ມີແຕ່ຍຸງໂຕແມ່ທີ່ກັດເຮົາ


ໃນຈຳນວນຍຸງ 3000 ກວ່າສາຍພັນ, ມີພຽງແຕ່ 80 ສາຍພັນເທົ່ານັ້ນທີ່ຍຸງຈະກັດຄົນ ແລະ ຈະແມ່ນຍຸງໂຕແມ່ທີ່ກັັດ ສ່ວນຕົວຜູ້ກິນນ້ຳຫວານຈາກເກສອນດອກໄມ້ ຫຼື ຈາກພືດຊະນິດຕ່າງໆ.

ແຕ່ໂດຍທົ່ວໄປ ຍຸງໂຕແມ່ກໍກິນພືດເຊັ່ນກັນ, ເນື່ອງຈາກວ່າໃນເລືອດຂອງເຮົານັ້ນປະກອບໄປດ້ວຍສານອາຫານຫຼາກຫຼາຍຢ່າງເພື່ອຊ່ວຍໃຫ້ຍຸງໄດ້ຜະລິດໄຂ່ອອກມາ ພວກມັນຈະດູດເລືອດຂອງຄົນກໍເມື່ອພ້ອມທີ່ຈະສືບພັນເທົ່ານັ້ນ. ປາຍແຫຼມຍາວທີ່ອອກມາຈາກປາກຂອງຍຸງນັ້ນກໍແມ່ນປາກຂອງມັນ ເມື່ອກັດລົງໄປ, ປາກຂອງມັນຈະງໍລົງໃຫ້ສ່ວນແຫຼມທາງເທິງກັບທາງລຸ່ມ ເຮັດໜ້າທີ່ກັດທະລຸຜິວໜັງຄົນເຮົາ ຫຼັງຈາກນັ້ນກໍປ່ອຍນຳ້ລາຍອອກມາຫໍ່ຫຸ້ມເລືອດເພື່ອປ້ອງກັນບໍ່ໃຫ້ເມັດເລືອດນັ້ນກ້າມ ພ້ອມທັງຍັງຊ່ວຍລຳລຽງເລືອດຜ່ານປາກໃຫ້ເປັນສານອາຫານ. ວົງຈອນຊີວິດຂອງຍຸງໂຕແມ່ນັ້ນຈະຢູ່ລະຫວ່າງ 42 – 56 ມື້,​ ທັງນີ້ທັງນັ້ນ ກໍຂຶ້ນກັບສະພາບແວດລ້ອມ ແລະ ສະພາບອາກາດ. ເຊິ່ງມັນໃຊ້ເວລາຟັກໄຂ່ຈົນໃຫຍ່ເຕັມໂຕພາຍໃນເວລາພຽງແຕ່ 5 ມື້ ເທົ່ານັ້ນ.  

ນອກຈາກນີ້ ຍຸງຍັງຊ່ວຍດ້ານລະບົບນິເວດ, ໂດຍມີບາງປະເພດທີ່ກໍ່ຕົວຮວມກັນເປັນຝຸງບິນຢູ່ລະຫວ່າງຣັດເຊຍ ແລະ ແຄນນາດາ. ຍຸງພວກນີ້ເປັນສານອາຫານຫຼັກໃຫ້ແກ່ນົກທີ່ກຳລັງອົບພະຍົບ. ຫຼືຈະເປັນທາງໃຕ້ທີ່ແຫຼ່ງອາຫານໃຫ້ແກ່ແມງໄມ້, ແມງມຸມ, ຊາລາແມນເດີ, ກິ້ງກ່າ, ກົບ ແລະ ປາ. ພືດເອງກໍຍັງຕ້ອງການຍຸງເພື່ອສົ່ງລະອອງໄປໃຫ້ເກສອນຕົວເມຍ.

ເຖິງຢ່າງໃດກໍຕາມ, ເຮົາກໍບໍ່ຄວນຈະລືມວ່າຍຸງເປັນພາຫະນຳເຊື້ອຕ່າງໆ ເຊັ່ນໂຣກມາລາເຣຍ ທີ່ຂ້າໄປແລ້ວ 2–3 ລ້ານຄົນ. ນອກຈາກນີ້ຍັງເປັນສາເຫດໃຫ້ໂຣກຕິດຕໍ່ອີກເຊັ່ນ: ໄຂ້ຍຸງ, ໄຂ້ເຫຼືອງ ແລະ ອື່ນໆ…

ທີ່ມາ: https://bit.ly/3BjDF6T

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/