ການສົ່ງອອກພືດ ແລະ ຜະລິດຕະພັນພືດ ຂອງ ສປປ ລາວ ໃນເດືອນດຽວມີມູນຄ່າສູງເຖິງ 57 ລ້ານໂດລາ


ຕາມການເປີດເຜີຍຂອງກະຊວງກະສິກຳ ແລະ ປ່າໄມ້ ຜ່ານບົດລາຍງານການປະຕິບັດວຽກງານເດືອນກັນຍາ ປະຈຳປີ 2021 ໃຫ້ຮູ້ວ່າ:​ ການສົ່ງອອກພືດ ແລະ ຜະລິດຕະພັນພືດ ຜ່ານດ່ານກັກກັນພືດສາກົນ ໃນລະຫວ່າງວັນທີ 1-31 ສິງຫາ 2021,​ ປະຕິບັດໄດ້ 122,483 ໂຕນ ມູນຄ່າ 57,165,434 ໂດລາສະຫະລັດ.

ພືດສົ່ງອອກທີ່ພົ້ນເດັ່ນກວ່າໝູ່ແມ່ນ ຢາງພາລາ ມູນຄ່າ 23 ລ້ານກວ່າໂດລາສະຫະລັດ, ໝາກກ້ວຍ 17 ລ້ານກວ່າໂດລາສະຫະລັດ ແລະ ມັນຕົ້ນ 611,135 ໂດລາສະຫະລັດ ເຊິ່ງສົ່ງອອກໄປ ຈີນ, ຫວຽດນາມ, ໄທ.

ນອກນັ້ນ ຍັງມີຜັກກະລ່ຳປີ 1 ລ້ານກວ່າໂດລາສະຫະລັດ ແລະ ໝາກເດືອຍ ມູນຄ່າກວ່າ 1 ລ້ານໂດລາສະຫະລັດ ສົ່ງອອກໄປຍັງປະເທດຈີນ ແລະ ໄທ. ສ່ວນດ້ານການນຳເຂົ້າພືດ ແລະ ຜະລິດຕະພັນພືດ ໃນໄລຍະ 1 ເດືອນຜ່ານມາ ລາວໄດ້ນຳເຂົ້າຈຳນວນທັງໝົດ 48,652 ໂຕນ ລວມເປັນມູນຄ່າ 10,978,124 ໂດລາສະຫະລັດ. ໃນນັ້ນ ປະກອບມີໄມ້ກະຖິນນາລົງ 2 ລ້ານກວ່າໂດລາສະຫະລັດ; ກາກຖົ່ວເຫຼືອງ 2 ລ້ານກວ່າໂດລາສະຫະລັດ; ພືດຜັກ 3,278 ໂຕນ ມູນຄ່າ 980,493 ໂດລາສະຫະລັດ; ໃບຢາສູບຈຳນວນ 1,098 ໂຕນ ທີ່ນຳເຂົ້າຈາກຫວຽດນາມ, ໄທ ແລະ ຈີນ.

ສ່ວນເຂົ້າຫວີດ ຈຳນວນ 2,918 ໂຕນ ນຳເຂົ້າຈາກປະເທດຝຣັ່ງ, ຈີນ ແລະ ສະຫະລັດອາຣັບເອມິເຣດ. ຂະນະທີ່ຄາດໝາຍສູ້ຊົນ ຜະລິດພືດເປັນສິນຄ້າ ໃຫ້ບັນລຸເນື້ອທີ່ປູກທັງໝົດຈຳນວນ 462,608 ເຮັກຕາ ຜົນຜະລິດໃຫ້ໄດ້ 6,579,690 ໂຕນ. ມາຮອດປັດຈຸບັນ ປະຕິບັດໄດ້ 94,98% ຂອງລະດູຝົນ ແລະ ລົງຊຸກຍູ້ບັນດາກຸ່ມຜະລິດເຂົ້າເປັນສິນຄ້າ ລະດູຝົນປີ 2021 ຢູ່ແຂວງສະຫວັນນະເຂດໃນເມືອງຈຳພອນ ແລະ ສອງຄອນ, ຄາດຄະເນຜົນຜະລິດແມ່ນ 254 ໂຕນ.

ຂອບໃຈຂໍ້ມູນຈາກ: https://bit.ly/3AkjJ2o

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/