ແຟນຄລັບປະກາດຍົກເລີກການສະໜັບສະໜູນ BLACKPINK ຫຼັງຈາກທີ່ YG ບໍ່ປະຕິບັດຕໍ່ Lisa ໃຫ້ເທົ່າທຽມ


Lisa ນ້ອງນ້ອຍຈາກວົງເຄປັອບຊື່ດັງລະດັບໂລກຢ່າງ BLACKPINK ທີ່ຫຼ້າສຸດຫາກໍປ່ອຍເພງ MONEY ໄປເມື່ອອາທິດທີ່ຜ່ານມາ ຫຼັງຈາກທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ຈາກເພງຫຼັກ LALISA ຂອງໂຊໂລອາລະບ້ຳດ່ຽວ ເຊິ່ງເປັນອາລະບ້ຳທຳອິດຂອງຕົນເອງ, ທຳລາຍສະຖິຕິຫຼາກຫຼາຍຊ່ອງທາງຈົນເປັນກະແສລະດັບໂລກ. ນອກຈາກນີ້ແລ້ວ Lisa ຍັງໄດ້ເປັນພຣີເຊັນເຕີໃຫ້ແກ່ແບຣນດັງຢ່າງ CELINE, BVLGARI ແລະອື່ນໆ.

ເຊິ່ງເມື່ອວັນວັນພຸດທີ່ຜ່ານມາ ກໍໄດ້ມີກະແສທົ່ວໂລກອອນລາຍຈາກແຟນຄລັບເຖິງເຫດການທີ່ງານ Paris Fashion Week ໃນປະເທດຝຣັ່ງ,  Lisa ທີ່ເປັນຕົວແທນແບຣນລະດັບໂລກຢ່າງ BVLGARI ກໍໄດ້ຖືກເຊີນໃຫ້ມາເຂົ້າຮ່ວມຄືກັບສິລະປິນດັງຄົນອື່ນ. ພ້ອມມີຮູບຖ່າຍຈາກສະໜາມບິນເປັນຫຼັກຖານຢືນຢັນເຖິງການມາຮອດປະເທດຝຣັ່ງເປັນທີ່ຮຽບຮ້ອຍ.

ແຕ່ເມື່ອຮອດເວລາງານ, ແຟນຄລັບທີ່ຕື່ນເຕັ້ນວ່າຈະໄດ້ພົບເຫັນສິລະປິນດັງກໍບໍ່ເຫັນຮ່ອງຮອຍຫຍັງຊ້ຳ. ພາຍຫຼັງ, ປະທານຂອງ BVLGARI ກໍໄດ້ອອກມາອະທິບາຍເຖິງການບໍ່ໄດ້ປາກົດຕົວໃນງານໃຫຍ່ຂອງ Lisa ນັ້ນແມ່ນເນື່ອງຈາກຄ້າຍ YG ຂອງລາວເອງ. ສິລະປິນນັ້ນໄດ້ມາຮອດ Paris ເປັນທີ່ຮຽບຮ້ອຍແລ້ວ, ແຕ່ຕົວຄ້າຍໄດ້ມີຂໍ້ຈຳກັດອັນເນື່ອງວ່າສະຖານະການໃນປັດຈຸບັນນັ້ນຍັງບໍ່ປອດໄພຈາກໂຄວິດ-19, ສິລະປິນຈຶ່ງບໍ່ສາມາດເຂົ້າຮ່ວມງານນຳໄດ້ ລວມເຖິງງານ BVLGARI ໃນມື້ຕໍ່ມາທີ່ Milano ພ້ອມ. ສົ່ງຜົນໃຫ້ Lisa ອົດໄດ້ຖ່າຍຮູບຄຽງຄູ່ກັບນັກສະແດງດັງທີ່ຮ່ວມເປັນຕົວແທນແບຣນນຳກັນແບບ Zendaya. ເຫດຜົນດັ່ງກ່າວຈາກຄ້າຍສ້າງຄວາມບໍ່ພໍໃຈແກ່ເຫຼົ່າບັນດາແຟນຄລັບຢ່າງຫຼວງຫຼາຍ.​

ຖ້າຫາກວ່າສະມາຊິກໃນວົງທັງ 3 ບໍ່ໄດ້ໄປຮ່ວມງານຕ່າງໆ ກ່ອນໜ້າ, ເຫດຜົນຂອງຄ້າຍ YG ກໍອາດຈະຟັງຂຶ້ນກວ່ານີ້. ແຕ່ໄລຍະເວລາທີ່ທັງສາມຄົນໄດ້ເຂົ້າຮ່ວມງານຕ່າງໆ ເຊັ່ນ: Jisoo ກໍໄດ້ເຂົ້າຮ່ວມງານ Paris Fashion Week, ສ່ວນ Jennie ກັບ Rosé ກໍພົບເຫັນທີ່ເມືອງ Los Angeles ເປັນເວລາໃກ້ຄຽງກັບ Lisa ທີ່ກຳລັງເດີນທາງມາ.  ແຟນຄລັບຕ່າງກໍສົງໄສວ່າເປັນຫຍັງພວກເຂົາຈຶ່ງສາມາດເດີນທາງໄປວຽກໄດ້ ແຕ່ Lisa ເປັນຄົນດຽວທີ່ໄປບໍ່ໄດ້.

ຄວາມສົງໄສໄດ້ເພີ່ມຂຶ້ນຈົນເກີດເປັນແຮັຊແທັກຫຼາຍອັນຕິດເທຣນໃນໂລກທະວິດເຕີບໍ່ວ່າຈະເປັນ JUSTICE FOR LISA ທີ່ສູງເຖິງ 1.76 ລ້ານທະວີດ, ພວກເຂົາຕ້ອງການຮຽກຮ້ອງຄວາມຍຸຕິທຳໃຫ້ສິລະປິນ ແລະ #YGLetLisaDoHerWork ທີ່ມີຍອດທະວີດສູງເຖິງ 3.41 ລ້ານ ພາຍໃນຄືນດຽວ. ດ້ວຍເຫດນັ້ນ, ກໍໄດ້ມີແຟນຄລັບຫຼາຍກຸ່ມທີ່ອອກມາປະກາດວ່າຈະແບນ YG ແລະ ບໍ່ສະໜັບສະໜູນ BLACKPINK ແຕ່ຈະສະໜັບສະໜູນພຽງແຕ່ Lisa ຜູ້ດຽວ.

ເຖິງແມ່ນວ່າຈະໄດ້ຮັບຜົນກະທົບທີ່ຮຸນແຮງຈາກແຟນຄລັບ ແລະ ການຮຽກຮ້ອງເຖິງຄວາມຍຸຕິທຳໃຫ້ແກ່ສິລະປິນຫຼາຍເທົ່າໃດ, ຕົວຄ້າຍ YG Entertainment ກໍບໍ່ໄດ້ອອກມາຕອບໂຕ້ຫຍັງເຊັ່ນທຸກຄັ້ງຕາມເຄີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/