ຄາດຫວັງກັບເປົ້າໝາຍ ຈົນລືມຄວາມສຸກລະຫວ່າງທາງ


ນິຍາມຄວາມສຸກຂອງແຕ່ລະຄົນແມ່ນຫຍັງ?

ບາງຄົນຄົງຈະບອກວ່າຄວາມສຸກຄືການມີເຮືອນຢູ່, ມີເຂົ້າກິນ, ໄດ້ໄປຫຼິ້ນໄປທ່ຽວ, ໄດ້ຢູ່ພ້ອມໜ້າພ້ອມຕາ, ມີໜ້າທີ່ການງານທີ່ດີ…ນິຍາມຄວາມສຸກຂອງແຕ່ລະຄົນແຕກຕ່າງກັນ

ແລ້ວທຸກຄົນຄິດວ່າຈຳເປັນຫຼືບໍ່ ທີ່ເຮົາຕ້ອງລໍຖ້າໃຫ້ຮອດມື້ທີ່ປະສົບຜົນສຳເລັດ ມື້ທີ່ບັນລຸເປົ້າໝາຍແລ້ວເຮົາຈຶ່ງມີຄວາມສຸກ?

ຫຼາຍຄັ້ງເຮົາມັກຈະວາດພາບອະນາຄົດ ທີ່ເອີ້ນວ່າ ‘ເປົ້າໝາຍ’ ຫຼື ‘ປາຍທາງ’

ເປົ້າໝາຍເປັນແຮງຂັບເຄື່ອນ, ແຮງຊຸກຍູ້ທີ່ພາເຮົາໄປສູ່ອະນາຄົດ ກຳນົດສິ່ງທີ່ເຮົາຢາກເປັນ, ກຳນົດບ່ອນທີ່ເຮົາຕ້ອງການໄປໃຫ້ຮອດ, ກຳນົດສິ່ງທີ່ເຮົາຢາກໄດ້ ແລະ ເມື່ອໄດ້ຮັບສິ່ງນັ້ນແລ້ວເຮົາຈະເກີດຄວາມພໍໃຈກໍຖືວ່າບັນລຸເປົ້າໝາຍແລ້ວ.

ເມື່ອເຮົາມີເປົ້າໝາຍເຮົາຈະຮູ້ເຫດຜົນຂອງສິ່ງທີ່ກຳລັງເຮັດຢູ່, ຮູ້ວ່າເປັນຫຍັງເຮົາຈຶ່ງຮຽນໜັງສື, ຈຶ່ງເຮັດວຽກ… ກໍ່ໃຫ້ເກີດແຮງຈູງໃຈ, ຄວາມພະຍາຍາມທີ່ຈະປະສົບຜົນສຳເລັດຈະໄປເຖິງເປົ້າໝາຍທີ່ຕັ້ງໄວ້ ຈົນເກີດ ‘ການຄາດຫວັງ’. ຄວາມຄາດຫວັງປະກອບໄປດ້ວຍຄວາມຄິດ ແລະ ຄວາມເຊື່ອໃນຄວາມເປັນໄປໄດ້ທີ່ຈະເກີດຂຶ້ນໃນອະນາຄົດ.

ຄວາມຄາດຫວັງມັກຈະມາພ້ອມກັບຄວາມກົດດັນ ແລະ ຄວາມຄຽດ ເກີດຄວາມກັງວົນວ່າຈະບໍ່ປະສົບຜົນສຳເລັດ ກັງວົນກັບອະນາຄົດທີ່ຍັງມາບໍ່ຮອດທັ້ງໆທີ່ເຮົາຍັງຢູ່ໃນປັດຈຸບັນ. ຄວາມຄຽດຄວາມກັງວົນເຫຼົ່ານັ້ນກໍມີປັດໄຈມາຈາກຫຼາຍສາເຫດບໍ່ວ່າຈະເປັນຄວາມກົດດັນຈາກພໍ່ແມ່, ຄວາມກົດດັນຈາກສັງຄົມ ຫຼື ແມ່ນແຕ່ຄວາມກົດດັນຈາກເຮົາເອງຈົນເຮັດໃຫ້ຄາດຫວັງກັບອະນາຄົດເລີຍບໍ່ມີຄວາມສຸກກັບປັດຈຸບັນ.

ແລ້ວເຮົາຈະຈັດການກັບຄວາມຮູ້ສຶກນີ້ແນວໃດ?

  • ປັບປ່ຽນມຸມມອງ: ຫັນມາສົນໃຈສິ່ງຮອບກາຍເຮົາທີ່ເກີດຂຶ້ນໃນແຕ່ລະມື້ ເຝິກຕົນເອງໃຫ້ມີຄວາມສຸກກັບສິ່ງເລັກນ້ອຍໆເຊັ່ນ ມື້ນີ້ຕື່ນທັນກິນເຊົ້າ, ມື້ນີ້ໄດ້ກິນອາຫານແຊບ, ມື້ນີ້ໄດ້ເຈິຄົນດີໆ, ມີຄົນອ້ອມຂ້າງທີ່ຫວັງດີ. ເຮົາຈະຄົ້ນພົບວ່າຊີວິດບໍ່ໄດ້ສິ້ນຫວັງສະເໝີໄປ ຄວາມສຸກເລັກນ້ອຍເກີດຂຶ້ນໄດ້ຕະຫຼອດເວລາ.
  • ເມື່ອຄາດຫວັງຈຶ່ງຜິດຫວັງ: ເຜື່ອໃຈ ແລະ ຍອມຮັບຄວາມຈິງວ່າອະນາຄົດເປັນສິ່ງທີ່ຢູ່ເໜືອຄວາມກຳນົດຂອງເຮົາ ເຮົາບໍ່ສາມາດຮູ້ອະນາຄົດໄດ້ ຄວນຍອມຮັບຄວາມຈິງວ່າຄວາມສຳເລັດ ແລະ ຄວາມຜິດຫວັງເປັນສິ່ງຄູ່ກັນ ຖ້າຄົນເຮົາຢູ່ໄດ້ດ້ວຍຄວາມຄາດຫວັງກໍຕ້ອງຮັບມືກັບຄວາມຜິດຫວັງໃຫ້ໄດ້. ຊີວິດທຸກຄົນລ້ວນເຕີບໂຕຜ່ານຄວາມສຳເລັດ ແລະ ຄວາມຜິດຫວັງ.

ເຮົາຈະໝັ້ນໃຈໄດ້ແນວໃດວ່າປາຍທາງຈະສວຍງາມດັ່ງທີ່ເຮົາຄິດ

ສະນັ້ນ ຈົ່ງມີຄວາມສຸກໃນລະຫວ່າງທາງ ບໍ່ວ່າປາຍທາງຈະສວຍງາມຫຼືບໍ່ ແຕ່ມັນກໍເຮັດໃຫ້ເຮົາມີຄວາມສຸກໃນການເດີນທາງຄັ້ງນີ້.

ຂໍຂອບໃຈຂໍ້ມູນຈາກ:

https://cutt.ly/CwjaiuPQ

https://cutt.ly/mwjaiErg

https://cutt.ly/UwjaoUWt

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/