ປ່ຽນແກ່ນອະໂວຄາໂດທີ່ເຫຼືອຖິ້ມ ກາຍມາເປັນພລາສຕິກຍ່ອຍສະຫຼາຍໄດ້


ບັນຫາຂີ້ເຫຍື້ອພລາສຕິກຄືບັນຫາທີ່ເກີດຂຶ້ນທົ່ວໂລກ ແລະ ຫາວິທີແກ້ໄຂຍັງບໍ່ໄດ້ ປະລິມານຂີ້ເຫຍື້ອທີ່ມະນຸດສ້າງຂຶ້ນຈະເພີ່ມຂຶ້ນຕາມຈຳນວນປະຊາກອນໂລກທີ່ຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຈະດີເທົ່າໃດຖ້າຫາກເຮົາສາມາດຜະລິດພລາສຕິກທີ່ສາມາດຍ່ອຍສະຫຼາຍໄດ້ພາຍໃນ 240 ມື້ດ້ວຍແກ່ນອະໂວຄາໂດທີ່ເຫຼືອຖິ້ມ.

ອະໂວຄາໂດເປັນທີ່ນິຍົມຫຼາຍຂຶ້ນໃນທົ່ວໂລກ ໂດຍສະເພາະທີ່ປະເທດເມັກຊິໂກທີ່ມີການປູກ, ບໍລິໂພກ ແລະ ສົ່ງອອກອະໂວຄາໂດຫຼາຍທີ່ສຸດໃນໂລກ. 50% ຂອງການບໍລິໂພກອະໂວຄາໂດທົ່ວໂລກມາຈາກປະເທດເມັກຊິໂກ ໂດຍສະເລ່ຍທີ່ 8.1kg/ຄົນ ສົ່ງຜົນໃຫ້ເກີດຂີ້ເຫຍື້ອຈາກສ່ວນທີ່ຄົນບໍ່ກິນກໍຄືແກ່ນ ແລະ ສຸດທ້າຍກໍກາຍເປັນຂີ້ເຫຍື້ອທີ່ຖືກນຳໄປຝັງ.

ນັກສຶກສາວິສະວະກຳເຄມີ Scott Munguia ຜູ້ເບິ່ງເຫັນຄວາມສຳຄັນຂອງບັນຫາດັ່ງກ່າວ ແລະ ມີຄວາມມຸ່ງໝັ້ນຈະຜະລິດພລາສຕິກຍ່ອຍສະຫຼາຍໄດ້. Scott Munguia ໄດ້ລອງຜິດລອງຖືກຢູ່ຫຼາຍຄັ້ງ ໄລຍະທຳອິດລາວໄດ້ເຮັດການທົດລອງກັບແກ່ນໝາກມ່ວງ ແລະ ແກ່ນໝາກລະມຸດມາທົດລອງປະສິດທິພາບ ແຕ່ກໍຍັງບໍ່ປະສົບຜົນສຳເລັດ ບັງເອີນ Scott Munguia ໄດ້ພົບງານວິໄຈການເຮັດພລາສຕິກຈາກສາລີທີ່ມີໂມເລກຸນຄືກັນກັບແກ່ນອະໂວຄາໂດ ນັ້ນຈຶ່ງເປັນສິ່ງທີ່ຈຸດປະກາຍຄວາມຄິດຂອງລາວຂຶ້ນມາ.

Scott Munguia ໃຊ້ເວລາພັດທະນາແກ່ນອະໂວຄາໂດກວ່າປີເຄິ່ງ ໃນທີ່ສຸດກໍຄົ້ນພົບວິທີທີ່ດີທີ່ສຸດ ໃນການສະກັດເມັດອະໂວຄາໂດມາເປັນຕົວຕັ້ງຕົ້ນໃນການຜະລິດ Bioplastic ຫຼື ພລາສຕິກຍ່ອຍສະຫຼາຍໄດ້ ຈຶ່ງລິເລີ່ມກໍຕັ້ງບໍລິສັດ Biofase ໃນປີ 2013 ເພື່ອຜະລິດ ແລະ ຂາຍສິນຄ້າຈາກພລາສຕິກຍ່ອຍສະຫຼາຍໄດ້. ໃນປີ2016 ບໍລິສັດ Biofase ເລີ່ມຕົ້ນຜະລິດອຸປະກອນທີ່ໃຊ້ເທິງໂຕະອາຫານເຊັ່ນ: ບ່ວງ, ສ້ອມ, ຫຼອດດູດ ທີ່ກໍເປັນວັດສະດຸໃຊ້ຄັ້ງດຽວແລ້ວຖິ້ມ.

ພລາສຕິກຈາກແກ່ນອະໂວຄາໂດນອກຈາກຍ່ອຍສະຫຼາຍໄດ້ໄວພາຍໃນເວລາ 240 ມື້ ຫຼື 8 ເດືອນແລ້ວຍັງເປັນການນຳໃຊ້ເຊື້ອເພີງຟອສຊິວໜ້ອຍລົງ ເຮັດໃຫ້ມົນລະພິດໜ້ອຍລົງໄປນຳ, ມີສານປົນເປື້ອນໜ້ອຍເພາະຜະລິດມາຈາກພືດພັນທຳມະຊາດ, ທົນຄວາມຮ້ອນ ແລະ ຄວາມເຢັນໄດ້10°C – 115°C, ແຂງແຮງກວ່າການໃຊ້ເຈ້ຍ ແລະ ພລາສຕິກທົ່ວໄປ.

Biofase ໃຊ້ແກ່ນອະໂວຄາໂດມື້ລະ15 ໂຕນ ຈຶ່ງບໍ່ພຽງແຕ່ຊ່ວຍຫຼຸດຂີ້ເຫຍື້ອໃນປະເທດເມັກຊີໂກ ແຕ່ຍັງມີການນຳເຂົ້າແກ່ນອະໂວຄາໂດຈາກສະຫະລັດອາເມຣິກາອີກດ້ວຍ ເຮັດໃຫ້ Biofase ໄດ້ຮັບຄຳຍ້ອງຍໍຊົມເຊີຍ ແລະ ເປັນທີ່ນິຍົມຫຼາຍໃນຮ້ານອາຫານ.

ຂໍຂອບໃຈຂໍ້ມູນຈາກ:

https://cutt.ly/5whW9QE3

https://cutt.ly/IwhW3aCp

https://cutt.ly/IwhW3GD0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/