດ້ມັກຄົນຈາກການແຕ່ງກາຍ ຫຼື ຈາກສະຖານະພາບທາງສັງຄົມ:

ການແຕ່ງກາຍພາຍນອກ, ຖານະຄອບຄົວ, ອາຊີບທີ່ອີກຝ່າຍເຮັດຢູ່ ບໍ່ໄດ້ເປັນສິ່ງທີ່ດຶງດູດໃຈສຳລັບຄົນທີ່ມັກຄົນອື່ນຈາກຄວາມສະຫຼາດ ແຕ່ພວກເຂົາຈະຫຼົງຮັກຈາກສິ່ງທີ່ອີກຝ່າຍຮັບຮູ້, ຜ່ານຂະບວນການຄວາມຄິດ, ຜ່ານການໃຊ້ຄຳເວົ້າ, ຜ່ານການກະທຳ ແລະ ການວາງຕົວທີ່ເໝາະສົມ ໂດຍທັງໝົດຈະຮັບຮູ້ໄດ້ກໍຕໍ່ເມື່ອໄດ້ພົບເຫັນ ຫຼື ຜ່ານການແລກປ່ຽນຄວາມຄິດເຫັນກັນແລ້ວເທົ່ານັ້ນ.

ການຫຼົງຮັກໃຜຄົນໜຶ່ງຈາກທັດສະນະຄະຕິຄວາມສະຫຼາດ ອາດເຄີຍເກີດຂຶ້ນກັບຄົນອ້ອມຂ້າງ ຫຼື ນັບທັງຕົວຂອງເຮົາເອງທີ່ໄປຫຼົງຮັກຄົນທີ່ບໍ່ຄາດຄິດວ່າຈະຮັກໃນຕອນທຳອິດ, ແຕ່ຜ່ານເວລາໄປໄລຍະໜຶ່ງ ຄວາມຮູ້ສຶກມັນກໍເກີດຂຶ້ນເອງຕາມທຳມະຊາດ ເມື່ອໄດ້ຮັບຮູ້ຜ່ານການໄດ້ເຫັນອີກມຸມມອງທັດສະນະຄະຕິຂອງອີກຝ່າຍ, ຜ່ານການກະທຳທີ່ສະເໝີຕົ້ນສະເໝີປາຍຂອງອີກຝ່າຍຈົນເຮັດໃຫ້ເຮົາເກີດຄວາມປະທັບໃຈ ແລະ ພັດທະນາຈົນກາຍເປັນຄວາມຮັກ. 

ແຫຼ່ງຂໍ້ມູນອ້າງອີງ:

https://shorturl.at/kCO45

https://shorturl.at/diQR4

https://shorturl.at/ilLN6

https://shorturl.at/qsvQU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/